Posts Tagged ‘Chat’

ຕິດຕັ້ງ WLM ແບບເບົາ ໆ

ຂຽນໄວ້ກັນລືມ .. ໄດ້ຂໍ້ມູນຈາກ @Defago ວິທີຕິດຕັ້ງ Windows Live Messenger (a.k.a. WLM) ແບບເບົາ ໆ ເພາະໂດຍປົກກະຕິແລ້ວ ເວີຊັນຫຼັງ ໆ ຂອງ WLM ຈະມີຂະໜາດໄຟລ໌ໃຫຍ່ເຖິງ 130MB+ ເຮັດໃຫ້ຄົນເນັດຊ້າເກືອບຈະໂຫຼດກັນບໍ່ໄດ້ເລີຍ ເພາະມັນຍັດສາລະພັດຢ່າງມາໃຫ້ໃນ package ການຕິດຕັ້ງແທນທີ່ຈະມີພຽງ WLM ຢ່າງດຽວຄືແຕ່ກ່ອນ. ວິທີການຕິດຕັ້ງແບບເບົາ ໆ ແມ່ນດາວໂຫຼດໄຟລ໌ຂອງ WLM ເວີຊັນທີ່ຕ້ອງການມາຈາກ Pank.org IM ເຊິ່ງໃນຕອນນີ້ເວີຊັນຫຼ້າສຸດແມ່ນ 14.0.8064.206 ກໍ່ເລືອກໂຫຼດ Windows Live Messenger 14.0.8064.206 (English) ມາ ມີຂະໜາດໄຟລ໌ພຽງ 24.9MB ເທົ່ານັ້ນ. ຫຼັງຈາກໂຫຼດມາຮຽບຮ້ອຍແລ້ວ ຫາກວ່າໃນຄອມພິວເຕີຂອງທ່ານຜູ້ອ່ານມີ WLM ເວີຊັນເກົ່າຢູ່ກ່ອນແລ້ວບໍ່ວ່າຈະເປັນເວີຊັນໃດ ໆ ກໍ່ຕາມ ໃຫ້ Uninstall ແປວ່າຖອນການຕິດຕັ້ງອອກກ່ອນ ກໍ່ເຮັດໄດ້ຫຼາຍວິທີເຊັ່ນ ໄປທີ່ [...]

More »

Windows Live Messenger 2009

ອອກ final version ມາແລ້ວສຳລັບ Windows Live Messenger 2009 ໃນເວີຊັນນີ້ເລກ build ແມ່ນ 14.0.8050.1202 ຂະໜາດໄຟລ໌ສຳລັບການຕິດຕັ້ງແບບ offline ຖ້ວມ 134MB ອີກເຊັ່ນເຄີຍ ດາວໂຫຼດ ແບບຕິດຕັ້ງ Online | ແບບຕິດຕັ້ງ Off-line ລົງຂ່າວຊ້າເພາະເມົາໄປແປງເວັບອີກເວັບ (ອ່ານໃນ *real me)

More »

໓ ໂປຣແກຣມໃໝ່ ວັນທີ່ ໒໗ ພະຈິກ ໒໕໕໑

ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ Google Chrome ອອກເວີຊັນໃໝ່ຫຼ້າສຸດ ຕອນນີ້ແມ່ນ 0.4.154.25 Beta ດາວໂຫຼດ Safari for Windows ຕອນນີ້ອັບເດດເປັນ Safari 3.2.1 ແລ້ວ ກ່ອນໜ້ານີ້ແມ່ນ 3.2.0 –ໂປຣແກຣມທ່ອງເວັບຈາກ Mac OS X ດາວໂຫຼດ ICQ ຍັງບໍ່ຕາຍ ເວີຊັນໃໝ່ ICQ 6.5 Build 102 ຫວນລະນຶກເຖິງວັນວານອັນຫວານຊື່ໄດ້ອີກຄັ້ງ ດາວໂຫຼດ

More »

Windows Live Messenger 2009 Build 14.0.5027.908 Beta

ອອກເວີຊັນເບຕ້າໃໝ່ມາແລ້ວສຳລັບ Windows Live Messenger ໂປຣແກຣມ Instant Messenger ອັນເປັນທີ່ນິຍົມກັນໃນກຸ່ມຄົນໃຊ້ເນັດ ໃນເວີຊັນນີ້ສິ່ງທີ່ປ່ຽນແປງໄປຢ່າງເຫັນໄດ້ຊັດກໍ່ຄືໜ້າຕາ UI ຂອງໂປຣແກຣມ ຈະປ່ຽນແປງໄປຫຼາຍ ແລະຮອງຮັບ Animated avatar ນຳ. ໂຫລດແບບເຕັມ ໆ ຕິດຕັ້ງໄດ້ Offline ແມ່ນໃຊ້ link http://g.live.com/1rebeta3/en/wlsetup-all.exe ເຊິ່ງມີຂະໜາດໄຟລ໌ກວ່າ 134.7 MB ເຊິ່ງຈະມີໂປຣແກຣມອື່ນ ໆ ໃນຊຸດ Live ແຖມມານຳ. ຖ້າຈະໂຫລດສະເພາະ WLM ແມ່ນໃຊ້ link http://g.live.com/1rebeta3/en/wlsetup-web.exe ຈະເປັນ Web installer ເລືອກໂຫລດໄດ້ວ່າຊິໂຫລດຫຍັງມາຕິດຕັ້ງແດ່. ອີກຂໍ້ສັງເກດຄື ມັນສາມາດສະແດງຜົນພາສາລາວໄດ້ໂດຍບໍ່ຕ້ອງກຳນົດຟອນແລ້ວ ໂດຍສະເພາະຢ່າງຍິ່ງໃນ status

More »

Trillian Pro 3.1.10.0

Trillian™ ຍັງບໍ່ຕາຍ! (ຄິດວ່າຕາຍດົນແລ້ວ ) ຕອນນີ້ອອກເວີຊັນໃຫມ່ ເພີ່ມຄວາມໄວ ແກ້ໄຂບັ໊ກ ເພີ່ມລະບົບ Biography ເພີ່ມນັ້ນນີ້ຫລາຍຢ່າງ ຮອງຮັບ IRC ໄດ້ດີຂຶ້ນຫລາຍ ແລະເຜື່ອວ່າບາງຄົນອາດຈະບໍ່ຮູ້ຈັກ Trillian ເປັນໂປຣແກຣມ ສົນທະນາທີ່ຮອງຮັບທັງ AIM, ICQ, WLM, Yahoo! ແລະ IRC ແລ້ວກໍ່ ມີ skin ໃຫ້ໃຊ້ໄດ້ຫລາຍແບບ ສົນໃຈທົດລອງໃຊ້ ຄລິກລິງກ໌ລຸ່ມໂລດ ດາວໂຫລດ

More »