Posts Tagged ‘Beta’

Ubuntu 7.10 RC

ໃກ້ເຂົ້າມາທຸກມື້ແລ້ວສຳຫລັບ Ubuntu 7.10 ລະຫັດ Gusty Gibbon ເຊິ່ງມີກຳຫນົດການອອກແມ່ນວັນທີ່ 17 ຕຸລາທີ່ໃກ້ຈະມາຮອດນີ້ ເຊິ່ງຕອນນີ້ທາງຜູ້ພັດທະນາກໍ່ໄດ້ປ່ອຍ Ubuntu 7.10 Release Candidate ໃຫ້ໄດ້ດາວໂຫລດໄປທົດລອງໃຊ້ງານກັນແລ້ວ ເຊິ່ງຈະເປັນ release ສຸດທ້າຍກ່ອນຕົວຈິງຈະມາ ໃນເວີຊັນໃຫມ່ກໍ່ຈະມີຄວາມສາມາດຫລາຍຢ່າງທີ່ເພີ່ມຂຶ້ນມາຈາກ 7.04 ບໍ່ວ່າຈະເປັນ Desktop Effect ທີ່ໃຊ້ Compiz ແລະຈະເປີດໃຊ້ທັນທີຫາກວ່າລະບົບຮອງຮັບການທຳງານສາມມິຕິ ລວມໄປເຖິງລະບົບຄົ້ນຫາແບບ Desktop search ແລະ Fast user switching ເປັນຕົ້ນ ສຳຫລັບລາຍລະອຽດເພີ່ມເຕີມສາມາດກົດອ່ານໄດ້ຈາກລິງກ໌ທີ່ມາ ທີ່ມາ – Ubuntu.com

More »

Winamp 5.5 Build 1568 Beta Preview 2

Nullsoft ອອກເບຕ້າເວີຊັນຕົວໃຫມ່ ຂອງໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp ມາໃຫ້ໄດ້ທົດລອງກັນອີກຄັ້ງ ໃນເວີຊັນນີ້ໄດ້ເພີ່ມ skin ໃຫມ່ທີ່ມີຊື່ວ່າ Winamp Bento ເຂົ້າມາພ້ອມ (ເບິ່ງຈາກຮູບຂວາມື) ລວມເຖິງ Unified File Editor ແລະ Album Art tab ແລະຍັງມີຊ່ອງສຳຫລັບຄົ້ນຫາໄດ້ຈາກຫນ້າຕ່າງຫລັກຂອງໂປຣແກຣມທັນທີ ນອກຈາກນັ້ນຍັງມີການປັບປຸງແລະອັບເດດຄວາມສາມາດຕ່າງ ໆ ເກືອບຮ້ອຍຢ່າງ ອ່ານຈາກໄດ້ລິງກ໌ທີ່ມາ ດາວໂຫລດ: Pro | Full | Lite ທີ່ມາ – Winamp.com

More »

FlashGet v2.2.0.1055 Preview

ຫລັງຈາກທີ່ຢູ່ໃນສາຍ v1.x ມາເປັນເວລາຫລາຍປີ ໃນທີ່ສຸດ FlashGet ກໍ່ອອກເວີຊັນ v2 ອອກມາໃຫ້ທົດລອງໄດ້ໃຊ້ກັນແລ້ວ ເຊິ່ງໃນເວີຊັນໃຫມ່ນີ້ ໄດ້ຖືກອອກແບບ UI ໃຫມ່ທັງຫມົດ ເຮັດໃຫ້ FlashGet v2 ຮອງຮັບລະບົບ Theme ແບບໃຫມ່ ແລະປັບປຸງລະບົບການດາວໂຫລດຕ່າງ ໆ ແຕ່ໃນ Preview version ນີ້ໄດ້ຕັດການທຳງານຂອງ eMule ອອກໄປຊົ່ວຄາວ ສຳຫລັບທ່ານທີ່ສົນໃຈທົດສອບ ສາມາດດາວໂຫລດມາທົດລອງໄດ້ຈາກລິງກ໌. ຕົວຕິດຕັ້ງຈະເປັນພາສາຈີນ ເມື່ອຕິດຕັ້ງແລ້ວ ໂປຣແກຣມຈະມີເມມູເປັນພາສາອັງກິດຕາມປົກກະຕິ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Safari on Windows!!

Steve Jobs ເປີດເຜີຍໃນງານ WWDC keynote ວ່າ Safari –ໂປຣແກຣມທ່ອງເວບຂອງ Mac OS X ນັ້ນ ຈະມີເປັນ Windows version ນຳ ແລະ Jobs ຍັງອ້າງວ່າ Safari ຈະໄວກວ່າ Internet Explorer ກັບ Firefox ອີກ ເຊິ່ງຕອນນີ້ກໍ່ສາມາດດາວໂຫລດ Public Beta ໄດ້ແລ້ວ ຕ້ອງລອງທົດສອບກັນເບິ່ງ ດາວໂຫລດ ເດໂມສາທິດການໃຊ້ງານ ເວບໄຊຕ໌ຜູ້ພັດທະນາ ທີ່ມາ – ZDNet Blog

More »

Mozilla FireFox 3.0 Alpha 6 (PRE)

ຂ່າວສັ້ນ ໆ ຂໍລົງໄວ້ຂັ້ນເວລາ ຂະນະນີ້ Firefox 3.0 Alpha 6 Pre-release (Nightly build) ໄດ້ອອກມາແລ້ວ ໂດຍອອກຫ່າງຈາກ Gran Paradiso Alpha 5 ພຽງບໍ່ເທົ່າໃດມື້ ຫາກສົນໃຈກໍ່ລອງດາວໂຫລດໄປຫຼິ້ນເບິ່ງ ດາວໂຫລດ: Windows, Mac OS X, Linux

More »

Ubuntu 7.10 (Gutsy Gibbon) Tribe-1

Gutsy Gibbon ອອກມາແລ້ວ ເປັນ Alpha ຕົວທຳອິດເລີຍ ເຊິ່ງ Final release ຈະມີຂຶ້ນໃນຊ່ວງເດືອນຕຸລາປີນີ້ ເຊິ່ງໄດ້ຍິນວ່າຍັງບໍ່ມີຫຍັງປ່ຽນແປງຫລາຍ ຖ້າບໍ່ໃຈຮ້ອນກໍ່ລໍຖ້າຕົວເຕັມກ່ອນດີກວ່າ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

AMD Catalyst 7.5 & Nvidia ForceWare 158.45 Beta (Vista)

Driver ໃຫມ່ສຳຫລັບຄົນທີ່ໃຊ້ AMD’s ATI Radeon graphics cards ແລະ NVIDIA’s GeForce 8 ເຊິ່ງໃນເວີຊັນໃຫມ່ນີ້ ຍັງຄົງເປັນການປັບປຸງໃຫ້ສາມາດໃຊ້ງານກັບ Windows Vista ເຊັ່ນເຄີຍ ລວມເຖິງການຮອງຮັບ DirectX10 ນຳ ດາວໂຫລດ: Catalyst: Windows Vista x86 | Windows Vista x64 | Windows XP x86 | Windows XP Pro x64 GeForce 8:  Windows Vista x86 | Windows Vista x64 ທີ່ມາ – The Tech Report, Neowin.net

More »

Windows Live Messenger 8.5 BETA

ສຳຫລັບຄົນຢາກລອງຂອງໃຫມ່ກ່ອນໃຜອືນ ກໍ່ສາມາດດາວໂຫລດມາລອງໃຊ້ງານໄດ້ເລີຍ ເມື່ອທຳການຕິດຕັ້ງແລ້ວ ກໍ່ໃຫ້ເອົາໄຟລ໌ DLL ສອງໄຟລ໌ໄປໄວ້ໃນ C:\Program Files\Windows Live\Messenger ກໍ່ເປັນອັນຈົບພິທີ ແຕ່ວ່າເທົ່າທີ່ລອງໃຊ້ເບິ່ງ ຮູ້ສຶກວ່າມັນຈະ Error ເລື້ອຍ ໆ ແລະກໍ່ບໍ່ເຫັນວ່າຈະມີຫຍັງໃຫມ່ເລີຍ ນອກຈາກຫນ້າຕາທີ່ໃກ້ຄຽງກັບ Windows Vista ແລະມີການຍ້າຍປຸ່ມຕ່າງ ໆ ເລັກນ້ອຍ ທ່ານໃດທີ່ສົນໃຈສາມາດດາວໂຫລດໄດ້ຈາກທີ່ນີ້ Edit: ຕອນນີ້ Microsoft ໄດ້ປ່ອຍ Windows Live Messenger 8.5 BETA ອອກມາໃຫ້ດາວໂຫລດຢ່າງເປັນທາງການແລ້ວ ສາມາດດາວໂຫລດໄດ້ຈາກເວບໄຊຕ໌ຂອງ Live.com

More »

FlashFXP 3.4.2 Public Beta 2 (3.4.1 build 1170)

FlashFXP ເປັນໂປຣແກຣມປະເພດ FTP client ໃຊ້ໄວ້ອັບໂຫລດຂໍ້ມູນຂຶ້ນໄປໄວ້ເທິງ FTP sites ຕ່າງ ໆ ໂປຣແກຣມນີ້ມີຄວາມສາມາດພິເສດຢູ່ທີ່ FXP ທີ່ຫຍໍ້ມາຈາກ File eXchange Protocol ກໍ່ຄື ການອັບໂຫລດໄຟລ໌ຈາກ FTP server ໄປຫາ FTP server ເຊິ່ງເຮັດໃຫ້ຄວາມໄວໃນການສົ່ງຂໍ້ມູນນັ້ນ ໄວພໍ ໆ ກັບຂອງ servers ທັງສອງເອງເລີຍ ແຕ່ວ່າ FTP server ທີ່ໃຊ້ງານນັ້ນຈະຕ້ອງຮອງຮັບຄວາມສາມາດນີ້ນຳ ໃນເບຕ້າໃຫມ່ນີ້ ເພີ່ມຄວາມສາມາດໃນການຮອງຮັບ UTF-8 ກັບ MLSD ແລະອັບເດດອື່ນ ໆ ອີກຈຳນວນໜຶ່ງ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ ປ.ລ. ລືມບອກໄປວ່າເປັນ Shareware

More »

Kaspersky Anti-Virus 7.0.0.43 Beta

ເບຕ້າເວີຊັນຂອງໂປຣແກຣມ Antivirus ອັນດັບຕົ້ນ ໆ ຂອງໂລກ Kaspersky ອອກມາແລ້ວ ຮູ້ສຶກວ່າ ຈະມີຫນ້າຕາ Interface ທີ່ງົດງາມກວ່າເກົ່າ (ບໍ່ກ່ຽວກັບ performace ເລີຍ -_-”) ທ່ານໃດສົນໃຈກໍ່ທົດລອງໂຫລດມາໃຊ້ງານເບິ່ງ ໂດຍດາວໂຫລດໄດ້ຈາກລິງກ໌ດ້ານລຸ່ມ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »