ຜູ້ໃຊ້ Gmail ໃນໄລຍະສອງສາມມື້ທີ່ຜ່ານມາອາດຈະພົບວ່າ ມີຄວາມສາມາດໃໝ່ທີ່ເພີ່ມເຂົ້າມາໃນ Gmail ນັ້ນກໍ່ຄື “Themes” ເຊິ່ງເປັນສີສັນໜ້າຕາຂອງໜ້າຈໍ Gmail ເຊິ່ງມີໃຫ້ເລືອກໄດ້ຫຼາຍເຖິງ ໓໑ ແບບໃນຂະນະທີ່ຂຽນຢູ່ນີ້.
ນອກຈາກຈະປ່ຽນໜ້າຕາມປົກກະຕິແລ້ວ ຍັງສາມາດເລືອກໄດ້ວ່າ ຈະໃຫ້ປ່ຽນເອງໂອຍອັດຕະໂນມັດຂຶ້ນກັບສະຖານທີ່, ສະພາບອາກາດ ແລະເວລາອີກນຳ (ມີບ່ອນໃຫ້ເລືອກປະເທດ). Themes ສ່ວນຫຼາຍແມ່ນທີມງານຂອງ Google ເອງເປັນຝ່າຍອອກແບບ ນອກຈາກນັ້ນແມ່ນນັກອອກແບບພາຍນອກທີ່ຈ້າງມາຕ່າງຫາກ ເຊິ່ງໄດ້ເຂົ້າມາອອກແບບ Phantasea Renewal, Summer Ocean ແລະ Cherry Blossom.
ທີ່ມາ – Gmail