Posts Tagged ‘DNS’

ປ່ຽນ DNS ງ່າຍໆ ໂດຍໃຊ້ DNS Jumper

ດັ່ງທີ່ຮູ້ກັນວ່າ ທຸກມື້ນີ້ DNS ບໍ່ມີສະເພາະຂອງ ISP ໃຫ້ມາເທົ່ານັ້ນ ຜູ່ໃຊ້ສາມາດເລືອກໃຊ້ DNS ຈາກຜູ່ໃຫ້ບໍລິການອື່ນໆ ໄດ້ຕາມຄວາມພໍໃຈ ບໍ່ວ່າຈະເປັນ OpenDNS ຫຼື Google DNS ເປັນຕົ້ນ. ຢ່າງໃດກໍຕາມການປ່ຽນ DNS ນັ້ນ ບາງຄັ້ງກໍຮູ້ສຶກວ່າຈະໃຊ້ຫຼາຍຂັ້ນຕອນເຫຼືອເກີນ ມື້ນີ້ຈຶ່ງມີແນະນຳໂປຣແກຣມນ້ອຍໆ ທີ່ຈະຊ່ວຍປ່ຽນ DNS ໃຫ້ເນັດຂອງທ່ານແບບງ່າຍໆ ໂດຍໃຊ້ DNS Jumper. DNS Jumper ເປັນໂປຣແກຣມ Freeware ທີ່ດາວໂຫລດພ້ອມໃຊ້ທັນທີບໍ່ຕ້ອງຕິດຕັ້ງໃຫ້ຫຍຸ້ງຍາກ; ເມື່ອເປີດໂປຣແກຣມຂຶ້ນມາແລ້ວ ກໍພຽງເລືອກຜູ່ໃຫ້ບໍລິການ DNS ທີ່ຕ້ອງການ ເຊິ່ງກໍມີທີ່ຄຸ້ນໆ ຕາແມ່ນ Google DNS ແລະ OpenDNS ນັ້ນເອງ. ດາວໂຫລດ DNS Jumper ໄດ້ຈາກ FiberDownload.com ທີ່ມາ – Ghacks.net

More »

Google DNS

ອອກມາໄດ້ໄລຍະນຶ່ງແລ້ວສຳລັບບໍລິການ Public DNS ຈາກ Google ເຊິ່ງຫາກໃຜເຄີຍໃຊ້ OpenDNS (ອ່ານໄດ້ໃນໂພສເກົ່າ) ກໍຈະພໍລຶ້ງເຄີຍກັນແດ່. Google Public DNS ເປັນບໍລິການຟຣີ DNS ສຳລັບຜູ່ຊົມໃຊ້ອິນເຕີເນັດທົ່ວໄປ ທີ່ທາງ Google ອ້າງວ່າຈະຊ່ວຍເພີ່ມຄວາມໄວໃນການດາວໂຫລດໜ້າເວັບຕ່າງໆ ໄດ້ເປັນຢ່າງດີ ເນື່ອງຈາກ Google ໂດຍປົກກະຕິຈະສົ່ງ spider bot ໄປເລາະຕາມເວັບໄຊຕ່າງໆ ຢູ່ແລ້ວ ຈຶ່ງມີລາຍລະອຽດຂອງ DNS ແລະ cache ຢູ່ເປັນຈຳນວນຫຼາຍ ເຮັດໃຫ້ສາມາດເອີ້ນມາໃຊ້ໄດ້ໄວຂຶ້ນ. ຢ່າງໃດກໍຕາມ Google DNS ຈະເກັບຂໍ້ມູນການເຂົ້າໃຊ້ເວັບໄຊຕ່າງໆ ຂອງຜູ່ຊົມໃຊ້ໄວ້ ແລະຈະລຶບ IP ທີ່ບັນທຶກໄວ້ນັ້ນອອກພາຍໃນ 48 ຊົ່ວໂມງ ເພື່ອເປັນການຮັກສາຄວາມເປັນສ່ວນຕົວຂອງທ່ານ. ຂໍ້ມູນທີ່ເກັບໄປນັ້ນ ໃຊ້ເພື່ອສ້າງສະຖິຕິຄວາມສົນໃຈໃນເວັບໄຊທີ່ຜູ່ໃຊ້ນິຍົມເຂົ້າເລື້ອຍໆ. ຂໍ້ແຕກຕ່າງຂອງ Google DNS ແລະ OpenDNS ໂດຍຫຼັກໆ ກໍຄື Google DNS ຈະມີເລກ [...]

More »

OpenDNS – ທາງອອກຂອງບັນຫາ DNS

ໄລຍະຫລັງນີ້ຮູ້ສຶກວ່າອິນເຕີເນັດຂອງ ລາວໂທລະຄົມ ຈະມີບັນຫາກັບເວັບໄຊຕ໌ບາງແຫ່ງ ສົ່ງຜົນໃຫ້ເຂົ້າບໍ່ໄດ້ເປັນບາງເວັບ ເຊິ່ງຕົວຂ້າພະເຈົ້າເອງກໍ່ປະສົບບັນຫາປະມານນີ້ເຊັ່ນກັນ ລວມເຖິງທ່ານພະນົມສິນ ເພິ່ນກໍ່ບອກວ່າເຂົ້າເວັບໄຊຕ໌ຕົວເອງບໍ່ໄດ້ ແຕ່ພາຍຫລັງກໍ່ເຂົ້າໄດ້ ເມື່ອແຈ້ງໄປຫາ Host ທາງ Host ກໍ່ຕອບກັບມາວ່າອາດຈະເປັນເພາະ DNS ມີບັນຫາ ແຕ່ຂອງຂ້າພະເຈົ້ານັ້ນ ເຂົ້າ Subdomain ທີ່ສ້າງໃຫມ່ບໍ່ໄດ້ ຫຼືບາງທີ Subdomain ເກົ່າກໍ່ເຂົ້າບໍ່ໄດ້ ຫລ້າສຸດ community.au8ust.org ກໍ່ເຂົ້າບໍ່ໄດ້ ແຕ່ຄົນອື່ນທີ່ໃຊ້ເນັດບໍລິສັດອື່ນພັດວ່າເຂົ້າໄດ້ ເມື່ອປ່ຽນ DNS ແລ້ວກໍ່ເຂົ້າໄດ້ນຳເພິ່ນ ຮູ້ສຶກວ່າຈະຂຽນສັບສົນດີ ມາເຂົ້າເລື່ອງເລີຍດີກວ່າ ມື້ນີ້ຂໍແນະນຳ OpenDNS ເຊິ່ງເປັນຜູ້ໃຫ້ບໍລິການ DNS ຟຣີແຕ່ມີຄຸນນະພາບ (ຈົນ DNS ເສຍເງິນຍັງຕ້ອງຊິດຊ້າຍ) ເຊິ່ງ OpenDNS ທີ່ວ່ານີ້ມີຄວາມສາມາດຫລັກ ໆ ກໍ່ຄື ອັບເດດ DNS ໄດ້ໄວ (ໄວກວ່າຂອງ ISP ຫລາຍ ໆ ບ່ອນອີກ) ປ້ອງກັນ Phishing ໄດ້ໃນລະດັບ [...]

More »