Posts Tagged ‘Download’

ຊອກຫາເວີຊັນເກົ່າຂອງໂປຣແກຣມທີ່ຕ້ອງການຜ່ານ OldVersion.com

ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ. ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້

More »

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

ປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້ ທີ່ມາ – Lessig.org ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

More »

ເມື່ອ Firefox ຢາກລົງ Guinness World Record

ເນື່ອງໃນໂອກາດທີ່ Firefox 3 ກຳລັງຈະຖືກປ່ອຍອອກມາໃນໄວ ໆ ນີ້ ທາງ Mozilla ເຈົ້າຂອງ Firefox ກໍ່ໄດ້ເປີດກິດຈະກຳ Firefox 3 Download Day 2008 ເຊີນຊວນໃຫ້ຜູ້ໃຊ້ງານ Firefox (ແລະທີ່ບໍ່ໃຊ້ກໍ່ໄດ້) ມາຮ່ວມດາວໂຫລດ Firefox ເພື່ອສ້າງສະຖິຕິ “Software ທີ່ຖືກດາວໂຫລດຫລາຍທີ່ສຸດພາຍໃນ ໒໔ ຊົ່ວໂມງ” ການເຂົ້າຮ່ວມກິດຈະກຳນີ້ກໍ່ງ່າຍ ໆ ພຽງເຂົ້າໄປທີ່ຫນ້າ Firefox 3 Download Day 2008 ແລ້ວຄລິກທີ່ Pledge Now ຈາກນັ້ນເລືອກປະເທດ ແລະໃສ່ອີເມລຂອງເຮົາ ກໍ່ເປັນອັນຈົບພິທີ ເຫລືອແຕ່ວ່າ ຖ້າໃຫ້ຮອດມື້ເປີດໃຫ້ດາວໂຫລດມາແລ້ວ ຈະມີອີເມລສົ່ງມາແຈ້ງໃຫ້ເຮົາໄປຮ່ວມສ້າງສະຖິຕິອັນຍິ່ງໃຫຍ່ນີ້ ແຟນຄລັບ Firefox ຢ່າພາດເດັດຂາດ! (ຂະນະທີ່ກຳລັງຂຽນຂ່າວນີ້ ປະເທດລາວມີຜູ້ເຂົ້າຮ່ວມແລ້ວ ໗ ຄົນ) ທີ່ມາ – Mozilla Blog [via [...]

More »

FlashGet v2.2.0.1055 Preview

ຫລັງຈາກທີ່ຢູ່ໃນສາຍ v1.x ມາເປັນເວລາຫລາຍປີ ໃນທີ່ສຸດ FlashGet ກໍ່ອອກເວີຊັນ v2 ອອກມາໃຫ້ທົດລອງໄດ້ໃຊ້ກັນແລ້ວ ເຊິ່ງໃນເວີຊັນໃຫມ່ນີ້ ໄດ້ຖືກອອກແບບ UI ໃຫມ່ທັງຫມົດ ເຮັດໃຫ້ FlashGet v2 ຮອງຮັບລະບົບ Theme ແບບໃຫມ່ ແລະປັບປຸງລະບົບການດາວໂຫລດຕ່າງ ໆ ແຕ່ໃນ Preview version ນີ້ໄດ້ຕັດການທຳງານຂອງ eMule ອອກໄປຊົ່ວຄາວ ສຳຫລັບທ່ານທີ່ສົນໃຈທົດສອບ ສາມາດດາວໂຫລດມາທົດລອງໄດ້ຈາກລິງກ໌. ຕົວຕິດຕັ້ງຈະເປັນພາສາຈີນ ເມື່ອຕິດຕັ້ງແລ້ວ ໂປຣແກຣມຈະມີເມມູເປັນພາສາອັງກິດຕາມປົກກະຕິ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »