Posts Tagged ‘Dell’

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ [...]

More »

Dell’s open-source n Series desktop

ຕາມທຳມະດາຂອງຄອມພິວເຕີຈາກ Dell ແລ້ວຈະມີ ລະບົບປະຕິບັດການຕິດມານຳສະເຫມີ (ແລະມັກຈະເປັນ Windows) ຈຸດນີ້ມັນກໍ່ມີຂໍ້ດີຢູ່ບ່ອນວ່າ ຊື້ເຄື່ອງກໍ່ຈະໄດ້ລະບົບປະຕິບັດການ Windows ທີ່ເປັນ OEM Edition ມາພ້ອມເລີຍ (+ມີ License ຢ່າງດີ) ເຊິ່ງແບບນີ້ຈະສະດວກສຳຫລັບ User ທົ່ວໆໄປ ທີ່ບໍ່ຊຳນານກ່ຽວກັບຂອງພວກນີ້ປານໃດ ດີກວ່າຊື້ມາແລ້ວຕ້ອງຊອກ OS ມາລົງເພີ່ມເຕີມ ແຕ່ວ່າ ມັນກໍ່ສ້າງຄວາມລຳບາກ ໃຫ້ກັບຄົນທີ່ຊື້ມາແລ້ວບໍ່ຕ້ອງການໃຊ້ Windows ທີ່ມາກັບເຄື່ອງເລີຍ ເລື່ອງນີ້ທາງ Dell ກໍ່ເລີຍອອກ Dell’s n Series ອອກມາໃຫ້ເລືອກຊື້ໄດ້ຕາມຄວາມເຫມາະສົມ Dell’s n Series ຈະບໍ່ມີລະບົບປະຕິບັດການ Windows ຕິດມາກັບເຄື່ອງເລີຍ ຜູ້ໃຊ້ງານສາມາດເລືອດຕິດຕັ້ງລະບົບປະຕິບັດການໄດ້ຕາມຕ້ອງການ ຢາກຈະລົງ Linux ລົງຫຍັງກໍ່ລົງໄດ້ເອົາແຕ່ຊິມັກ ແລະແນ່ນອນວ່າ n Series ຈະມີລາຄາຖືກກວ່າລຸ້ນທີ່ມີ Windows ຕິດມານຳ ແຕ່ກໍ່ມີຫມາຍເຫດຢູ່ຢ່າງຫນຶ່ງຄື ທາງ Dell ຈະບໍ່ມີ [...]

More »