Posts Tagged ‘DAPs’

ນັກຮຽນທຳຮ້າຍຄູເພາະຖືກຢຶດ iPod !!?

ຂ່າວຫນ້າເສົ້າໃຈ Frank Burd ຄູໄວ 60 ປີ ຖືກນັກຮຽນ ທຳຮ້າຍຮ່າງກາຍ ເຫດມາຈາກການ ໄປຢືດເອົາເຄື່ອງຫລິ້ນເພງ iPod ຈາກເດັກນັກຮຽນໄວພຽງ 14 ປີ ທີ່ໃຊ້ iPod ຂະນະກຳລັງຮຽນຢູ່ໃນຫ້ອງຮຽນ ສ້າງຄວາມເດືອດດານໃຫ້ປະທຸຂຶ້ນໃນໃຈ ເລີຍຊັກຊວນຫມູ່ອີກຄົນມາຮ່ວມທີມ ຫາໂອກາດ ຍູ້ອາຈານໄປຊົນລັອກເກີ ເປັນເຫດໃຫ້ໄດ້ຮັບບາດເຈັບ ນັກຮຽນທັງສອງຄົນ ຖືກຈັບໃນເວລາຕໍ່ມາ  ແລະຖືກລົງໂທດຕາມກົດຫມາຍສຳຫລັບຜູ້ໃຫຍ່ ສ່ວນຄູຄົນດັ່ງກ່າວ ຕອນນີ້ອາການຊົງຕົວດີຂຶ້ນແລ້ວ ທີ່ມາ – Engadget ອາ… ຄົນຫນໍ…

More »

SanDisk Sansa Connect

WiFi-Based MP3 Player ເຄື່ອງທຳອິດ ໃນສາຍການຜະລິດ ຂອງທາງ SanDisk. ມີຈຸດເດັ່ນທີ່ການຮອງຮັບ ການເຊື່ອມຕໍ່ ຜ່ານ Wi-Fi, ຜູ້ໃຊ້ສາມາດດາວໂຫລດເພງ ຟັງເພງອອນໄລນ໌ ຟັງວິທະຍຸ ແລະເບິ່ງຮູບພາບໄດ້ຜ່ານການເຊື່ອມຕໍ່ໄຣ້ສາຍ Santa Connect ມາພ້ອມກັບຫນ້າຈໍຂະຫນາດ 2.2″ TFT ສີສັນສວຍງາມ (ນ່ານ!! ໄປໂຄສະນາໃຫ້ເຂົ້າອີກ 555) ແລະ Slot ສຳຫລັບໃສ່ຫນ່ວຍຄວາມຈຳແບບ microSD ເຜື່ອວ່າ ຜູ້ໃຊ້ອາດຕ້ອງການໂອນຖ່າຍເພງ ຫລືເພີ່ມຄວາມຈຸ ໃຫ້ກັບເຄື່ອງໄດ້ ໃນພາຍຫລັງ ເຄື່ອງລຸ້ນ 4GB ຈະມີອອກວາງຈຳຫນ່າຍ ໃນຊ່ວງເດືອນມີນາປີນີ້ ໃນລາຄາປະມານ $249.99 ສຳຫລັບໃນບ້ານເຮົາ ຄືຊິບໍ່ມີຄົນໃຊ້ຫລາຍປານໃດ ຫລືອາດຈະບໍ່ມີເລີຍກໍ່ເປັນໄດ້ ກໍ່ເຫດອັນ Wi-Fi HotSpot ໃນບ້ານເຮົາຍັງມີນ້ອຍ ເທົ່າທີ່ນັບໄດ້ກໍ່ມີແຖວນ້ຳພຸ, ສະຫນາມບິນວັດໄຕ, ຖ້າເປັນຫລວງພະບາງກໍ່ຈະມີຢູ່ແຖວໆ ໃນເມືອງທີ່ຢູ່ໃກ້ກັບສູນລາວໂທລະຄົມ ນອກຈາກນັ້ນກໍ່ຍັງມີຜູ້ໃຫ້ບໍລິການບາງລາຍທີ່ໃຫ້ບໍລິກາຮ Wi-Fi HotSpot ແຕ່ໂດຍລວມແລ້ວກໍ່ຍັງມີນ້ອຍຫລາຍ ຫາກຈະເອົາມາໃຊ້ກັບເຄື່ອງອຸປະກອນທີ່ຕ້ອງໃຊ້ [...]

More »