BitDefender 10 ກັບ Windows Vista
ກະແສການໃຊ້ງານ Windows Vista ໃນບ້ານເຮົານັ້ນ ເຖິງຈະຍັງບໍ່ທັນເປັນທີ່ແຜ່ຫລາຍ ແຕ່ກໍ່ມີການໃຊ້ງານ Theme ລວມເຖິງ Icons ແລະຮູບລັກສະນະຂອງ Windows Vista ໃຫ້ເຫັນຫລາຍພໍສົມຄວນບໍ່ວ່າຈະເປັນຕາມຮ້ານອິນເຕີເນັດ ຫຼືແຜ່ນຕິດຕັ້ງ Windows XP ແບບໃຫມ່ ໆ ທີ່ຫລັງຈາກຕິດຕັ້ງແລ້ວຈະມີຮູບຮ່າງຫນ້າຕາ “ຄ້າຍ ໆ ” Windows Vista ເລີຍ (ມີຮອດ Sidebar ຢ່າງດີ) ບັນຫາຫລັກໃຫຍ່ທີ່ເປັນທີ່ໂຈດຂານກັນໃນອັນດັບຕົ້ນ ໆ ກໍ່ຄື Hardware compatibility ຄືຄວາມເຂົ້າກັນໄດ້ກັບອຸປະກອນຕ່າງ ໆ ທີ່ມີຢູ່ແລ້ວ ບາງຄົນອາດຈະພົບວ່າ ອຸປະກອນບາງຢ່າງໃນເຄື່ອງຄອມພິວເຕີນັ້ນບໍ່ສາມາດໃຊ້ງານໄດ້ເພາະຂາດ Driver ແລະບາງທ່ານອາດຈະພົບວ່າໂປຣແກຣມຯ ທີ່ຕົນຕ້ອງໃຊ້ງານນັ້ນ ບໍ່ສາມາດໃຊ້ຮ່ວມກັນໄດ້ກັບ Windows Vista ເລີຍ ເຊິ່ງໃນຂໍ້ຫລັງນີ້ກໍ່ສ້າງບັນຫາປວດຫົວພໍສົມຄວນ ລວມເຖິງບັນດາໂປຣແກຣມ Antivirus ຕ່າງ ໆ ນຳພ້ອມ / ທ່ານຮູ້ຫຼືບໍ່ວ່າ BitDefender 10 [...]
More »


