Posts Tagged ‘Blog-tag’

Tag Book Meme

ຖືກ tag ຕໍ່ມາຈາກບັອກຂອງທ່ານ elixer ^_^ ວິທີຫລິ້ນ blog-tag ແບບໃຫມ່ ມີກະຕິກາວິທີການຫລິ້ນຢູ່ບ່ອນວ່າ ໃຫ້ຫາຫນັງສືທີ່ຢູ່ໃກ໊ໆຕົວ ແລ້ວເປີດໄປທີ່ຫນ້າ 123 (ຖ້າປື້ມບາງໂພດກໍ່ອົດ 555+) ຈາກນັ້ນໃຫ້ເລືອກປະໂຫຍກທີ່ 4 ແລ້ວກໍ່ໂພສ 3 ປະໂຫຍກຫລັງຈາກນັ້ນ (ກໍ່ຈະເປັນປະໂຫຍກທີ່ 5 ຮອດ 7) ເມື່ອໂພສແລ້ວ ກໍ່ໃຫ້ບອກຊື່ຫນັງສື ພ້ອມຜູ້ແຕ່ງ ແລ້ວກໍ່ສົ່ງຕໍ່ໄປໃຫ້ຄົນຮູ້ຈັກ (ທີ່ຂຽນບລັອກຢູ່) ອີກ 2 ຄົນ ຫວັງວ່າຊິບໍ່ງົງນໍ້… ເອົາລ່ະ ມາເລີ່ມຂອງນິນກ່ອນເລີຍ [...] พ่อหัวเราะเขินอายเมื่อนึกขึ้นได้ “หยุดเทศกาลบงติดกันหลายวัน เลยไม่รู้ว่ามันวันอะไรกันแล้ว” พ่อของฟุมิยะเป็นคนประเภทถูกกำหนดอุปนิสัยทั้งหมดด้วยงานเจ้าหน้าที่ธุรการของสหกรณ์การเกษตรที่ทำ [...] (ອ້າວ! ເປັນພາສາໄທຫວາ? ແມ່ນແລ້ວ ຫາຫນັງສືອື່ມັນບໍ່ມີອ່ະ) ຈາກຫນັງສື “ซิโกะกุ แรงรักจากปรภพ“ ຂຽນໂດຍ ບັນໂດ ມາຊາໂກະ ແລະແປໄທໂດຍ ຊົມນາດ ສີຕິສານ ເປັນຫນັງສືນິຍາຍແນວສະຫຍອງຂວັນ ໄປຊື້ມາຈາກອຸດອນ [...]

More »

blog-tag

ຕອນນີ້ເຂົາກຳລັງນິຍົມຫລິ້ນ blog tag ຢູ່ ເລີຍຫລິ້ນນຳເບີ່ງ ^_^ ເລື່ອງບາງເລື່ອງກ່ຽວກັບ au8ust 1. ບໍ່ວ່າຊິໄປຮຽນຢູ່ໃສກໍ່ຕາມ ເກືອບຈະທຸກໆ ທີ່ຈະເປັນຄົນທີ່ມີອາຍຸນ້ອຍທີ່ສຸດໃນຫ້ອງ (ຖ້າບໍ່ນັບຜູ້ຍິງ) 2. ຊື່ au8ust ມາຈາກຄຳວ່າ august, ທີ່ເປັນຄຳນີ້ກໍ່ເພາະວ່າເກີດເດືອນສິງຫາ —ໃນຊື່ນີ້ ບໍ່ມີຫຍັງຫລາຍໄປກວ່ານັ້ນ ຕອນທຳອິດຄິດຄຳນີ້ໄດ້ ກໍ່ວ່າມັນເທ່ດີເວີ້ຍ ແຕ່ໄປຄົ້ນຫາໃນ google ອ່າວ… ມີຄົນໃຊ້ແຕ່ປີບາງຫໍ້ແລ້ວ ອຸ້ວ່ະ 555 ໂອຍ ຕະຫລົກ 3. ຄັ້ງທຳອິດທີ່ໄດ້ເຫັນອິນເຕີເນັດ ບອກພໍ່ແມ່ເລີຍວ່າ ບໍ່ຫນ້າສົນໃຈຈັກດີ້ ໃຊ້ຄອມຢ່າງດຽວກໍ່ເກີນພໍ (ແຕ່ດຽວນີ້ກາຍເປັນວ່າ ໃຊ້ຄອມຢ່າງດຽວບໍ່ພໍເວີ້ຍ 555) 4. ຕອນຍັງນ້ອຍໆ ເວລາຊິກິນຫຍັງມັກຊິດົມກ່ອນ ແລ້ວຄ່ອຍກິນ ຈົນພໍ່ຮ້າຍ ບໍ່ໃຫ້ເຮັດ ແລ້ວກໍ່ບໍ່ຄ່ອຍເຮັດອີກຕັ້ງແຕ່ນັ້ນມາ 5. ເຄີຍອອກແບບ/ສ້າງ/ພັດທະນາ ເວັບໄຊທ໌ (ຫ່ວຍໆ) ມາເປັນສິບໆ ເວັບ ແຕ່ວ່າອັນທີ່ມີຄົນຮູ້ຈັກພັດມີບໍ່ຮອດ 2 ອັນ [...]

More »