Posts Tagged ‘China’

China Unicom ກຽມຂາຍ iPhone ໃນຈີນເດືອນໜ້າ

ບໍລິສັດ China Unicom ຈັດຊື້ iPhone ຈຳນວນ 5 ລ້ານເຄື່ອງໃນວົງເງິນ 10 ພັນລ້ານຢວນ (ປະມານ 1.46 ພັນລ້ານໂດລາ) ຈາກ Apple ເພື່ອກຽມຂາຍໃນເດືອນກັນຍາທີ່ຈະມາເຖິງນີ້. Yu Zaonan ຜູ່ຈັດການທົ່ວໄປຂອງຜະແນກພັດທະນາລູກຄ້າບໍລິສັດ China Unicom ເປີດເຜີຍວ່າ iPhone ລຸ້ນ 8GB ຈະມີອອກມາຈຳໜ່າຍໄວ ໆ ນີ້ໃນລາຄາ 2,400 ຢວນ ແລະ 4,800 ຢວນສຳລັບລຸ້ນ 16GB ສຳລັບ China Unicom ນັ້ນຄາດການວ່າຈະເປັນຈັດຈຳໜ່າຍ iPhone ແຕ່ພຽງຜູ່ດຽວໃນຈີນ. ທີ່ມາ – IBTimes

More »

ຈີນ block RSS ທົ່ວປະເທດ

ປະເທດຈີນເປັນຫນຶ່ງໃນປະເທດທີ່ຮູ້ກັນວ່າ ມີການຄວາມຄຸມການຮັບຮູ້ຂໍ້ມູນຂອງປະຊາຊົນ ຫລາຍທີ່ສຸດປະເທດຫນຶ່ງໃນໂລກ ໂດຍທີ່ເວບຕ່າງ ໆ ຈະຖືກປິດກັ້ນການເຂົ້າເຖິງຕາມຊ່ວງເວລາໂດຍບໍ່ມີການແຈ້ງເຫດຜົນໃດ ໆ ສະເຫມີ ໆ ແຕ່ປະຊາຊົນຈີນຈຳນວນຫລາຍກໍ່ຮູ້ວ່າ ວິທີການເຂົ້າເຖິງຂໍ້ມູນທີ່ຖືກປິດກັ້ນເຫລົ່ານັ້ນໄດ້ງ່າຍ ໆ ຄື ການອ່ານຂໍ້ມູນຜ່ານບໍລິການ RSS ທີບໍ່ໄດ້ຜ່ານລະບົບກອງເອກກະສານຂອງຈີນ ເຮັດໃຫ້ປະຊາຊົນເຂົ້າເຖິງຂໍ້ມູນເຫລົ່ານັ້ນໄດ້ເປັນວົງກວ້າງ ມື້ວານນີ້ທາງການຈີນໄດ້ມີການດຳເນີນການ block ຂໍ້ມູນທາງ RSS feed ທົ່ວປະເທດ ລວມເຖິງເວບຜູ້ໃຫ້ບໍລິການຮັບຝາກ feed ເຊັ່ນ FeedBurner ແລະເວບທັງຫມົດທີ່ຂຶ້ນຕົ້ນ URL ໂດຍມີຄຳວ່າ feed, rss ແລະ blog ໂດຍການທຳການເຊັ່ນນີ້ ມີຜົນຕໍ່ເວບທີ່ບໍ່ໄດ້ມີເນື້ອຫາເປັນໄພຕໍ່ຄວາມໝັນຄົງຂອງຈີນ ກໍ່ຖືກປິດກັ້ນການເຂົ້າເຖິງໄປນຳ ແນ່ນອນວ່າການປິດກັ້ນການເຂົ້າເຖິງຂໍ້ມູນແບບນີ້ ກໍ່ບໍ່ໄດ້ຊ່ວຍປ້ອງກັນບໍ່ໃຫ້ປະຊາຊົນ ທີ່ຕ້ອງການເຂົ້າເຖິງຂໍ້ມູນເຫລົ່ານີ້ ສາມາດຮັບຮູ້ຂໍ້ມູນທີ່ພວກເຂົາຕ້ອການໄດ້ ເພາະຍັງມີບໍລິການທີ່ໄດ້ຮັບຄວາມນິຍົມສູງໃນຈີນເຊັ່ນ gladder, Tor ຕະຫລອດຈົນບໍລິການ Proxy ແລະ VPN ອື່ນ ໆ ທີ່ມີຢູ່ທົ່ວໂລກ ທີ່ມາ – Blognone [by [...]

More »

ໂທລະສັບມືຖືພະລັງງານແສງອາທິດຈາກຈີນແດງ!!?

HTW Electronics ບໍລິສັດຈາກຈີນໄດ້ກຽມເປີດຕົວ ຜະລິດຕະພັນໃຫມ່ຂອງບໍລິສັດ ເຊິ່ງທາງບໍລິສັດລະບຸວ່າ ເປັນໂທລະສັບມືຖືທີ່ສາມາດເຕີມພະລັງງານໄດ້ໂດຍໃຊ້ແສງອາທິດ! ໂດຍໄດ້ລະບຸວ່າ ຈະໃຊ້ເວລາປະມານ 25-40 ນາທີໃນການເກັບພະລັງງານໃຫ້ເຕັມ ແລະບໍ່ພຽງເທົ່ານັ້ນ ສຳຫຼັບໃນເວລາກາງຄືນທີ່ບໍ່ມີແສງຕາເວັ້ນ ກໍ່ຍັງສາມາດໃຊ້ທຽນປະມານ 5 ເຫຼັ້ມເພື່ອເປັນແຫລ່ງໃຫ້ພະລັງງານໄດ້ອີກ! ເຖິງຢ່າງໃດກໍ່ຕາມ ຜູ້ໃຊ້ຕ້ອງໝັ່ນເອົາໂທລະສັບອອກມາຮັບແສງແດດຢູ່ສະເໝີ ໆ ຄົງຈະບໍ່ເໝາະສຳຫລັບຄົນທີ່ເກັບມືຖືໄວ້ໃນຖົງເສື້ອຖົງສົ້ງຕະຫລອດເວລາຢ່າງແນ່ນອນ ແລະສຳຫລັບລາຍລະອຽດຂອງລາຄາ ແມ່ນຍັງບໍ່ມີແຈ້ງອອກມາຢ່າງເປັນທາງການ ແຕ່ແຫລ່ງຂ່າວອ້າງວ່າ ຈະມີການເປີດຕົວໃນຊ່ວງເດືອນໜ້ານີ້ ທີ່ມາ – Crave ອືມ… ຊົງຄືຊິແພງພິລຶກ – -”

More »

ລັດຖະບານຈີນສັ່ງງົດຮ້ານອິນເຕີເນັດເປີດໃຫມ່

ສຳນັກຂ່າວ Xinhua ລາຍງານວ່າ ລັດຖະບານຈີນໄດ້ມີປະກາດ ຫ້າມການອະນຸມັດຮ້ານອິນເຕີເນັດຄາເຟ່ ທີເປີດໃຫມ່ພາຍໃນປີນີ້ ໂດຍສຳນັກຂ່າວດັ່ງກ່າວໄດ້ໃຫ້ຂໍ້ມູນວ່າ ເປັນສ່ວນຫນຶ່ງຂອງ ແຜນການຫລຸດຜ່ອນ ອັດຕາສ່ວນບັນຫາຮຸນແຮງຕ່າງ ໆ ທີ່ເກີດຂຶ້ນຈາກການໃຊ້ອິນເຕີເນັດ ແລະສຳຫລັບຮ້ານອິນເຕີເນັດໃດ ທີ່ໄດ້ຮັບອະນຸຍາດໃຫ້ເປີດໄດ້ນັ້ນ ຈະຕ້ອງຮີບເລັ່ງທຳການເຮັດໃບຢັ້ງຢືນໃຫ້ຄົບຖ້ວນກ່ອນຫມົດເດືອນມິຖຸນານີ້ ຈາກລາຍງານຂອງປີກາຍ ຈີນມີຮ້ານອິນເຕີເນັດທັງຫມົດປະມານ 113,000 ແຫ່ງທົ່ວປະເທດ ແລະມີອັດຕາການເພີ່ມຂຶ້ນຂອງຜູ້ໃຊ້ງານ ທີ່ສູງເຖິງ 132 ລ້ານຄົນ ຄິດເປັນອັດຕາສ່ວນ 30% ທີ່ມາ – BBC News [via Neowin.net]

More »