Posts Tagged ‘Bible’

ນັກວິທະຍາສາດອິສລາເອວສ້າງຄຳພີ Bible ທີ່ນ້ອຍກວາປາຍເຂັມ

ນັກວິທະຍາສາດຈາກສະຖາບັນ Technion ໃນປະເທດອິສລາເອວໄດ້ປະກາດວ່າ ພວກເຂົາສາມາດບັນຈຸຄຳພີໄບເບີ້ນພາສາຮິບຣູ (Hebrew) ເຊິ່ງມີຈຳນວນທັງຫມົດ 308,428 ຄຳລົງໃນ Chip ເຊິ່ງມີຂະຫນາດນ້ອຍກວ່າປາຍເຂັມໄດ້ເປັນຜົນສຳເລັດ ໂດຍຜູ້ອຳນວຍການຂອງໂຄງການນີ້ອ້າງວ່າ ຄຳພີໄບເບີ້ນທີ່ນ້ອຍທີ່ສຸດໃນໂລກ The Guinness Book of World Records ນັ້ນ ຍັງໃຫຍ່ກວ່າໄບເບີ້ນຂອງພວກເຂົາເຖິງ 50 ເທົ່າ ແລະໂຄງການຕໍ່ໄປຂອງນັກວິທະຍາສາດກຸ່ມນີ້ຄື ຖ່າຍພາບໄບເບີ້ນຂອງພວກເຂົາ ແລ້ວຂະຫຍາຍໃຫ້ໃຫຍ່ຂຶ້ນມາເປັນຂະຫນາດ 7×7 ແມັດ ເຊິ່ງຈະເຮັດໃຫ້ຄົນທົ່ວໄປສາມາດອ່ານໄບເບີ້ນໄດ້ທັງເຫຼັ້ມດ້ວຍຕາເປົ່າ! ທີ່ມາ – Blognone [thegrap], AFP

More »