Posts Tagged ‘Firmware’

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ [...]

More »

ຖ່າຍວີດິໂອລະດັບ HD ແລະການສ້າງຣິງໂທນຟຣີໃນ iPhone

Hacker ທີ່ມີຊື່ວ່າ Drunknbass ໄດ້ອັບໂຫລດວີດິໂອສາທິດການໃຊ້ ໄອໂຟນ ເພື່ອບັນທຶກພາບວີດິໂອຄວາມລະອຽດລະດັບ HD ດ້ວຍກ້ອງ 2.0 Mega pixel ຂອງໄອໂຟນ ໂດຍໃນຂະນະນີ້ນັ້ນ ຄວາມສາມາດຂອງໂປຣແກຣມສາມາດບັນທຶກພາບໄດ້ພຽງ 5 ວິນາທີ ດ້ວຍ Framerate ທີ່ 10FPS ຕໍ່ວິນາທີ ເທົ່ານັ້ນ ເຊິ່ງຄາດການກັນວ່າ ເມື່ອໂປຣແກຣມດັ່ງກ່າວເສັດສົມບູນແລ້ວຈະສາມາດບັນທຶກພາບໄດ້ 45FPS ຕໍ່ວິ ແລະສາມາດບັນທຶກໄປໄດ້ຈົນກວ່າຫນ່ວຍຄວາມຈຳຈະເຕັມ [youtube N9te86OSmS4] ທີ່ມາ – Slashdot [via Blognone] ແລະອີກຂ່າວຫນຶ່ງຄື ມີວິທີໃຫມ່ໃນການສ້າງຣິງໂທນ ຫຼື ສຽງເອີ້ນເຂົ້າ ໃຫ້ກັບໄອໂຟນໄດ້ແລ້ວ ໂປຣແກຣມທີ່ວ່ານີ້ຄື GarageBand 4.1.1 ແຕ່ວ່າມີຂໍ້ຈຳກັດຢູ່ບ່ອນຣິງໂທນນັ້ນຕ້ອງມີຄວາມຍາວບໍ່ເກີນ 40 ວິນາທີ ສຳຫລັບວິທີເຮັດນັ້ນສາມາດອ່ານໄດ້ຈາກເອກກະສານຂອງ Apple ໂດຍປົກກະຕິແລ້ວນັ້ນ iPhone ໃນເວລາທີ່ວາງຂາຍທຳອິດຈະບໍ່ສາມາດເພີ່ມຣິງໂທນໄດ້ເລີຍ ຈົນເມື່ອເດືອນກັນຍາທີ່ຜ່ານມາ Apple ເຊິ່ງເປັນບໍລິສັດຜູ້ຜະລິດກໍ່ໄດ້ອອກ Firmware ໃຫມ່ເພື່ອເພີ່ມຄວາມສາມາດແລະແກ້ໄຂບັນຫາຕ່າງ [...]

More »