Posts Tagged ‘CMS’

Joomla! 1.6

Joomla! ອອກເວີຊັນ 1.6 ເຊິ່ງເປັນເວີຊັນໃໝ່ຫຼ້າສຸດຂອງຕອນນີ້ຫຼັງຈາກທີ່ປ່ອຍ beta ມາ 15 ຮຸ່ນ ແລະເວີຊັນ RC ອີກ 1 ຮຸ່ນ. ຖ້າເບິ່ງຈາກພາຍນອກຈະເຫັນວ່າ Joomla! 1.6 ໄດ້ຮັບການປັບປ່ຽນໜ້າຕາໄປພໍສົມຄວນ ທັງໜ້າເວັບ ແລະລະບົບ Admin ທີ່ມີການອອກແບບໃໝ່. ສ່ວນທີ່ສຳຄັນໄປກວ່ານັ້ນແມ່ນ ລະບົບພາຍໃນທີ່ມີການປ່ຽນແປງໃຫຍ່ໆ ຄື: ລະບົບການຈັດການສິດທິແບບໃໝ່ ສາມາດກຳນົດໄດ້ວ່າຈະໃຫ້ໃຜສາມາດອ່ານ ຫຼືຈັດການເນື້ອຫາໄດ້. ລະບົບການຈັດການໝວດໝູ່ທີ່ບໍ່ຈຳກັດ ຜູ່ເບິ່ງແຍງເວັບສາມາດສ້າງໝວດໝູ່ຕ່າງໆ ພາຍໃນເວັບເທົ່າໃດກໍໄດ້ຕາມແຕ່ຕ້ອງການ. ອັບເດດ Extension ແບບຄລິກດຽວ ຕໍ່ໄປການອັບເດດ Extension ຈະເປັນເລື່ອງງ່າຍໆ ໂດຍສາມາດຄລິກອັບເດດໄດ້ຈາກ admin panel ເລີຍ (ເຊິ່ງ WordPress ເຮັດໄດ້ດົນແລ້ວ). ຮອງຮັບ XHTML ໃນ Joomla! 1.6 ແມ່ນຖືກອອກແບບມາໃຫ້ເຂົ້າໄດ້ກັບມາດຕະຖານ XHTML ໂດຍກົງ. ນອກຈາກຈຸດຫຼັກຂ້າງເທິງແລ້ວ ຍັງມີການປ່ຽນແປງອື່ນໆ ອີກເຊິ່ງສາມາດອ່ານໄດ້ໃນ http://docs.joomla.org/What%27s_new_in_Joomla_1.6 [...]

More »

WordPress 2.8.5 ແລະ WordPress 2.9

ໃນຂະນະທີ່ WordPress 2.9 ກຳລັງຖືພັດທະນາຢູ່ ທາງທີມງານເພິ່ນກໍປ່ອຍເດດສຳລັບ WordPress 28.x ມາໃນລຸ້ນ 2.8.5 ແລ້ວ ເຊິ່ງໃນເວີຊັນນີ້ເປັນການແກ້ໄຂລະບົບຄວາມປອດໄພຫຼັກໆ ຢູ່ 2 ຈຸດ ແລະອັບເດດໆ ອື່ນໆ ອີກ 2 ຈຸດ. ທີມງານ WordPress ແນະນຳໃຫ້ຜູ່ໃຊ້ທຸກທ່ານ ຈັດການອັບເດດເພື່ອປ້ອງກັນບັນຫາດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໄດ້. ການອັບເດດສາມາດເຮັດໄດ້ຜ່ານເມນູ Automatic Upgrade ຫຼືດາວໂຫຼດໄປອັບເດດກໍໄດ້ເຊັ່ນກັນ. ຫາກເປັນຜູ່ໃຊ້ໃໝ່ ກໍສາມາດດາວໂຫຼດເວີຊັນເຕັມໄດ້ຈາກ http://wordpress.org/download/. ສຳລັບຂ່າວຂອງ WordPress 2.9 ນັ້ນ ໃນໄວໆ ນີ້ຈະມີເວີຊັນ Beta ອອກມາໃຫ້ທົດລອງໃຊ້ກັນ ແຕ່ຍັງບໍ່ລະບຸເວລາທີ່ແນ່ຊັດເທື່ອ. ໃນ WP 2.9 ນັ້ນທີມພັດທະນາໄດ້ເລັ່ງແກ້ໄຂບັນຫາຕ່າງໆ ທີ່ພົບໃນລຸ້ນກ່ອນໜ້ານີ້ ໂດຍສະເພາະແມ່ນ bugs ທີ່ມີຢູ່ ດັ່ງນັ້ນຈຶ່ງຈະຍັງບໍ່ມີ feature ຫຍັງໃໝ່ໆ ອອກມາເທື່ອໃນເວລານີ້. ສຳລັບໃຜທີ່ສົນໃຈເປັນ beta tester ນັ້ນ [...]

More »

WordPress 2.6.1

ຊ່ວງນີ້ບໍ່ຮູ້ຂຽນຫຍັງ ກໍ່ເອົາເລື່ອງ CMS ມາຂຽນຕໍ່ກໍ່ແລ້ວກັນ ຫລັງຈາກອີກເວີຊັນໃຫມ່ທີ່ເປັນ Major version ໄປບໍ່ດົນ ຕອນນີ້ກໍ່ອອກ maintenance release ນຳມາຕິດ ໆ ແຕ່ວ່າໃນເວີຊັນນີ້ບໍ່ໄດ້ອອກມາຍ້ອນລະບົບຄວາມປອດໄພໃດ ໆ ແຕ່ອອກມາແກ້ໄຂບັນຫາເລັກ ໆ ນ້ອຍ ໆ ທີ່ພົບໃນ 2.6 ເທົ່ານັ້ນ ຫາກວ່າບໍ່ຢາກອັບເດດກໍ່ຖ້າໄປກ່ອນກໍ່ໄດ້ ຄ່ອຍອັບເດດບາດດຽວຕອນສຳຄັນ ຢ່າງໃດກໍ່ຕາມ WordPress 2.6.1 ໄດ້ມີການແກ້ໄຂບັ້ກຕ່າງ ໆ ໃນຕົວຫລາຍກວ່າ 60 ຈຸດນຳກັນ ດາວໂຫລດ WordPress 2.6.1

More »

Joomla.org hacked

ວັນທີ່ ໑໔ ສິງຫາ ໒໕໕໑ ເວລາປະມານ ໙ ໂມງ ໕໕ ນາທີ ມີຂ່າວວ່າ Joomla.org ຖືກ Hack ເປັນທີ່ຮຽບຮ້ອຍ… ແລະອີກປະມານ ໓໕ ນາທີຕໍ່ມາ ກໍ່ກັບມາພ້ອມຫນ້າເວັບໃຫມ່ ເຊິ່ງໃນລະຫວ່າງນັ້ນກໍ່ຂຶ້ນຂໍ້ຄວາມ “be right back.” ມາໃຫ້ເບິ່ງແທນ

More »