ມາແລ້ວ WordPress 2.7 ລະຫັດ “Coltrane” (ຕັ້ງຊື່ຕາມນັກດົນຕີແຈສ John Coltrane) ເຊິ່ງເປັນ Blogware ທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ໄດ້ຖືກອອກແບບ User Interface ໃໝ່ ສາມາດລາກເພື່ອວາງໃນຈຸດທີ່ຕ້ອງການໄດ້ ຫຍໍ້ ຫຼືຂະຫຍາຍກໍ່ໄດ້ ໂຫຼດໄວຂຶ້ນຫຼາຍເທົ່າ ແລະອັນທີ່ໃໝ່ແລະເພີ່ມຄວາມສະດວກສະບາຍທີ່ສຸດແມ່ນ ການຕິດຕັ້ງ plugin ຕ່າງ ໆ ຜ່ານ Admin panel ໄດ້ທັນທີ ບໍ່ຕ້ອງດາວໂຫຼດໄຟລ໌ ແຕກໄຟລ໌ ແລະອັບໂຫຼດເອງອີກຕໍ່ໄປແລ້ວ
ທາງທີມງານພັດທະນາຍັງໄດ້ລະບຸອີກວ່າ ນີ້ອາດຈະເປັນເວີຊັນສຸດທ້າຍທີ່ຜູ້ໃຊ້ຕ້ອງອັບເກຣດເອງ ເພາະຫຼັງຈາກນີ້ໄປ ໃນເວີຊັນຕໍ່ໜ້ານັ້ນ ຈະສາມາດອັບເກຣດ WordPress ໄດ້ຜ່ານ Admin panel ຢ່າງງ່າຍດາຍພຽງປາຍນິ້ວຄລິກ!
ສາມາດດາວໂຫຼດໄດ້ຈາກ ເວັບໄຊຂອງ WordPress
ທີ່ມາ - WordPress Blog
Wordpress
Blogware, OpenSource, Upgrade, Wordpress
ອັບເດດອີກຮອບສຳລັບ WordPress ໃນງວດນີ້ແກ້ໄຂບັນຫາລະບົບຄວາມປອດໄພທີ່ມີໃນລຸ້ນກ່ອນໜ້ານີ້ ທີ່ສາມາດເຮັດໃຫ້ມີໂອກາດຖືກເຈາະລະບົບຜ່ານທາງ XSS ໄດ້ ແລະຫາກສັງເກດໃຫ້ດີຈະພົບວ່າ ບໍ່ມີ WordPress 2.6.4 ຈະເປັນການຂ້າມເລກເວີຊັນຈາກ WordPress 2.6.3 ມາເປັນ WordPress 2.6.5 ເລີຍ ເນື່ອງຈາກທາງທີມງານພັດທະນາຕ້ອງການປ້ອງກັນ ບໍ່ໃຫ້ມີຄວາມສັບສົນເກີດຂຶ້ນ ເພາະກ່ອນໜ້ານີ້ມີເວີຊັນ 2.6.4 ປອມອອກມາ
ລາຍລະອຽດເພີ່ມເຕີມອ່ານໄດ້ຈາກ ບລັອກຂອງ Westi
Wordpress
Blogware, OpenSource, Security, Update, Wordpress
ທີມງານພັດທະນາ WordPress ໄດ້ຮັບແຈ້ງ bugs ທີ່ເຮັດໃຫ້ເກີດຂໍ້ຜິດພາດ ແລະເປັນອັນຕະລາຍຕໍ່ລະບົບຮັກສາຄວາມປອດໄພໃນ WordPress ແລະຈັດການແກ້ໄຂໄປຮຽບຮ້ອຍແລ້ວ ເຊິ່ງທາງທີມງານໄດ້ແນະນຳໃຫ້ທຸກຄົນອັບເກຣດໄປໃຊ້ WordPress 2.6.2 ດ່ວນ ໂດຍສະເພາະຄົນທີ່ເປີດລະບົບສະມາຊິກໄວ້ ເນື່ອງຈາກມີຄວາມສ່ຽງທີ່ຈະຖືກສະມັກສະມາຊິກໂດຍໃຊ້ username ທີ່ເຮັດໃຫ້ user ອື່ນ ໆ ທີ່ມີຢູ່ແລ້ວນັ້ນ ຖືກ reset ລະຫັດຜ່ານໄດ້ ເຖິງແມ່ນວ່າລະຫັດທີ່ຖືກ reset ຈະບໍ່ຖືກເປີດເຜີຍໃຫ້ໃຜຮູ້ ແລະເປັນລະຫັດທີ່ random ໂດຍລະບົບກໍ່ຕາມ ແຕ່ກໍ່ສາມາດສ້າງຄວາມລຳຄານໄດ້ເປັນຢ່າງຫຼາຍເຊັ່ນກັນ
ນອກຈາກເລື່ອງແກ້ໄຂດ້ານຄວາມປອດໄພແລ້ວ WordPress 2.6.2 ຍັງມີການແກ້ໄຂ bugs ອີກ 11 ຈຸດນຳ
ດາວໂຫລດໄດ້ຈາກເວັບໄຊຂອງ WordPress.org
Wordpress
Blogware, Security, Update, Wordpress
ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner
ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື
- Post Revisions - ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia)
- Press This! - Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ
- Gears - ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ WordPress ໄວຂຶ້ນ
- Theme Preview - ສາມາດເບິ່ງຕົວຢ່າງ Theme ຕ່າງ ໆ ໄດ້ກ່ອນເປີດໃຊ້ແທ້
ນອກນັ້ນກໍ່ມີ features ໃຫມ່ ໆ ອີກສອງໂຫລທີ່ຊ່ວຍໃຫ້ການໃຊ້ WordPress ນັ້ນງ່າຍຂຶ້ນເປັນເທົ່າໂຕ ສາມາດອ່ານໄດ້ໃນ WordPress blog
ດ້ານລຸ່ມເປັນວີດິໂອສາທິດຄວາມສາມາດໃຫມ່ ໆ ໃນ WordPress 2.6
Wordpress
Blog, Blogware, OpenSource, Weblog, Wordpress
ຕອນນີ້ 2.5.1 ອອກມາຮຽບຮ້ອຍແລ້ວ ເວີຊັນນີ້ເນັ້ນທີ່ແກ້ໄຂບັ໊ກຕ່າງ ໆ ກວ່າ ໗໐ ຈຸດ ແລະຍັງມີການປັບປຸງຄວາມໄວໃນການໃຊ້ງານນຳອີກ ທີ່ສຳຄັນທີ່ສຸດຄື ເວີຊັນນີ້ແກ້ໄຂລະບົບຄວາມປອດໄພສຳຄັນພ້ອມ ຄວນອັບເດດດ່ວນ ໆ
- ໃນຫນ້າ Dashboard, Write post ແລະ Edit comments ຕອນນີ້ໄວຂຶ້ນກວ່າເກົ່າ
- ສຳຫລັບຄົນທີ່ມີຫມວດຫມູ່ຫລາຍ ໆ ຕອນນີ້ສັງເກດເບິ່ງຈະເຫັນຄວາມໄວທີ່ເພີ່ມຂຶ້ນ
- ລະບົບອັບໂຫລດດີຂຶ້ນ
- ແກ້ໄຂສ່ວນຂອງ Widget
- ແລະອື່ນ ໆ ອີກຫລາຍຢ່າງ ອ່ານໄດ້ໃນ trac
ດາວໂຫລດ
Wordpress
Blog, Blogware, Security, Update, Wordpress
ພໍດີຜ່ານໄປເຫັນບົດຄວາມຫນ້າສົນໃຈທີ່ບລັອກແຫ່ງຫນຶ່ງ ມີອະທິບາຍຄວາມແຕກຕ່າງຂອງ WordPress ກັບ WordPress Mu ຫນ້າສົນໃຈດີ ມີການປຽບທຽບ features ເດັ່ນ ໆ ທີ່ແຕກຕ່າງກັນພ້ອມ ຄົງຈະເປັນປະໂຫຍດສຳຫລັບທ່ານທີ່ສົງໄສວ່າ ນອກຈາກ WordPress ແລ້ວນັ້ນ ຍັງມີ WordPress Mu ນຳ ແຕ່ວ່າ ມັນຕ່າງກັນແນວໃດ?
ໃນລາວ ຕອນນີ້ຮູ້ສຶກວ່າ ຈະມີ LaoBlogger.com ທີ່ເປັນລາຍທຳອິດທີ່ໃຊ້ WordPress Mu
Wordpress
Blogware, Wordpress, WordPress Mu

ຫລັງຈາກການພັດທະນາຕໍ່ເນື່ອງຍາວນານກວ່າເຄິ່ງປີ ໃນທີ່ສຸດ WordPress 2.5 ກໍ່ອອກມາຢ່າງເປັນທາງການແລ້ວ ມີລະບົບໃຫມ່ ໆ ຢ່າງເຊັ່ນວ່າ ອັບໂຫລດຫລາຍ ໆ ໄຟລ໌ພ້ອມກັນ, ລະບົບ Gallery, one-click plugin upgrades ແລະຫນ້າ dashboard ທີ່ສາມາດປັບປ່ຽນໄດ້ຕາມໃຈມັກເປັນຕົ້ນ
Wordpress
Blog, Blogware, Wordpress

ບລັອກແວຣ໌ຍອດນິຍົມຢ່າງ WordPress ທີ່ມີແຜນການຈະອອກເວີຊັນໃຫມ່ນັ້ນ ຖືກເລື່ອນໄປເປັນວັນທີ່ 23 ດ້ວຍເຫດວ່າ ທາງທີມງານ Automatic ໄດ້ພົບວ່າມີບັນຫາໃນໂຄ້ດຂອງເວີຊັນໃຫມ່ ແລະກຳລັງດຳເນີນການແກ້ໄຂຢູ່ ຈຶ່ງໄດ້ປະກາດເລື່ອນການເປີດຕົວເວີຊັນໃຫມ່ອອກໄປກ່ອນ ເພື່ອຈັດການກັບບັນຫາທີ່ພົບ
ໃນ WordPress 2.2 ນັ້ນ ມີຄວາມສາມາດໃຫມ່ ໆ ຫລາຍຢ່າງເພີ່ມເຕີມເຂົ້າມາ ບໍ່ວ່າຈະເປັນລະບົບ Tags, ຄວາມຄິດເຫັນ, feeds ແບບໃຫມ່, ມີ phpmailer ໃນຕົວເລີຍ ແລະລວມໄປເຖິງລະບົບ Plugin Sandboxing ທີ່ໃຊ້ສຳຫລັບທົດສອບວ່າປລັກອິນທີ່ຈະໃຊ້ນັ້ນມີບັນຫາບໍ່ ເປັນຕົ້ນ
ທີ່ມາ - Lorelle’s Blog
au8ust.org
Blogware, Wordpress

ທາງທີມງານ WordPress ໄດ້ອອກເວີຊັນອັບເດທສຳຫລັບ WordPress ທັງ 2.x ແລະ 2.0.x ອອກມາແລ້ວ ໂດຍເປັນການແກ້ໄຂຂໍ້ບົກພ່ອງ ລວມເຖິງລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ເຊິ່ງທາງທີມງານພັດທະນາ ແນະນຳໃຫ້ຜູ້ໃຊ້ທຳການອັບເດທໂດຍດ່ວນທີ່ສຸດ
ທີ່ມາ - WordPress.org
WordPress ເປັນ CMS ສຳຫຼັບຈັດການກັບ Blog ໂດຍສະເພາະ ແລະເປັນ Blogware ທີ່ໄດ້ຮັບຄວາມນິຍົມສູງ ເພາະງ່າຍຕໍ່ການໃຊ້ງານ ມີປລັ໊ກອິນແລະຫນ້າຕາໃຫ້ເລືອກໃຊ້ຫລາກຫລາຍ ໃນ au8ust.org ກໍ່ໃຊ້ WordPress ເຊັ່ນກັນ ແລະກໍ່ຫວັງວ່າ ມື້ຫນຶ່ງຈະມີໂອກາດຂຽນບົດຄວາມກ່ຽມກັບ WordPress
au8ust.org
Blogware, Wordpress
ທາງ Wordpress ໄດ້ອອກອັບເດທສຸກເສີນສຳຫລັບ ຜູ້ທີ່ ຕິດຕັ້ງ/ໃຊ້ງານ Wordpress v2.1.1 ໃຫ້ຮີບທຳການອັບເດທໄປໃຊ້ v2.1.2 ດ່ວນ ເນື່ອງຈາກມີການຄົ້ນພົບ ຂໍ້ບົກພ່ອງທາງລະບົບຮັກສາຄວາມປອດໄພ ທີ່ມີໃນ v2.1.1 ເຊິ່ງເຮັດໃຫ້ ຜູ້ບໍ່ຫວັງດີນັ້ນ ສາມາດເຂົ້າໃຊ້ລະບົບໃນ user-level ໄດ້
ສຳຫລັບທ່ານໃດທີໃຊ້ Wordpress v2.1.1 ໃຫ້ທຳການອັບເດທດ່ວນ ສ່ວນທ່ານໃດທີ່ຍັງໃຊ້ v2.1 ແມ່ນປອດໄພ ບໍ່ຈຳເປັນຕ້ອງອັບກໍ່ໄດ້
ທີ່ມາ - WordPress.org
ປະກົດວ່າ… au8ust.org is powered by WP v2.1 LOL
au8ust.org
Blogware, Security, Wordpress
ຄວາມຄິດເຫັນຫຼ້າສຸດ