Archive

Posts Tagged ‘Freeware’

໓ ໂປຣແກຣມໃໝ່ ວັນທີ່ ໒໗ ພະຈິກ ໒໕໕໑

November 27th, 2008

ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ

  • Google Chrome ອອກເວີຊັນໃໝ່ຫຼ້າສຸດ ຕອນນີ້ແມ່ນ 0.4.154.25 Beta ດາວໂຫຼດ
  • Safari for Windows ຕອນນີ້ອັບເດດເປັນ Safari 3.2.1 ແລ້ວ ກ່ອນໜ້ານີ້ແມ່ນ 3.2.0 –ໂປຣແກຣມທ່ອງເວັບຈາກ Mac OS X ດາວໂຫຼດ
  • ICQ ຍັງບໍ່ຕາຍ ເວີຊັນໃໝ່ ICQ 6.5 Build 102 ຫວນລະນຶກເຖິງວັນວານອັນຫວານຊື່ໄດ້ອີກຄັ້ງ ດາວໂຫຼດ

Freeware , , , , , ,

digsby

March 22nd, 2008

ພໍດີໃນ Twitter​ ມີຄົນແນະນຳມາ

Digsby

Digsby ເປັນໂປຣແກຣມ IM​ ທີ່ລວມເອົາ IM + Email + Social Networking ສາມຢ່າງໄວ້ນຳກັນ ຄືມັນສາມາດເຊື່ອມຕໍ່ກັບ protocols ແບບ MSN, Yahoo!, Jabber, ICQ​ ແລະອື່ນ ໆ ເພື່ອລົມກັນໄດ້ຄ້າຍ ໆ Pidgin ແຕ່ວ່າມັນມີຈຸດເດັ່ນທີ່ຫນ້າຕາ ແລະການລວມເອົາໂຕກວດອີເມລ ກັບການເຊື່ອມຕໍ່ Social Network​ ມາໄວ້ນຳ (ຕອນນີ້ຮອງຮັບ Facebook, MySpace ແລະ Twitter)

Digsby

Freeware , ,

Breadcrumbs Navigation ສຳຫລັບ Windows XP

September 6th, 2007

ມື້ນີ້ພໍດີຜ່ານໄປເຫັນໂປຣແກຣມນ້ອຍ ໆ ຕົວຫນຶ່ງທີ່ສາມາດເຮັດໃຫ້ Address bar ໃນ Windows XP ນັ້ນ ເປັນແບບໃນ Windows Vista ໄດ້ ໂດຍໂປຣແກຣມດັ່ງກ່າວມີຊື່ວ່າ QT Address Bar ເຊິ່ງເມື່ອຕິດຕັ້ງໂປຣແກຣມແລ້ວ ກໍ່ຈະສາມາດໃຊ້ງານ Address bar ແບບໃນ Windows Vista ທີ່ເອີ້ນວ່າ Breadcrumbs ດັ່ງພາບ

Breadcrumbs

QT Address Bar ເປັນຟຣີແວຣ໌ທີ່ພັດທະນາໂດຍໂປຣແກຣມເມີຊາວຍີ່ປຸ່ນ ສາມາດໃຊ້ໄດ້ກັບ Windows XP ແລະຕ້ອງມີ Microsoft .NET Framework 2.0 ຕິດຕັ້ງໃນເຄື່ອງເສຍກ່ອນ ເມື່ອຕິດຕັ້ງແລ້ວ ໆ ກໍ່ Restart ແລະເຂົ້າ Explorer ຈາກນັ້ນ ຄລິກຂວາທີ່ Toolbar ເລືອກ QT Breadcrumbs Address bar ກໍ່ຈະປະກົດ Breadcrumbs ຂຶ້ນມາໃຫ້ໃຊ້ງານ ເຊິ່ງ Navigator bar ແບບນີ້ມັນສະດວກກວ່າແບບທຳມະດາຫລາຍເທົ່າຫລາຍ ຢາກໃຫ້ໄດ້ລອງໃຊ້ກັນເບິ່ງ :D

ທີ່ມາ - Quizo’s Software [via ghacks.net]

Windows , ,

FlashGet v2.2.0.1055 Preview

September 6th, 2007

flashget22pre.pngຫລັງຈາກທີ່ຢູ່ໃນສາຍ v1.x ມາເປັນເວລາຫລາຍປີ ໃນທີ່ສຸດ FlashGet ກໍ່ອອກເວີຊັນ v2 ອອກມາໃຫ້ທົດລອງໄດ້ໃຊ້ກັນແລ້ວ ເຊິ່ງໃນເວີຊັນໃຫມ່ນີ້ ໄດ້ຖືກອອກແບບ UI ໃຫມ່ທັງຫມົດ ເຮັດໃຫ້ FlashGet v2 ຮອງຮັບລະບົບ Theme ແບບໃຫມ່ ແລະປັບປຸງລະບົບການດາວໂຫລດຕ່າງ ໆ ແຕ່ໃນ Preview version ນີ້ໄດ້ຕັດການທຳງານຂອງ eMule ອອກໄປຊົ່ວຄາວ

ສຳຫລັບທ່ານທີ່ສົນໃຈທົດສອບ ສາມາດດາວໂຫລດມາທົດລອງໄດ້ຈາກລິງກ໌. ຕົວຕິດຕັ້ງຈະເປັນພາສາຈີນ ເມື່ອຕິດຕັ້ງແລ້ວ ໂປຣແກຣມຈະມີເມມູເປັນພາສາອັງກິດຕາມປົກກະຕິ

Freeware , , ,

Messenger Plus! Live 4.22.274

June 2nd, 2007

Messenger Plus! Live

ອອກເວີຊັນໃຫມ່ອອກມາເພື່ອຮອງຮັບ Windows Live! Messenger v8.5.0517 public beta ໂດຍສະເພາະ ແລະກໍ່ມີການແກ້ໄຂບັ໊ກອີກສາມຈຸດ ເຊິ່ງທາງຜູ້ພັດທະນາວາງແຜນວ່າຈະຄ່ອຍ ໆ ປັບແກ້ໃຫ້ມີຫນ້າຕາແບບດຽວກັບ Windows Live! Messenger v8.5

au8ust.org , , ,

Winamp 5.34a Security Patch

May 5th, 2007

WinampNullsoft ໄດ້ອອກ Winamp v5.34a ອອກມາໃຫ້ດາວໂຫລດແລ້ວ ເຊິ່ງໃນເວີຊັນນີ້ຈະເປັນການແກ້ໄຂ ກ່ຽວກັບລະບົບຄວາມປອດໄພໃນໄຟລ໌ in_mp4.dll ທີ່ມີຂໍ້ບົກພ່ອງ ເຮັດໃຫ້ຜູ້ບໍ່ປະສົງດີສາມາດໃຊ້ໂຈມຕີລະບົບໄດ້ຜ່ານໄຟລ໌ MP4 ທີ່ຖືກຂຽນຂຶ້ນມາເປັນພິເສດ

ທ່ານໃດທີ່ຫ່ວງເລື່ອງຄວາມປອດໄພ ໃຫ້ອັບເດດດ່ວນ!

au8ust.org , ,

Winamp 5.34 Build 1271

April 24th, 2007

Winampໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp (ອ່ານວ່າ “ວິນແອມ” ບໍ່ແມ່ນ “ວິນແຫນມ” :P ) ຄວາມສາມາດຫລາກຫລາຍ ຮອງຮັບໄຟລ໌ສຽງ ແລະໄຟລ໌ວີດິໂອໄດ້ຄົບຖ້ວນ ສາມາດປ່ຽນຫນ້າຕາໄດ້ພ້ອມ ແຖມຍັງ Rip ແຜ່ນຊີດີໄດ້ອີກ

ອອກເວີຊັນໃຫມ່ມາ ຄຸນສົມບັດຫລັກ ໆ​ ຂອງເວີຊັນໃຫມ່ກໍ່ຄືຮອງຮັບ IPv6 ລວມໄປເຖິງປັບປຸງ ແລະແກ້ໄຂຂໍ້ບົກພ່ອງຕ່າງ ໆ ຈາກກ່ອນໜ້ານີ້ ເຊັ່ນເລື່ອງ Unicode ແລະ Windows Vista ໂດຍທ່ານສາມາດອ່ານ changelog ໄດ້ຈາກລິງກ໌ນີ້

au8ust.org , ,

Recuva 1.01.057 Beta

April 19th, 2007

Recuvaອອກເບຕ້າໃຫມ່ເຊັ່ນກັນ ສຳຫລັບໂປຣແກຣມກູ້ຂໍ້ມູນ Recuva (ເຄີຍນຳສະເຫນີໄປຄັ້ງໜຶ່ງ) ໃນເວີຊັນນີ້ ມີສິ່ງທີ່ປ່ຽນແປງຈາກເວີຊັນກ່ອນຫນ້ານີ້ຄື ເພີ່ມລິງກ໌ສຳຫລັບອັບເດທໂປຣແກຣມ, ຮອງຮັບພາສາອື່ນ ໆ​, ປັບປຸງກ່ຽວກັບຫນ່ວຍຄວາມຈຳ ແລະແກ້ບັ໊ກອີກເລັກ ໆ​ ນ້ອຍ ໆ

Recuva ເປັນໂປຣແກຣມປະເພດຟຣີແວຣ໌ສາມາດໃຊ້ງານໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍໃດ ໆ :)

au8ust.org , , ,

VideoLAN 0.8.6b test 1

April 18th, 2007

ເວີຊັນໃຫມ່ຂອງໂປຣແກຣມຫລິ້ນໄຟລ໌ multimedia ທີ່ມີຄວາມສາມາດສາລະພັດຮູບແບບ ມີລະບົບ plugins ສະເພາະຕົວ ຕັດບັນຫາເລື່ອງຂາດ CODEC ສຳຫລັບເປີດໄຟລ໌ຕ່າງ ໆ ອອກໄປ ແລະຍັງມີຄວາມພິເສດທີ່ວ່າ ສາມາດເປີດເບິ່ງໄຟລ໌ວີດິໂອທີ່ຍັງໂຫລດບໍ່ແລ້ວໄດ້!

ນອກຈາກນັ້ນ VideoLAN ຍັງສາມາດໃຊ້ເປັນ streaming server ຜ່ານເຄືອຂ່າຍ IPv4 ຫຼື IPv6 ໄດ້ອີກຖ້າຫາກສົນໃຈ

ໃນເວີຊັນໃຫມ່ນີ້ມີການແກ້ໄຂບັ໊ກຕ່າງ ໆ​ ຈາກເວີຊັນເກົ່າ ແລະປັບປຸງໃຫ້ໃຊ້ງາໄດ້ດີຂຶ້ນກັບ Windows Vista

ທີ່ມາ - [via Neowin.net]

au8ust.org , ,

VistaGlazz 1.0

April 18th, 2007

VistaGlazz 1.0 ເປັນໂປຣແກຣມນ້ອຍ ໆ ທີ່ໃຊ້ໄວ້ patch ໄຟລ໌ລະບົບຂອງ Windows Vista ເພື່ອໃຫ້ສາມາດໃຊ້ custom styles ແລະ themes ໄດ້ (ກໍ່ຄື themes ທີ່ໂຫລດມາຕ່າງຫາກ) ແລະທີ່ສຳຄັນ ຍັງມີຕົວເລືອກເພື່ອໃຫ້ສະແດງຜົນ Title bar ເປັນແບບໂປ່ງໃສອີກນຳ (ທຳມະດາຈະເປັນສີດຳ ໆ)

ໂປຣແກຣມນີ້ສາມາດໃຊ້ໄດ້ທັງເວີຊັນ 32Bit ແລະ 64Bit ຂອງ Windows Vista

[via Neowin.net]

au8ust.org , ,