Posts Tagged ‘Chrome’

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ. ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400% ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google [...]

More »

Google Chrome ຕົວຈິງ ອອກແລ້ວ!

ຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36) ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ. ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ [...]

More »

໓ ໂປຣແກຣມໃໝ່ ວັນທີ່ ໒໗ ພະຈິກ ໒໕໕໑

ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ Google Chrome ອອກເວີຊັນໃໝ່ຫຼ້າສຸດ ຕອນນີ້ແມ່ນ 0.4.154.25 Beta ດາວໂຫຼດ Safari for Windows ຕອນນີ້ອັບເດດເປັນ Safari 3.2.1 ແລ້ວ ກ່ອນໜ້ານີ້ແມ່ນ 3.2.0 –ໂປຣແກຣມທ່ອງເວັບຈາກ Mac OS X ດາວໂຫຼດ ICQ ຍັງບໍ່ຕາຍ ເວີຊັນໃໝ່ ICQ 6.5 Build 102 ຫວນລະນຶກເຖິງວັນວານອັນຫວານຊື່ໄດ້ອີກຄັ້ງ ດາວໂຫຼດ

More »

ມາແລ້ວ! Google Chrome

ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້. ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ [...]

More »