Posts Tagged ‘Blog’

WordPress 2.8.5 ແລະ WordPress 2.9

ໃນຂະນະທີ່ WordPress 2.9 ກຳລັງຖືພັດທະນາຢູ່ ທາງທີມງານເພິ່ນກໍປ່ອຍເດດສຳລັບ WordPress 28.x ມາໃນລຸ້ນ 2.8.5 ແລ້ວ ເຊິ່ງໃນເວີຊັນນີ້ເປັນການແກ້ໄຂລະບົບຄວາມປອດໄພຫຼັກໆ ຢູ່ 2 ຈຸດ ແລະອັບເດດໆ ອື່ນໆ ອີກ 2 ຈຸດ. ທີມງານ WordPress ແນະນຳໃຫ້ຜູ່ໃຊ້ທຸກທ່ານ ຈັດການອັບເດດເພື່ອປ້ອງກັນບັນຫາດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໄດ້.
ການອັບເດດສາມາດເຮັດໄດ້ຜ່ານເມນູ Automatic Upgrade ຫຼືດາວໂຫຼດໄປອັບເດດກໍໄດ້ເຊັ່ນກັນ. ຫາກເປັນຜູ່ໃຊ້ໃໝ່ ກໍສາມາດດາວໂຫຼດເວີຊັນເຕັມໄດ້ຈາກ http://wordpress.org/download/.
ສຳລັບຂ່າວຂອງ WordPress 2.9 ນັ້ນ ໃນໄວໆ ນີ້ຈະມີເວີຊັນ Beta ອອກມາໃຫ້ທົດລອງໃຊ້ກັນ ແຕ່ຍັງບໍ່ລະບຸເວລາທີ່ແນ່ຊັດເທື່ອ. ໃນ WP 2.9 ນັ້ນທີມພັດທະນາໄດ້ເລັ່ງແກ້ໄຂບັນຫາຕ່າງໆ ທີ່ພົບໃນລຸ້ນກ່ອນໜ້ານີ້ ໂດຍສະເພາະແມ່ນ bugs ທີ່ມີຢູ່ ດັ່ງນັ້ນຈຶ່ງຈະຍັງບໍ່ມີ feature ຫຍັງໃໝ່ໆ ອອກມາເທື່ອໃນເວລານີ້. ສຳລັບໃຜທີ່ສົນໃຈເປັນ beta tester ນັ້ນ ອ່ານໄດ້ເພີ່ມເຕີມໃນ WordPress [...]

More »

WordPress 2.6.1

ຊ່ວງນີ້ບໍ່ຮູ້ຂຽນຫຍັງ ກໍ່ເອົາເລື່ອງ CMS ມາຂຽນຕໍ່ກໍ່ແລ້ວກັນ ຫລັງຈາກອີກເວີຊັນໃຫມ່ທີ່ເປັນ Major version ໄປບໍ່ດົນ ຕອນນີ້ກໍ່ອອກ maintenance release ນຳມາຕິດ ໆ ແຕ່ວ່າໃນເວີຊັນນີ້ບໍ່ໄດ້ອອກມາຍ້ອນລະບົບຄວາມປອດໄພໃດ ໆ ແຕ່ອອກມາແກ້ໄຂບັນຫາເລັກ ໆ ນ້ອຍ ໆ ທີ່ພົບໃນ 2.6 ເທົ່ານັ້ນ ຫາກວ່າບໍ່ຢາກອັບເດດກໍ່ຖ້າໄປກ່ອນກໍ່ໄດ້ ຄ່ອຍອັບເດດບາດດຽວຕອນສຳຄັນ
ຢ່າງໃດກໍ່ຕາມ WordPress 2.6.1 ໄດ້ມີການແກ້ໄຂບັ້ກຕ່າງ ໆ ໃນຕົວຫລາຍກວ່າ 60 ຈຸດນຳກັນ
ດາວໂຫລດ WordPress 2.6.1

More »

WordPress Mu 2.6

ກ່ອນຫນ້ານີ້ທາງທີມງານພັດທະນາ Mu ໄດ້ອອກເວີຊັນ RC1 ມາໃຫ້ທົດລອງໃຊ້ໄດ້ປະມານ ໒ ອາທິດ ຈາກນັ້ນກໍ່ຕາມດ້ວຍ WordPress Mu 2.6 ຢ່າງເປັນທາງການໃນມື້ນີ້ເອງ ເຊິ່ງໂດຍຫລັກແລ້ວ ເວີຊັນນີ້ຈະເປັນການປັບປຸງແບບຂ້າມເລກເວີຊັນ ຈາກເດີມທີ່ນັບມາເປັນ 1.3.3 ກໍ່ຂ້າມມາເປັນ 2.6 ເລີຍ
ນອກຈາກຈະອັບເດດຄວາມສາມາດຕ່າງ ໆ ໃຫ້ເທົ່າກັບ WordPress 2.6 ແລ້ວ ກໍ່ຍັງປັບປຸງດ້ານຄວາມປອດໄພຂຶ້ນອີກ ເຊິ່ງເປັນອີກກ້າວສຳຄັນຂອງ WordPress Mu
ຖ້າຢາກທົດລອງໃຊ້ບລັອກທີ່ສ້າງຈາກ Mu ຢ່າລືມ LaoBlogger.com ບໍລິການຟຣີບລັອກສຳຫລັບຄົນລາວ! (ມາໂຄສະນານຳ)
ທີ່ມາ – ocaoimh.ie [via] WPMUTutorial

More »

WordPress 2.6

ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner
ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື

Post Revisions – ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia)
Press This! – Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ
Gears – ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ WordPress ໄວຂຶ້ນ
Theme Preview – [...]

More »

WordPress 2.5.1

ຕອນນີ້ 2.5.1 ອອກມາຮຽບຮ້ອຍແລ້ວ ເວີຊັນນີ້ເນັ້ນທີ່ແກ້ໄຂບັ໊ກຕ່າງ ໆ ກວ່າ ໗໐ ຈຸດ ແລະຍັງມີການປັບປຸງຄວາມໄວໃນການໃຊ້ງານນຳອີກ ທີ່ສຳຄັນທີ່ສຸດຄື ເວີຊັນນີ້ແກ້ໄຂລະບົບຄວາມປອດໄພສຳຄັນພ້ອມ ຄວນອັບເດດດ່ວນ ໆ

ໃນຫນ້າ Dashboard, Write post ແລະ Edit comments ຕອນນີ້ໄວຂຶ້ນກວ່າເກົ່າ
ສຳຫລັບຄົນທີ່ມີຫມວດຫມູ່ຫລາຍ ໆ ຕອນນີ້ສັງເກດເບິ່ງຈະເຫັນຄວາມໄວທີ່ເພີ່ມຂຶ້ນ
ລະບົບອັບໂຫລດດີຂຶ້ນ
ແກ້ໄຂສ່ວນຂອງ Widget
ແລະອື່ນ ໆ ອີກຫລາຍຢ່າງ ອ່ານໄດ້ໃນ trac

ດາວໂຫລດ

More »

WordPress 2.5 Officially Released

ຫລັງຈາກການພັດທະນາຕໍ່ເນື່ອງຍາວນານກວ່າເຄິ່ງປີ ໃນທີ່ສຸດ WordPress 2.5​ ກໍ່ອອກມາຢ່າງເປັນທາງການແລ້ວ ມີລະບົບໃຫມ່ ໆ ຢ່າງເຊັ່ນວ່າ ອັບໂຫລດຫລາຍ ໆ ໄຟລ໌ພ້ອມກັນ, ລະບົບ Gallery, one-click plugin upgrades ແລະຫນ້າ dashboard​ ທີ່ສາມາດປັບປ່ຽນໄດ້ຕາມໃຈມັກເປັນຕົ້ນ

ດາວໂຫລດ

More »

Hidden spam links in blog posts

ຫລາຍມື້ກ່ອນ ເຈົ້າຂອງ Divland.com​ ເລົ່າໃຫ້ຟັງວ່າ ຢູ່ ໆ ມີ spam links ເຊື່ອງຢູ່ໃນບົດຄວາມຫນຶ່ງໃນບລັອກເພິ່ນ ແຕ່ວ່າບໍ່ເຫັນ ເພາະຖືກເຊື່ອງໄວ້ ແຕ່ພໍດີວ່າມື້ນັ້ນເພິ່ນໄປເພິ່ມ tag ໃຫ້ກັບບົດຄວາມເກົ່າ ໆ ທີ່ຂຽນຕັ້ງແຕ່ຕອນຍັງບໍ່ທັນມີລະບົບ tag ເພິ່ນກໍ່ສັງເກດເຫັນວ່າ ມີລິງກ໌ທີ່ບໍ່ໄດ້ຮັບເຊີນຖືກເຊື່ອງປົນໄວ້ ໃນເນື້ອຫາຂອງບົດຄວາມຈຳນວນຫນຶ່ງ ເຊິ່ງກໍ່ເປັນທີ່ຫນ້າແປກໃຈຫລາຍວ່າ ມັນມາໄດ້ແນວໃດ?
ມື້ນີ້ບັງເອີນວ່າ ຂ້າພະເຈົ້າມີໂອກາດໄດ້ເຂົ້າໄປອ່ານ feed​ ໃນ Google Reader​ (ຫລັງຈາກທີ່ດອງປະໄວ້ຈົນມັນສົ້ມດີແລ້ວ ) ກໍ່ພົບສິ່ງແປກປະຫລາດທີ່ບໍ່ຄິດວ່າຈະພົບໃນບລັອກທ່ານພະນົມສິນໄດ້…

More »

ປລັກອິນ WordPress ປະຈຳວັນທີ່ 6 ຕຸລາ 2007

Flexible Upload
ປລັກອິນຕົວນີ້ຊ່ວຍໃຫ້ສາມາດຈັດການອັບໂຫລດໄຟລ໌ໃສ່ໃນໂພສຕ໌ໄດ້ງ່າຍຂຶ້ນ ມີລະບົບຫຍໍ້/ຂະຫຍາຍພາບ, ລະບົບພາບຕົວຢ່າງ, ລະບົບພິມລາຍນ້ຳ, ຮອງຮັບ Lightbox, ຮອງຮັບການອັບໂຫລດຫລາຍ ໆ​ ໄຟລ໌ໃນຄາວດຽວ, ຮອງຮັບຫລາຍພາສາ, ຯລຯ
Google XML Sitemaps
ປລັກອິນສຳຫລັບສ້າງ Sitemaps ໃຫ້ກັບ blog ຂອງເຮົາ ເຊິ່ງຕົວນີ້ຮອງຮັບທັງ Google, MSN, Yahoo! ແລະ Ask.com
WP-OpenID+
ປລັກອິນທີ່ເຮັດໃຫ້ບລັອກຂອງເຮົາສາມາດຮອງຮັບການໃຊ້ງານລະບົບ OpenID ໄດ້

ຄລິກຊື່ປລັກອິນເພື່ອໄປຫນ້າດາວໂຫລດ

More »

ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໓ (ຈົບ)

ມາຕໍ່ກັນເລີຍດີກວ່າ ຕອນນີ້ເປັນຕອນສຸດທ້າຍແລ້ວ ທ່ານໃດທີ່ຍັງບໍ່ທັນໄດ້ອ່ານຕອນກ່ອນຫນ້ານີ້ ກໍ່ສາມາດກັບໄປອ່ານໄດ້ໃນ ຕອນທີ່ ໑ ແລະ ຕອນທີ່ ໒

 
ແທບ Blogroll ນັ້ນສາມາດໃຊ້ຈັດການກັບລິງກ໌ຕ່າງ ໆ ຂອງເຮົາໄດ້ ເຊັ່ນວ່າ ເຮົາຕ້ອງການສ້າງລິງກ໌ໄປຫາບລັອກຄົນຮູ້ຈັກ ຫຼືອາດຈະເປັນເວບໄຊຕ໌ຂອງຄົນຮູ້ຈັກກໍ່ໄດ້ ເຊິ່ງ Blogroll ນັ້ນ ສາມາດທີ່ຈະກຳຫນົດຫມວດຫມູ່ໃຫ້ໄດ້ເຊັ່ນດຽວກັໂພສຕ໌
ໃນ Blogroll ນີ້ຈະມີແທບຍ່ອຍລົງໄປອີກສອງອັນຄື Add link (ເພີ່ມລິງກ໌ຄັ້ງລະອັນ) ແລະ Import Links (ໃຊ້ໄວ້ສຳຫລັບນຳລິງກ໌ເຂົ້າມາຈຳນວນຫລາຍ ໆ ໃນຄາວດຽວ)

More »

ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໒

ຂຽນຕໍ່ຈາກຕອນທີ່ແລ້ວ

Post slug ເປັນສ່ວນທີ່ມີຄວາມສຳຄັນຫລາຍສຳຫລັບການຂຽນບລັອກເປັນພາສາລາວ ເພາະວ່າຫາກເຮົາໃຊ້ Pretty Permalink ແລ້ວ ການໃຊ້ Post slug ຈະເປັນການຕັ້ງຊື່ URL ຂອງໂພສຕ໌ນັ້ນ ໆ ນຳ ຕົວຢ່າງວ່າ ເຮົາຕັ້ງຊື່ໂພສຕ໌ໃຫມ່ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ຖ້າເຮົາບໍ່ແກ້ໄຂ Post slug ກ່ອນ ພາສາລາວໃນ URL ຈະກາຍເປັນລະຫັດ UTF-8 ເຊິ່ງອ່ານບໍ່ໄດ້ ແລະບາງຄັ້ງຈະເຮັດໃຫ້ບໍ່ສາມາດເຂົ້າໄປຫນ້ານັ້ນ ໆ ໄດ້

More »