Posts Tagged ‘Freeware’

Winamp 5.34a Security Patch

Nullsoft ໄດ້ອອກ Winamp v5.34a ອອກມາໃຫ້ດາວໂຫລດແລ້ວ ເຊິ່ງໃນເວີຊັນນີ້ຈະເປັນການແກ້ໄຂ ກ່ຽວກັບລະບົບຄວາມປອດໄພໃນໄຟລ໌ in_mp4.dll ທີ່ມີຂໍ້ບົກພ່ອງ ເຮັດໃຫ້ຜູ້ບໍ່ປະສົງດີສາມາດໃຊ້ໂຈມຕີລະບົບໄດ້ຜ່ານໄຟລ໌ MP4 ທີ່ຖືກຂຽນຂຶ້ນມາເປັນພິເສດ ທ່ານໃດທີ່ຫ່ວງເລື່ອງຄວາມປອດໄພ ໃຫ້ອັບເດດດ່ວນ! ດາວໂຫລດ Patch ເວບໄຊຕ໌ຜູ້ພັດທະນາ

More »

Winamp 5.34 Build 1271

ໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp (ອ່ານວ່າ “ວິນແອມ” ບໍ່ແມ່ນ “ວິນແຫນມ” ) ຄວາມສາມາດຫລາກຫລາຍ ຮອງຮັບໄຟລ໌ສຽງ ແລະໄຟລ໌ວີດິໂອໄດ້ຄົບຖ້ວນ ສາມາດປ່ຽນຫນ້າຕາໄດ້ພ້ອມ ແຖມຍັງ Rip ແຜ່ນຊີດີໄດ້ອີກ ອອກເວີຊັນໃຫມ່ມາ ຄຸນສົມບັດຫລັກ ໆ​ ຂອງເວີຊັນໃຫມ່ກໍ່ຄືຮອງຮັບ IPv6 ລວມໄປເຖິງປັບປຸງ ແລະແກ້ໄຂຂໍ້ບົກພ່ອງຕ່າງ ໆ ຈາກກ່ອນໜ້ານີ້ ເຊັ່ນເລື່ອງ Unicode ແລະ Windows Vista ໂດຍທ່ານສາມາດອ່ານ changelog ໄດ້ຈາກລິງກ໌ນີ້ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Recuva 1.01.057 Beta

ອອກເບຕ້າໃຫມ່ເຊັ່ນກັນ ສຳຫລັບໂປຣແກຣມກູ້ຂໍ້ມູນ Recuva (ເຄີຍນຳສະເຫນີໄປຄັ້ງໜຶ່ງ) ໃນເວີຊັນນີ້ ມີສິ່ງທີ່ປ່ຽນແປງຈາກເວີຊັນກ່ອນຫນ້ານີ້ຄື ເພີ່ມລິງກ໌ສຳຫລັບອັບເດທໂປຣແກຣມ, ຮອງຮັບພາສາອື່ນ ໆ​, ປັບປຸງກ່ຽວກັບຫນ່ວຍຄວາມຈຳ ແລະແກ້ບັ໊ກອີກເລັກ ໆ​ ນ້ອຍ ໆ Recuva ເປັນໂປຣແກຣມປະເພດຟຣີແວຣ໌ສາມາດໃຊ້ງານໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍໃດ ໆ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາໂປຣແກຣມ

More »

VideoLAN 0.8.6b test 1

ເວີຊັນໃຫມ່ຂອງໂປຣແກຣມຫລິ້ນໄຟລ໌ multimedia ທີ່ມີຄວາມສາມາດສາລະພັດຮູບແບບ ມີລະບົບ plugins ສະເພາະຕົວ ຕັດບັນຫາເລື່ອງຂາດ CODEC ສຳຫລັບເປີດໄຟລ໌ຕ່າງ ໆ ອອກໄປ ແລະຍັງມີຄວາມພິເສດທີ່ວ່າ ສາມາດເປີດເບິ່ງໄຟລ໌ວີດິໂອທີ່ຍັງໂຫລດບໍ່ແລ້ວໄດ້! ນອກຈາກນັ້ນ VideoLAN ຍັງສາມາດໃຊ້ເປັນ streaming server ຜ່ານເຄືອຂ່າຍ IPv4 ຫຼື IPv6 ໄດ້ອີກຖ້າຫາກສົນໃຈ ໃນເວີຊັນໃຫມ່ນີ້ມີການແກ້ໄຂບັ໊ກຕ່າງ ໆ​ ຈາກເວີຊັນເກົ່າ ແລະປັບປຸງໃຫ້ໃຊ້ງາໄດ້ດີຂຶ້ນກັບ Windows Vista ດາວໂຫລດ (ເລືອກດາວໂຫລດສຳຫລັບ OS ອື່ນ) ເວບໄຊຕ໌ຜູ້ພັດທະນາ ທີ່ມາ – [via Neowin.net]

More »

VistaGlazz 1.0

VistaGlazz 1.0 ເປັນໂປຣແກຣມນ້ອຍ ໆ ທີ່ໃຊ້ໄວ້ patch ໄຟລ໌ລະບົບຂອງ Windows Vista ເພື່ອໃຫ້ສາມາດໃຊ້ custom styles ແລະ themes ໄດ້ (ກໍ່ຄື themes ທີ່ໂຫລດມາຕ່າງຫາກ) ແລະທີ່ສຳຄັນ ຍັງມີຕົວເລືອກເພື່ອໃຫ້ສະແດງຜົນ Title bar ເປັນແບບໂປ່ງໃສອີກນຳ (ທຳມະດາຈະເປັນສີດຳ ໆ) ໂປຣແກຣມນີ້ສາມາດໃຊ້ໄດ້ທັງເວີຊັນ 32Bit ແລະ 64Bit ຂອງ Windows Vista ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ [via Neowin.net]

More »

Minimo 0.2 ອອກແລ້ວ

ເວີຊັນໃຫມ່ຫຼ້າສຸດຂອງໂປຣແກຣມທ່ອງເວບທີ່ມີຊື່ວ່າ Minimo ມາແລ້ວ ໂດຍໃນເວີຊັນໃຫມ່ນີ້ ໄດ້ຮັບການປັບປຸງໃຫ້ສາມາດໃຊ້ງານໄດ້ດີກັບ Windows Mobiles 5.0 ທັງໃນ Pocket PC ແລະ Smartphone editions ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ Minimo ເປັນ Web Browser ສຳຫຼັບ Mobile Platform ເຊັ່ນ Windows Mobiles ເຊິ່ງມີຄວາມສາມາດສູງຫລາຍຢ່າງເຊັ່ນ ຮອງຮັບ Web Standard ໄດ້ດີ, ມີລະບົບ Tab browsing, ຮອງຮັບ RSS, ຮອງຮັບຫລາຍພາສາ, ຮອງຮັບ Widget ແລະ​ Extention ໆລໆ ທີ່ມາ – TAUME

More »

Firefox 2.0.0.3 ແລະ Firefox 1.5.0.11

ອອກບໍ່ຫ່າງຈາກ v2.0.0.2 ປານໃດ ສຳຫລັບໃນເວີຊັນນີ້ນັ້ນ ຈະເປັນການແກ້ໄຂລະບົບຄວາມປອດໄພເປັນຫລັກ ແລະໃນ Firefox v1.5.0.11 ກໍ່ເຊັ່ນດຽວກັນ ເນື່ອງຈາກມີລາຍງານພົບວ່າ ມີຂໍ້ບົກພ່ອງໃນ Firefox ເຊິ່ງເຮັດໃຫ້ຜູ້ບໍ່ຫວັງດີ ສາມາດກວດສອບການໃຊ້ງານ Ports ຕ່າງ ໆ ໃນລະບົບຂອງຜູ້ໃຊ້ງານໄດ້ຫາກມີການໃຊ້ງານ FTP server ທີ່ຂຽນສະເພາະຂຶ້ນມາ ເຊິ່ງທາງ Mozilla ແນະນຳໃຫ້ຜູ້ໃຊ້ Firefox ທຳການອັບເດທໂດຍດ່ວນ. Firefox ເປັນໂປຣແກຣມທ່ອງເວບຈາກ Mozilla ທີ່ກຳລັງຍາດແຍ່ງສ່ວນແບ່ງຂອງຕະຫລາດ Web Browser ກັບ IE ຂອງທາງ Microsoft ຢູ່ ເຊິ່ງທາງ au8ust.org ເອງ ກໍ່ແນະນຳໃຫ້ທຸກ ໆ ທ່ານ ໃຊ້ Firefox ໃນການຮັບຊົມ au8ust’s tech channel ເພາະຈະເຮັດໃຫ້ທ່ານສາມາດອ່ານເນື້ອຫາໃນບລັອກນີ້ໄດ້ດີຍິ່ງຂຶ້ນ! (ຕ້ອງລອງເອງຈິ່ງຈະຮູ້) ດາວໂຫລດ Mozilla Firefox v2.0.0.3 [...]

More »

FlashGet v1.82.1001

ອອກເວີຊັນໃຫມ່ອີກຄັ້ງສຳຫລັບໂປຣແກຣມຊ່ວຍດາວໂຫລດຍອດນິຍົມ FlashGet, ເຊິ່ງໃນເວີຊັນໃຫມ່ ກໍ່ມີຈຸດປ່ຽນແປງຫລັກ ໆ ເຊັ່ນ Dropzone ທີ່ໜ້າໃຊ້ງານຫລາຍຂຶ້ນກວ່າເກົ່າ, ມີໄອຄອນໃຫມ່, ມີການຈັດຮຽນເມນູຕ່າງ ໆ ໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນ, ເພີ່ມລະບົບ Tab ເຂົ້າມາເປັ້ນຕົ້ນ FlashGet ເປັນໂປຣແກຣມຊ່ວຍດາວໂຫລດ ທີ່ຮອງຮັບຫລາກຫລາຍ Protocols ບໍ່ວ່າຈະເປັນ HTTP, FTP, MMS, RTSP ໆລໆ ລວມໄປເຖິງຮອງຮັບ BitTorret ອີກນຳ. ຕົວໂປຣແກຣມສາມາດແບ່ງໄຟລ໌ອອກເປັນຫລາຍ ໆ​ ສ່ວນໄດ້ ເພື່ອໃຫ້ການດາວໂຫລດນັ້ນໄວຂຶ້ນໄດ້ (ອາດໄວຂຶ້ນເຖິງ 6-10 ເທົ່າສຳຫລັບການເຊື່ອມຕໍ່ອິນເຕີເນັດບາງປະເພດ) ເຊິ່ງໂປຣແກຣມນີ້ເປັນຟຣີແວຣ໌ ສາມາດດາວໂຫລດມາຕິດຕັ້ງໃຊ້ງານໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Google Earth 4.0.2742

ເວີຊັນໃຫມ່ ສຳຫລັບໂປຣແກຣມແຜນທີ່ຈາກພາບຖ່າຍດາວທຽມ Google Earth ໂດຍໃນເວີຊັນນີອັບເດທໃຫຍ່ ໆ ກໍ່ຈະເປັນເລື່ອງບັ໊ກໃນ Windows Vista ແລະແກ້ໄຂໃຫ້ User ທີ່ມີສິດທິບໍ່ເຖິງ Administrator ສາມາດເບິ່ງ Rumsey maps ແລະ 3D textured buildings ໄດ້ Google Earth ເປັນໂປຣແກຣມຟຣີຈາກ Google ມີຄວາມສາມາດໃນການເບິ່ງແຜນທີ່ທົ່ວໂລກຈາກດາວທຽມ ສາມາດຄົ້ນຫາໂຮງຮຽນ, ສວນສາທາລະນະ, ຮ້ານອາຫານ, ໂຮງແຮມ ແລະອື່ນ ໆ ພ້ອມບອກເສັ້ນທາງຕ່າງ ໆ​. ສາມາດເບິ່ງຕຶກແລະພູມມິສາດຂອງປະເທດໃນແບບສາມມິຕິໄດ້ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາ ໂດຍສ່ວນຕົວແລ້ວກໍ່ບໍ່ໄດ້ໃຊ້ດອກ ເນັດ 56K ກວ່າຊິໂຫລດມາໄດ້ ກວ່າຊິຖ້າແຜນທີ່ຂຶ້ນ -_-’

More »

Nokia PC Suite 6.82 Release 27

ອອກເວີຊັນໃຫມ່ຫນ້ອຍຫນຶ່ງ Nokia PC Suite ໃຊ້ໄວ້ສຳຫລັບຈັດການກັບພວກມືຖື Nokia ເຊັ່ນການໂອນຍ້າຍລາຍຊື່ຜູ້ໂທ, ຂໍ້ຄວາມສັ້ນ, MMS, ເພງ, ພາບ, ວີດິໂອ ແລະອື່ນ ໆ ໃນເວີຊັນນີ້ ໄດ້ເພີ່ມລາຍຊື່ຜູ້ໃຫ້ບໍລິການໃນ One Touch Access, ປັບປຸງຫນ້າຈໍຫລັກຂອງໂປຣແກຣມເລັກນອຍ, ແກ້ໄຂບັນຫາໃນຫນ້າ backup & restore, ປັບປຸງ Nokia Music Manager ໃຫ້ດີຂຶ້ນ, ສາມາດອັບເດທ Firmware ຂອງໂທລະສັບໄດ້ຜ່ານ Nokia Software Updater ແລະສຸດທ້າຍຄືຄວາມສາມາດໃນການແລກປ່ຽນຂໍ້ມູນລະຫວ່າງມືຖື Nokia ກັບໂປຣແກຣມ Windows Media Player 11 (ຜ່ານ Windows Portable Device) ແຕ່ເຖິງຢ່າງໃດກໍ່ຕາມ ເວີຊັນນີ້ກໍ່ຍັງບໍ່ສາມາດໃຊ້ໄດ້ກັບ Microsoft Windows Vista lol ດາວໂຫລດ ເວັບໄຊທ໌ຂອງ Nokia [...]

More »