Posts Tagged ‘Firefox’

Firefox ໓

ໃນທີ່ສຸດ ມັນກໍ່ມາຈົນໄດ້ Firefox 3 ໂປຣແກຣມທ່ອງເວັບໃຫມ່ຫລ້າສຸດຈາກ Mozilla ແລະໃນເວັບໄຊຂອງ Firefox ເອງກໍ່ຍັງມີການອັບເດດຫນ້າເວັບເປັນແບບໃຫມ່ນຳ ນອກຈາກນັ້ນ Extensions ແລະ Addons ຕ່າງ ໆ ກໍ່ເລີ່ມມີການອັບເດດໃຫ້ຮອງຮັບເວີຊັນຫລ້າສຸດຂອງ Firefox 3 ກັນແລ້ວ ໃນຂະນະທີ່ຂຽນຢູ່ນີ້ ມີຄົນດາວໂຫລດ Firefox 3 ໄປແລ້ວ 6,085,765 ເທື່ອ ສຳຫລັບປະເທດລາວແມ່ນ 105 ເທື່ອ ເຊິ່ງທາງ Mozilla ພະຍາຍາມຈະສ້າງສະຖິຕິໂປຣແກຣມທີ່ມີຄົນດາວໂຫລດຫລາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ (ຕາມບລັອກກ່ອນຫນ້ານີ້ທີ່ຂຽນໄວ້) ຄວາມສາມາດໃຫມ່ ໆ ທີ່ເປັນຈຸດເດັ່ນໃນ Firefox 3 ກໍ່ມີ Smart Location Bar – ເຂົ້າເຖິງເວັບໄຊຕ່າງ ໆ ໄດ້ງ່າຍຂຶ້ນໂດຍ Location Bar ທີ່ປັບປຸງມາໃຫມ່ອ່ຽມ One-Click Bookmarking – ພຽງຄລິກດຽວກໍ່ຈັດເກັບຫນ້າເວັບເປັນ [...]

More »

Firefox 3 RC2

ອອກ Release Candidate ທີ່ສອງແລ້ວໃນສາຍການຜະລິດ Firefox 3 ເຊິ່ງໃນເວີຊັນນີ້ຈະເນັ້ນແກ້ໄຂ bugs ໃນ RC1 ເພື່ອເລັ່ງເປີດຕົວ Firefox 3 ໃນໄວ ໆ ນີ້ ດາວໂຫລດ ຫລັງຈາກທົດລອງໃຊ້ແລ້ວ ປະກົດວ່າ Addons ຕ່າງ ໆ ນັ້ນສາມາດໃຊ້ຮ່ວມກັບ Firefox 3 RC2 ໄດ້ຫລາຍຂຶ້ນ ອາດຈະເປັນເພາະວ່າມັນໃກ້ອອກແລ້ວ ທາງຜູ້ພັດທະນາ Addons ກໍ່ເລີຍຈັດການອັບເດດກັນຖ້ວນຫນ້າ

More »

FireNes ຫຼິ້ນເກມ NES ໃນ Firefox

Firenes ເປັນ Extension ສຳຫລັບ Firefox ໃຊ້ໄວ້ຫຼິ້ນເກມຂອງເຄື່ອງ NES aka Family, Famicom, etc… ຈຸດເດັ່ນກໍ່ຄື ສາມາດຫຼິ້ນໄດ້ໂດຍບໍ່ຕ້ອງດາວໂຫລດ Emulator ຫຼື ROM ມາເລີຍ (ເພິ່ນວ່າແນວນັ້ນ) ສົນໃຈໂຫລດໄດ້ທີ່ມາ ທີ່ມາ – Mozilla.org via del.icio.us

More »

ເມື່ອ Firefox ຢາກລົງ Guinness World Record

ເນື່ອງໃນໂອກາດທີ່ Firefox 3 ກຳລັງຈະຖືກປ່ອຍອອກມາໃນໄວ ໆ ນີ້ ທາງ Mozilla ເຈົ້າຂອງ Firefox ກໍ່ໄດ້ເປີດກິດຈະກຳ Firefox 3 Download Day 2008 ເຊີນຊວນໃຫ້ຜູ້ໃຊ້ງານ Firefox (ແລະທີ່ບໍ່ໃຊ້ກໍ່ໄດ້) ມາຮ່ວມດາວໂຫລດ Firefox ເພື່ອສ້າງສະຖິຕິ “Software ທີ່ຖືກດາວໂຫລດຫລາຍທີ່ສຸດພາຍໃນ ໒໔ ຊົ່ວໂມງ” ການເຂົ້າຮ່ວມກິດຈະກຳນີ້ກໍ່ງ່າຍ ໆ ພຽງເຂົ້າໄປທີ່ຫນ້າ Firefox 3 Download Day 2008 ແລ້ວຄລິກທີ່ Pledge Now ຈາກນັ້ນເລືອກປະເທດ ແລະໃສ່ອີເມລຂອງເຮົາ ກໍ່ເປັນອັນຈົບພິທີ ເຫລືອແຕ່ວ່າ ຖ້າໃຫ້ຮອດມື້ເປີດໃຫ້ດາວໂຫລດມາແລ້ວ ຈະມີອີເມລສົ່ງມາແຈ້ງໃຫ້ເຮົາໄປຮ່ວມສ້າງສະຖິຕິອັນຍິ່ງໃຫຍ່ນີ້ ແຟນຄລັບ Firefox ຢ່າພາດເດັດຂາດ! (ຂະນະທີ່ກຳລັງຂຽນຂ່າວນີ້ ປະເທດລາວມີຜູ້ເຂົ້າຮ່ວມແລ້ວ ໗ ຄົນ) ທີ່ມາ – Mozilla Blog [via [...]

More »

Mozilla Firefox v3.0 Beta 1 ມາແລ້ວ

ຫລັງຈາກທີ່ກ່ອນຫນ້ານີ້ Mozilla ໄດ້ອອກ Pre-release ຂອງ Firefox 3 beta 1 ມາ ຕອນນີ້ກໍ່ໄດ້ປ່ອຍ Beta 1 ຢ່າງເປັນທີ່ການໃຫ້ດາວໂຫລດກັນແລ້ວ ດາວໂຫລດ ເວັບໄຊຕ໌ຜູ້ພັດທະນາ

More »

Hardware embedded Firefox

P5E3 Deluxe/WiFi-AP ເມນບອຣ໌ດໃຫມ່ຈາກ Asus ທີ່ພ່ວງຄວາມສາມາດພິເສດມາຄື Firefox ທີ່ຝັງມາກັບລະບົບ Hardware ໂດຍກົງ ໃຊ້ຜ່ານ Embedded Linux ແຖມມີ Skype ໃຫ້ໃຊ້ພ້ອມ ນອກຈາກນັ້ນຍັງມີ Wireless ມານຳອີກ ເປີດເຄື່ອງມາກໍ່ສາມາດທ່ອງອິນເຕີເນັດໄດ້ເລີຍ ໃຊ້ເວລາເປີດປະມານ 5 ວິນາທີເທົ່ານັ້ນ ຫຼືຫາກຈະລົງ OS ອື່ນ ໆ ກໍ່ສາມາດເຮັດໄດ້ຕາມປົກກະຕິ ແຕ່ວ່າເມນບອຣ໌ດລຸ້ນນີ້ອາດຈະບໍ່ຄັກໃຈປານໃດ ດ້ວຍເຫດທີ່ລາຄາຂອງມັນສູງເຖິງ $350! ເບິ່ງຮູບປະກອບໄດ້ຈາກເວັບທີ່ມາ ທີ່ມາ – Crave

More »

Mozilla FireFox 3.0 Alpha 6 (PRE)

ຂ່າວສັ້ນ ໆ ຂໍລົງໄວ້ຂັ້ນເວລາ ຂະນະນີ້ Firefox 3.0 Alpha 6 Pre-release (Nightly build) ໄດ້ອອກມາແລ້ວ ໂດຍອອກຫ່າງຈາກ Gran Paradiso Alpha 5 ພຽງບໍ່ເທົ່າໃດມື້ ຫາກສົນໃຈກໍ່ລອງດາວໂຫລດໄປຫຼິ້ນເບິ່ງ ດາວໂຫລດ: Windows, Mac OS X, Linux

More »

Firefox 2.0.0.4

Mozilla ອອກເວີຊັນໃຫມ່ຂອງ Firefox ທີ່ໄດ້ຮັບການແກ້ໄຂເລື່ອງ ລະບົບຄວາມປອດໄພຈາກເວີຊັນກ່ອນຫນ້ານີ້ ແລະຮອງຮັບການໃຊ້ງານທີ່ດີຂຶ້ນກັບ Windows Vista ລວມເຖິງໄດ້ເພີ່ມພາສາເຂົ້າມາອີກສອງພາສາ ໂດຍຜູ້ໃຊ້ສາມາດດາວໂຫລດມາຕິດຕັ້ງໄດ້ ຫຼືອາດຈະໃຊ້ Software Update ໃນ Firefox ໂດຍໄປທີ່ Help > Check for Update… ກໍ່ໄດ້ເຊັ່ນກັນ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Windows Media Player on Firefox

Microsoft ໄດ້ອອກ Plugin ສຳຫລັບ Firefox ເພື່ອໃຫ້ Firefox ສາມາດທີ່ຈະຫຼິ້ນໄຟລ໌ຕ່າງ ໆ​ ທີ່ເປັນຂອງ Windows Media ໄດ້ ນັ້ນກໍ່ຫມາຍຄວາມວ່າ ຜູ້ໃຊ້ງານ Firefox ຈະບໍ່ພົບບັນຫາເມື່ອໄປເຈີະກັບຫນ້າທີ່ embedded WMP ActiveX ອີກຕໍ່ໄປ ສຳຫລັບປລັກອິນທີ່ວ່ານີ້ ມີຂະໜາດ 302K ໃຊ້ໄດ້ກັບ Windows XP SP2 & Windows Vista ທັງແບບ x86 ແລະ x64 ດາວໂຫລດ ທີ່ມາ – WindowsVistaBlog [via]

More »

Firefox 2.0.0.3 ແລະ Firefox 1.5.0.11

ອອກບໍ່ຫ່າງຈາກ v2.0.0.2 ປານໃດ ສຳຫລັບໃນເວີຊັນນີ້ນັ້ນ ຈະເປັນການແກ້ໄຂລະບົບຄວາມປອດໄພເປັນຫລັກ ແລະໃນ Firefox v1.5.0.11 ກໍ່ເຊັ່ນດຽວກັນ ເນື່ອງຈາກມີລາຍງານພົບວ່າ ມີຂໍ້ບົກພ່ອງໃນ Firefox ເຊິ່ງເຮັດໃຫ້ຜູ້ບໍ່ຫວັງດີ ສາມາດກວດສອບການໃຊ້ງານ Ports ຕ່າງ ໆ ໃນລະບົບຂອງຜູ້ໃຊ້ງານໄດ້ຫາກມີການໃຊ້ງານ FTP server ທີ່ຂຽນສະເພາະຂຶ້ນມາ ເຊິ່ງທາງ Mozilla ແນະນຳໃຫ້ຜູ້ໃຊ້ Firefox ທຳການອັບເດທໂດຍດ່ວນ. Firefox ເປັນໂປຣແກຣມທ່ອງເວບຈາກ Mozilla ທີ່ກຳລັງຍາດແຍ່ງສ່ວນແບ່ງຂອງຕະຫລາດ Web Browser ກັບ IE ຂອງທາງ Microsoft ຢູ່ ເຊິ່ງທາງ au8ust.org ເອງ ກໍ່ແນະນຳໃຫ້ທຸກ ໆ ທ່ານ ໃຊ້ Firefox ໃນການຮັບຊົມ au8ust’s tech channel ເພາະຈະເຮັດໃຫ້ທ່ານສາມາດອ່ານເນື້ອຫາໃນບລັອກນີ້ໄດ້ດີຍິ່ງຂຶ້ນ! (ຕ້ອງລອງເອງຈິ່ງຈະຮູ້) ດາວໂຫລດ Mozilla Firefox v2.0.0.3 [...]

More »