Posts Tagged ‘Apple’

iPhone ຖືກ Unlock ແລ້ວ

ທີມງານ iPhoneSIMfree.com ເປີດເຜີຍວ່າ ຂະນະນີ້ມືຖື iPhone ຖືກປົດລັອກເປັນທີ່ຮຽບຮ້ອຍແລ້ວ ຜູ້ໃຊ້ສາມາດໃຊ້ງານ iPhone ກັບ SIM ຈາກຜູ້ໃຫ້ບໍລິການໃດ ໆ​ ກໍ່ໄດ້ –ຈາກເດີມທີ່ທາງ Apple ຜູກຂາດໃຫ້ໃຊ້ງານໄດ້ສະເພາະກັບເຄືອຂ່າຍ AT&T.

More »

Safari on Windows!!

Steve Jobs ເປີດເຜີຍໃນງານ WWDC keynote ວ່າ Safari –ໂປຣແກຣມທ່ອງເວບຂອງ Mac OS X ນັ້ນ ຈະມີເປັນ Windows version ນຳ ແລະ Jobs ຍັງອ້າງວ່າ Safari ຈະໄວກວ່າ Internet Explorer ກັບ Firefox ອີກ ເຊິ່ງຕອນນີ້ກໍ່ສາມາດດາວໂຫລດ Public Beta ໄດ້ແລ້ວ ຕ້ອງລອງທົດສອບກັນເບິ່ງ ດາວໂຫລດ ເດໂມສາທິດການໃຊ້ງານ ເວບໄຊຕ໌ຜູ້ພັດທະນາ ທີ່ມາ – ZDNet Blog

More »

iPhone ຈະມີ 3rd party apps?

ໃນງານ D Conference ທີ່ຜ່ານມາ Steve Jobs ໄດ້ກ່າວເຖິງຄວາມເປັນໄປໄດ້ທີ່ iPhone –ໂທລະສັບລະບົບຫນ້າຈໍສຳຜັດລາຄາກວ່າ $600 ຂອງ Apple ຈະສາມາດຕິດຕັ້ງແລະໃຊ້ງານ Applications ຕ່າງ ໆ ຈາກ 3rd party ໄດ້ ແຕ່ Jobs ກໍ່ໄດ້ສະແດງຄວາມກັງວົນໃຈວ່າ ຈະເປັນເຫດໃຫ້ເກີດບັນຫາດ້ານຄວາມປອດໄພ ເຊິ່ງລາວບໍ່ຢາກເຫັນ iPhone ຄ້າງເມື່ອໃຊ້ງານ ທີ່ມາ – CrunchGear ຮູ້ສຶກວ່າ iPhone ໃກ້ ໆ ຈະອອກແລ້ວ ປະມານປີຫນ້າ ຄົງຈະມີເຂົ້າມາຂາຍຢ່າງເປັນທາງການ ໃນແທບບ້ານເຮົາ ບໍ່ຮູ້ວ່າຈະລາຄາລົງບໍ່ – -”

More »

ເປີດຕົວ Mac Pro ຮຸ່ນ 8-Core

ຫລັງຈາກທີ່ກ່ອນໜ້ານີ້ມີຄົນເຫັນລາຍລະອຽດຂອງ Mac Pro ຮຸ່ນໃຫມ່ໃນເວບໄຊຕ໌ບາງແຫ່ງນັ້ນ ໃນທີ່ສຸດທາງ Apple ກໍ່ໄດ້ເປີດເຜີຍຂໍ້ມູນຢ່າງເປັນທາງການກ່ຽວກັບ Mac Pro ຮຸ່ນໃຫມ່ນີ້ ເຊິ່ງເປັນຮຸ່ນທີ່ໃຊ້ໜ່ວຍປະມວນຜົນກາງ ຫລື CPU ໃນສາຍ Intel Xeon ແບບ 8 Core ຄວາມໄວທີ່ 3.0GHz ຕໍ່ 1 Core ແລະມີລາຄາສູງເຖິງ $3,997 ທີ່ມາ – Crave $3,997 ຄິດເປັນເງິນກີບເທົ່າກັບ 38,371,200 ກີບ ໂອ້…!!

More »

Apple ຫລຸດລາຄາ Cinema Display

ບໍລິສັດ Apple ໄດ້ທຳການຫລຸດລາຄາຂອງຈໍພາບ Cinema Display ລົງ ໂດຍໃນຮຸ່ນທີ່ມີໜ້າຈໍຂະໜາດ 21 ນິ້ວ ແລະ 23 ນິ້ວນັ້ນ ຫລຸດລົງ $100 ໃນຂະນະທີ່ຮຸ່ນ 31 ນິ້ວຫລຸດລົງເຖິງ $200 ສົ່ງຜົນໃຫ້ລາຄາຕອນນີ້ຢູ່ທີ່ 20 ນິ້ວ ລາຄາ $599 23 ນິ້ວ ລາຄາ $899 30 ນິ້ວ ລາຄາ $1799 ທີ່ມາ – TUAW ເຖິງຈະລາຄາລົງ ແຕ່ກໍ່ຍັງເອື້ອມບໍ່ຮອດ

More »

ຂ່າວລື: Leopard ເລື່ອນ?

ມີຂ່າວລືອອກມາວ່າ Leopard ອາດຈະຖືກເລື່ອນວັນວາງຈຳໜາຍໄປຊ່ວງເດືອນຕຸລາຄົມປີນີ້ ເຊິ່ງເປັນລາຍງານຈາກ DigiTimes ໂດຍໄດ້ມີລາຍລະອຽດໃນຂ່າວລືວ່າ ທາງ Apple ກຳລັງປັບປຸງໃຫ້ Boot Camp ໃນ Leopard ນັ້ນ ສາມາດຮອງຮັບ Windows Vista ຢ່າງເຕັມປະສິດທິພາບ ກ່ອນການອອກວາງຈຳໜ່າຍ ທີ່ມາ – TUAW ບ້ານເຮົາໜ້ອຍທີ່ສຸດທີ່ຈະມີຄົນໃຊ້ Mac ກໍ່ເລີຍວ່າ ຂ່າວນີ້ບາງຄົນອ່ານແລ້ວອາດຈະບໍ່ຮູ້ເລື່ອງ

More »

Mac OS X 10.4.9 ເພີ່ມ drivers ຂອງມືຖື

ກ່ອນຫນ້ານີ້ທາງ Apple ໄດ້ອອກ patch ສຳຫລັບ Mac OS X 10.4.9 ອອກມາ (ເຊິ່ງແນ່ນອນວ່າ ບໍ່ໄດ້ລົງຂ່າວ 555+) ກໍ່ມີການປັບປຸງ ແລະແກ້ໄຂສ່ວນຕ່າງ ໆ​ ຂອງລະບົບ ແລະນອກຈາກນັ້ນ ກໍ່ຍັງມີການເພີ່ມການຮອງຮັບໂທລະສັບມືຖືໃຫມ່ ໆ ເຂົ້າໄປຕື່ນອີກ ເຊິ່ງມີລາຍຊື່ດັ່ງນີ້: Motorola K1 Bluetooth + USB Motorola K1m Bluetooth + USB Motorola V3m Bluetooth + USB Motorola L2 Bluetooth + USB Samsung D600 Bluetooth Samsung D900 Bluetooth Nokia N80 Bluetooth + USB Nokia E61 [...]

More »

Apple Design Awards 2007 ເປີດຮັບຜົນງານແລ້ວ

Apple Design Awards 2007 ເປັນການເປີດໃຫ້ຜູ້ພັດທະນາຊອຟແວຣ໌ Mac ສາມາດສົ່ງຊອຟແວຣ໌ ທີ່ຕົນພັດທະນາຂຶ້ນ ມາປະກວດໃນງານນີ້ໄດ້ ສຳຫລັບໃນປີນີ້ ກໍ່ມີລາຍການແຂ່ງຂັນດັ່ງນີ້ : Best Mac OS X Leopard Application Best Mac OS X User Experience Best Mac OS X Developer Tool Best Mac OS X Game Best Mac OS X Scientific Computing Solution Best Mac OS X Dashboard Widget Best Student Application Apple Design Awards ປີນີ້ຈັດເປັນປີທີ່ [...]

More »

ຂໍ້ຢຸດຕິລະຫວ່າງ Apple ແລະ Cisco ມາເຖິງແລ້ວ

ຫລັງຈາກເປັນປະເດັນໃຫ້ຖົກຖຽງກັນຢູ່ຫວ່າງຫນຶ່ງ ເລື່ອງຊື່ຂອງ iPhone ໃນທີ່ສຸດ ຂໍ້ຢຸດຕິລະຫວ່າງຄວາມຂັດແຍ້ງຂອງສອງບໍລິສັດ ກໍ່ຖືກແກ້ໄຂ ໂດຍທັງສອງຝ່າຍ ຄືທາງ Apple Inc. ແລະ Cisco Inc. ໄດ້ຕົກລົງກັນທີ່ຈະໃຊ້ຊື່ iPhone ຮ່ວມກັນໄດ້ ໂດຍບໍ່ມີການຟ້ອງຮ້ອງກັນທາງກົດຫມາຍ ນອກຈາກນັ້ນ ກໍ່ຍັງຈະມີການຮ່ວມງານກັນໃນສ່ວນຂອງ ລະບົບຄວາມປອດໄພ ແລະຜູ້ໃຊ້ບໍລິການນຳ ຊື່ iPhone ນັ້ນ ໃນສະໄຫມທຳອິດ ເປັນຂອງບໍລິສັດ Infogear ເຊິ່ງມີສິດໃນຊື່ນີ້ມາຫລາຍປີ ແຕ່ຕໍ່ມາ Cisco ໄດ້ຊື້ບໍລິສັດດັ່ງກ່າວ ແລະໄດ້ຊື່ນີ້ມາຄອບຄອງ ແລະອອກສິນຄ້າກ່ຽວກັບ VOIP ໃນຊື່ iPhone ໃນເວລາຕໍ່ມາ ຈົນມາເຖິງງານ CES 2007 ທາງ Apple ໄດ້ເປີດຕົວ iPhone –ມືຖື Multimedia ຈາກ Apple ອອກມາ ແລະກໍ່ມາຊົນກັບຊື່ iPhone ຈາກ Cisco ຈົນເປັນຂ່າວກັນຂຶ້ນມາ ທີ່ມາ [...]

More »

ພາທົວ Apple TV Interface!

[youtube 4itNWe27d38] Source – TechEBlog

More »