Posts Tagged ‘Freeware’

ClamWin Free Antivirus 0.90.1

ໂປຣແກຣມປ້ອງກັນໄວຣັສທີ່ເປັນ Opensource ສາມາດໃຊ້ງານໄດ້ຟຣີບໍ່ມີຄ່າໃຊ້ຈ່າຍ ຕົວໂປຣແກຣມມີຄວາມສາມາດພື້ນຖານຂອງ Antivirus ທົ່ວໄປຄື ສາມາດກວດຈັບ ແລະກຳຈັດ Viruses ແລະ Spywares; ມີລະບົບຕັ້ງເວລາເພື່ອສະແກນ; ລະບົບອັບເດທ ຖານຂໍ້ມູນອັດຕະໂນມັດ; Addin ສຳຫລັບ Outlook ເປັນຕົ້ນ ໃນເວີຊັນໃຫມ່ນີ້ຍັງບໍ່ມີຫຍັງປ່ຽນແປງຫລາຍ ພຽງແຕ່ແກ້ໄຂບັ໊ກຈາກເວີຊັນກ່ອນ ແລະເພີ່ມຄວາມສາມາດໃນການແຈ້ງເຕືອນ ຫາກຜູ້ໃຊ້ບໍ່ໄດ້ທຳການອັບເດທຖານຂໍ້ມູນໄວຣັສເກີນ 3 ມື້ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາ ໂດຍສ່ວນຕົວແລ້ວ ໃຊ້ Active Virus Shield ແລະກໍ່ຍັງຈະໃຊ້ຢູ່ຕໍ່ໄປ ;P

More »

Recuva 1.01.037 Beta

Recuva ເປັນໂປຣແກຣມກູ້ໄຟລ໌ຂໍ້ມູນທີ່ຖືກລຶບໄປແລ້ວ ສາມາດໃຊ້ກູ້ໄຟລ໌ທີ່ເຮົາລຶບໃນ Recycle Bin ບໍ່ວ່າຈະເປັນໄຟລ໌ຮູບພາບ ໄຟລ໌ສຽງ ໄຟລ໌ວີດິໂອ ຫລືໄຟລ໌ເອກກະສານຕ່າງ ໆ ກໍ່ສາມາດກູ້ຄືນໄດ້ ລວມໄປເຖິງໄຟລ໌ທີ່ຖືກລຶບໂດຍໄວຣັສຄອມພິວເຕີ ຕ່າງ ໆ ແລະທີ່ສຳຄັນ ໂປຣແກຣມນີ້ເປັນຟຣີແວຣ໌ ສາມາດໃຊ້ງານໄດ້ຟຣີບໍ່ມີຄ່າໃຊ້ຈ່າຍ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາໂປຣແກຣມ

More »

Opera v9.2 build 8732

ອ່າ… Web browser ຕົວນ້ອຍແຕ່ເຕັມໄປດ້ວຍຄວາມສາມາດ ອອກ build ໃຫມ່ປະຈຳອາທິດນີ້ ມີແກ້ໄຂບັ໊ກທີ່ເຮັດໃຫ້ໂປຣແກຣມຄ້າງ ເມື່ອສັ່ງພິມ, ສົ່ງອີເມລ ແລະລຶບ active web panel. ສ່ວນຫນ້າຈໍເລີ້ມຕົ້ນເມື່ອ ເປີດໂປຣແກຣມ ກໍ່ຈະມີການປ່ຽນແປງພໍສົມຄວນ ແລະມີແກ້ໄຂບັ໊ກເລັກ ໆ ນ້ອຍ ໆ ຈາກເວີຊັນກ່ອນຫນ້ານີ້ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາ

More »

Videora iPod Converter v2.01

ໂປຣແກຣມສຳຫລັບແປງໄຟລ໌ວີດິໂອທົ່ວໆໄປໃນເຄື່ອງ ໃຫ້ເປັນໄຟລ໌ວີດິໂອສຳຫລັບເຄື່ອງຫລິ້ນເພງ iPod ມີຄວາມພິເສດຢູ່ບ່ອນວ່າ ເປັນຟຣີແວຣ໌ –ສາມາດໃຊ້ງານໄດ້ໂດຍບໍ່ເສັຍຄ່າໃຊ້ຈ່າຍ ຕົວໂປຣແກຣມ ຮອງຮັບໄຟລ໌ວີດິໂອໄດ້ຫລາຍປະເພດ ແຕ່ຂຽນໃນເວັບມີສອງອັນຄື AVI ແລະ MPEG ມີຂະຫນາດພຽງ 6.6MB ດາວໂຫລດ ເວັບໄຊທ໌ຜູ້ພັດທະນາ ທີ່ມາ – Videora.com [via Neowin.net]

More »

GSpot v2.70

ອ່າ… ໂປຣແກຣມປະເພດ Utilities ອີກຕົວທີ່ຫນ້າສົນໃຈ ໃຊ້ໄວ້ສຳຫລັບກວດສອບວ່າໄຟລ໌ຫນັງປະເພດ AVI ໃດຫນຶ່ງນັ້ນ ເຂົ້າລະຫັດດ້ວຍຫຍັງ ປະມານວ່າ ເປັນ CODEC Identification ກໍ່ວ່າໄດ້ ໂດຍຄວາມສາມາດຫລັກໆ ກໍ່ມີ ການກວດສອບໄຟລ໌ AVI ແລະບອກ CODEC ທີ່ຕ້ອງໃຊ້ໃນການເປີດ, ກວດສອບວ່າມີ CODEC ທີ່ຕ້ອງໃຊ້ຕິດຕັ້ງໃນເຄື່ອງເຮົາແລ້ວບໍ່ ເປັນຕົ້ນ ໃນເວີຊັນໃຫມ່ນີ້ ສາມາດໃຊ້ງານໄດ້ກັບ Windows Vista (32-bit), ຮອງຮັບໄຟລ໌ MOV ແລະ WMV (not fully complete), ຮອງຮັບ Extended MP4 ແລະແກ້ໄຂບັ໊ກຕ່າງໆໃນເວີຊັນກ່ອນ ດາວໂຫລດ ເວັບຜູ້ພັດທະນາ ທີ່ມາ – Neowin.net

More »

FFDShow MPEG-4 Video Decoder 20070221 rev952

ເວີຊັນໃຫມ່ຂອງໂປຣແກຣມຖອດລະຫັດໄຟລ໌ສຽງ ໄຟລ໌ພາບ ສະຫນັບສະຫນຸນຫລາກຫລາຍຟໍແມັທ ໃຊ້ງານງ່າຍ ຕົວເລືອກກໍ່ຫລາຍ ແຕ່ຄົນຮູ້ຈັກ (ແລະບໍ່ຮູ້ຈັກ)ສ່ວນຫລາຍເຂົາບອກເຂົາໃຊ້ K-Lite ຫລາຍກວ່າ ແຕ່ຢ່າເຂົາ ເຮົານິຍົມ FFDShow ສາມາດດາວໂຫລດໄດ້ຈາກ ທີ່ນີ້

More »

Windows Live Messenger Custom Emoticon Migration Tool v1.2

ເປັນໂປຣແກຣມນ້ອຍໆ ແຕ່ຫນ້າໃຊ້ງານ ໃຊ້ສຳຫລັບຍ້າຍ Emoticon ທີ່ເຮົາເພີ່ມໃນພາຍຫລັງ ໃນ Windows Live Messenger ໄປໄວ້ເຄື່ອງໃຫມ່ ທີ່ຈິງໂປຣແກຣມນີ້ເຄີຍຫາມາໃຊ້ ແຕ່ວ່າຊອກບໍ່ເຫັນ ຕອນນັ້ນເລີຍຕ້ອງໄດ້ Add ເຂົ້າໃຫມ່ເທື່ອລະອັນ ມາເຫັນໂຕນີ້ຍັງງ່າຍແດ່ ສະບາຍເລີຍບາດນີ້ ^o^ ຕົວໂປຣແກຣມມີຂະຫນາດພຽງ 44KB ສາມາດດາວໂຫລດໄດ້ຈາກລິ້ງຄ໌ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາໂປຣແກຣມ ປລ. ລະວັງຈະຕົກໃຈເມື່ອເຫັນໄອຄອນໂປຣແກຣມນີ້ LOL

More »

Freeware: Partition Logic v0.66

ໂປຣແກຣມຈັດການ Partition ໃນເຄື່ອງ ມີຄວາມສາມາດໃນການ create, delete, format, defragment, resize, ແລະຍ້າຍ partitions ລວມເຖິງແກ້ໄຂ attributes ຂອງ partitions ຕ່າງໆ ສາມາດໃຊ້ງານໄດ້ຟຣີ ພາຍໃຕ້ GNU General Public License Partition Logic ສາມາດໃຊ້ໄດ້ທັງແບບ Floppy Disk ແລະ CD-ROM ໂດຍດາວໂຫລດໄດ້ຈາກ Floppy Disk ver. CD ROM ver. Source code

More »

IZArc 3.7 Build 1420

IZArc ເປັນໂປຣແກຣມຈັດການກ່ຽວກັບການບີບອັດໄຟລ໌ຕ່າງໆ ໃນລະບົບຄອມພິວເຕີ ຮອງຮັບໄຟລ໌ຕ່າງໆ ມາກມາຍກ່າຍກອງເຊັ່ນ 7-ZIP, A, ACE, ARC, ARJ, B64, BH, BIN, BZ2, BZA, C2D, CAB, CDI, CPIO, DEB, ENC, GCA, GZ, GZA, HA, IMG, ISO, JAR, LHA, LIB, LZH, MDF, MBF, MIM, NRG, PAK, PDI, PK3, RAR, RPM, TAR, TAZ, TBZ, TGZ, TZ, UUE, WAR, XXE, YZ1, Z, ZIP, ZOO (ຫລາຍພໍໃຊ້ຫລືຍັງ??) ງານໃຊ້ງານກໍ່ງ່າຍແສນງ່າຍ ງ່າຍພໍໆກັບພວກ [...]

More »

Google Desktop 5.0.612.7686

Google Desktop Search provides full text search over your email, computer files, chats, and the web pages you’ve viewed. By making your computer searchable, it puts your information easily within your reach and frees you from having to manually organize your files, emails, and bookmarks. Download: Google Desktop 5.0.612.7686 (1.95 MB) Source: 9Down

More »