Posts Tagged ‘Apple’

Google ເລີ່ມໂຄສະນາໃນ iPhone Map

ມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ. ສຳລັບການໂຄສະນາໃນ iPhone Map ນັ້ນທາງ Google ຍັງບໍ່ໄດ້ຖະແຫຼງການຢ່າງເປັນທາງການເທື່ອ ແຕ່ເນື້ອຫາການໂຄສະນາຈະເປັນລັກສະນະຈຸດໃນແຜນທີ່ ເມື່ອເວລາທີ່ຜູ່ໃຊ້ຊອກຫາສະຖານທີ່ ກໍຈະມີໂຄສະນາຂອງສະຖານທີ່ໃກ້ຄຽງກັນນັ້ນຂຶ້ນມາພ້ອມ. ມີຫຼາຍຄົນຕັ້ງຂໍ້ສັງເກດວ່ານີ້ອາດສິ່ງທີ່ Google ຈະໄດ້ເຮັດກ່ອນທີ່ Apple ຈະໃຊ້ລະບົບແຜນທີ່ຂອງຕົນເອງ (ເຊິ່ງໄດ້ມາຈາກການເຂົ້າຊື້ PlaceBase ໃນເດືອນກໍລະກົດທີ່ຜ່ານມາ). ທີ່ມາ – searchengineland.com

More »

China Unicom ກຽມຂາຍ iPhone ໃນຈີນເດືອນໜ້າ

ບໍລິສັດ China Unicom ຈັດຊື້ iPhone ຈຳນວນ 5 ລ້ານເຄື່ອງໃນວົງເງິນ 10 ພັນລ້ານຢວນ (ປະມານ 1.46 ພັນລ້ານໂດລາ) ຈາກ Apple ເພື່ອກຽມຂາຍໃນເດືອນກັນຍາທີ່ຈະມາເຖິງນີ້. Yu Zaonan ຜູ່ຈັດການທົ່ວໄປຂອງຜະແນກພັດທະນາລູກຄ້າບໍລິສັດ China Unicom ເປີດເຜີຍວ່າ iPhone ລຸ້ນ 8GB ຈະມີອອກມາຈຳໜ່າຍໄວ ໆ ນີ້ໃນລາຄາ 2,400 ຢວນ ແລະ 4,800 ຢວນສຳລັບລຸ້ນ 16GB ສຳລັບ China Unicom ນັ້ນຄາດການວ່າຈະເປັນຈັດຈຳໜ່າຍ iPhone ແຕ່ພຽງຜູ່ດຽວໃນຈີນ. ທີ່ມາ – IBTimes

More »

Safari 4.0

ອອກ Final ແລ້ວສຳລັບ Safari ສຳລັບ Windows ຕົວເລກ build ແມ່ນ 4.0.530.17 ຫຼາຍຄົນຍ້ອງວ່າໄວຂຶ້ນກວ່າເວີຊັນກ່ອນໜ້ານີ້ຫຼາຍ ຜູ່ຂຽນລອງໃຊ້ແລ້ວ ໃນລຸ້ນນີ້ມີການປັບປ່ຽນ UI ຂອງໂປຣແກຣມຢູ່ເລັກນ້ອຍ ເຊັ່ນເວລາໂຫຼດໜ້າຕ່າງ ໆ ແລະໃນສ່ວນຂອງ tab ຈະມີຄວາມສວຍງາມຂຶ້ນເລັກນ້ອຍເຖິງປານກາງ. ເຊັ່ນເຄີຍ Safari (ໜ້າຈະຮວມເຖິງ web browser ອື່ນ ໆ ທີ່ີໃຊ້ Webkit ມີ Google Chrome ເປັນຕົ້ນ) ຍັງບໍ່ສາມາດປັບ font ສຳລັບພາສາໃດພາສານຶ່ງໄດ້ຄືກັບ Firefox ຫຼື IE ເທື່ອ. ດາວໂຫຼດ – Safari 4.0 for Windows

More »

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້ ທີ່ມາ – The Business Insider

More »

Apple ອັບເດດສະເປັກ MacBook ແບບງຽບ ໆ

ປະມານສາມສີ່ມື້ທີ່ຜ່ານມາ ປະກົດວ່າມີຄົນພົບເຫັນຄວາປ່ຽນແປງໃນໜ້າເວັບຂອງ Apple ວ່າ MacBook ສີຂາວລຸ້ນລາຄາ $999 ນັ້ນໄດ້ມີການອັບເກຣດສະເປັກແລ້ວ ໂດຍຫຼັກແມ່ນປ່ຽນ CPU ເປັນ 2.0GHz ແລະເພີ່ມ RAM ເປັນ 2GB ທີ່ສຳຄັນໃຊ້ unibody ຮຽບຮ້ອຍ ນອກນັ້ນ Bluetooth ກໍ່ໄດ້ຮັບການອັບເກຣດໄປເປັນເວີຊັນ 2.1 ເຊັ່ນກັນ ແຕ່ລາຄາຍັງຄົງເດີມຄື $999 ທີ່ມາ – engadget ປົກກະຕິຖ້າຫຼຸດລາຄາແບບນີ້ ສະແດງວ່າຈະມີລຸ້ນໃໝ່ອອກມາ ; )

More »

Safari 3.1​

ຮູ້ສຶກວ່າ ບໍ່ໄດ້ຂຽນບລັອກໃນ au8ust.org ມາດົນແລ້ວ ເກືອບລືມໄປເລີຍວ່າຍັງມີບລັອກນີ້ຢູ່ໃນໂລກ lol Apple ອອກ Safari ເວີຊັນໃຫມ່ 3.1 ເຊິ່ງຖອດ Beta ອອກເປັນທີ່ຮຽບຮ້ອຍແລ້ວ ແລະກໍ່ຍັງຄົງໂມ້ມາຕະຫລອດວ່າ Safari ໄວກວ່າ Web browser ຄູ່ແຂ່ງເຖິງ 1.9 ເທົ່າ ໄວທີ່ສຸດໃນບັນດາໂປຣແກຣມທ່ອງເວັບທີ່ມີໃນຕະຫລາດປະຈຸບັນ Safari ເປັນ Web Browser ຫຼືແປລາວວ່າໂປຣແກຣມທ່ອງເວັບ ທີ່ພັດທະນາໂດຍ Apple Inc. ແຕ່ກ່ອນມີໃຫ້ໃຊ້ແຕ່ສະເພາະ Mac OS ແຕ່ຕອນນີ້ຂະຫຍາຍຕະຫລາດມາ Microsoft Windows ນຳ ແລະເປັນ Web Browser ທີ່ໃຊ້ WebKit ເປັນໂຕ Render ຫນ້າເວັບ ດາວໂຫລດ

More »

ກອງທັບສະຫະລັດຊື້ Mac ເພີ່ມ ອ້າງເຮັດໃຫ້ປອດໄພກວ່າເກົ່າ

Forbes ລາຍງານວ່າກອງທັບສະຫະລັດກຳລັງດຳເນີນການ ນຳຄອມພິວເຕີຂອງ Apple ເຂົ້າໄປເສີມໃນະບົບ ເພື່ອທີ່ຈະເຮັດໃຫ້ການ Hack ເຂົ້າໄປໃນລະບົບນັ້ນ ຍາກກວ່າເກົ່າ ເມື່ອປີກາຍນີ້ ລະບົບຮັກສາຄວາມປອດໄພຂອງລະບົບຄອມພິວເຕີສະຫະລັດໄດ້ຖືກ Hack ໃນເດືອນມິຖຸນາ ສົ່ງຜົນໃຫ້ຄອມພິວເຕີເຄື່ອງຫນຶ່ງໃນ Pentagon ຖືກ hack ແລະເຮັດໃຫ້ອີເມລພາຍໃນບໍ່ຊາບຈຳນວນຖືກລັກອອກມາ ນອກຈາກນີ້ ຄູ່ສັນຍາກັບກອງທັບເຊັ່ນບໍລິສັດ Boeing, Lockheed Martin, Northrop, Grumman ແລະ Raytheon ກໍ່ຖືກເຈາະເຂົ້າລະບົບເຊັ່ນກັນ

More »

ຖ່າຍວີດິໂອລະດັບ HD ແລະການສ້າງຣິງໂທນຟຣີໃນ iPhone

Hacker ທີ່ມີຊື່ວ່າ Drunknbass ໄດ້ອັບໂຫລດວີດິໂອສາທິດການໃຊ້ ໄອໂຟນ ເພື່ອບັນທຶກພາບວີດິໂອຄວາມລະອຽດລະດັບ HD ດ້ວຍກ້ອງ 2.0 Mega pixel ຂອງໄອໂຟນ ໂດຍໃນຂະນະນີ້ນັ້ນ ຄວາມສາມາດຂອງໂປຣແກຣມສາມາດບັນທຶກພາບໄດ້ພຽງ 5 ວິນາທີ ດ້ວຍ Framerate ທີ່ 10FPS ຕໍ່ວິນາທີ ເທົ່ານັ້ນ ເຊິ່ງຄາດການກັນວ່າ ເມື່ອໂປຣແກຣມດັ່ງກ່າວເສັດສົມບູນແລ້ວຈະສາມາດບັນທຶກພາບໄດ້ 45FPS ຕໍ່ວິ ແລະສາມາດບັນທຶກໄປໄດ້ຈົນກວ່າຫນ່ວຍຄວາມຈຳຈະເຕັມ ທີ່ມາ – Slashdot [via Blognone] ແລະອີກຂ່າວຫນຶ່ງຄື ມີວິທີໃຫມ່ໃນການສ້າງຣິງໂທນ ຫຼື ສຽງເອີ້ນເຂົ້າ ໃຫ້ກັບໄອໂຟນໄດ້ແລ້ວ ໂປຣແກຣມທີ່ວ່ານີ້ຄື GarageBand 4.1.1 ແຕ່ວ່າມີຂໍ້ຈຳກັດຢູ່ບ່ອນຣິງໂທນນັ້ນຕ້ອງມີຄວາມຍາວບໍ່ເກີນ 40 ວິນາທີ ສຳຫລັບວິທີເຮັດນັ້ນສາມາດອ່ານໄດ້ຈາກເອກກະສານຂອງ Apple ໂດຍປົກກະຕິແລ້ວນັ້ນ iPhone ໃນເວລາທີ່ວາງຂາຍທຳອິດຈະບໍ່ສາມາດເພີ່ມຣິງໂທນໄດ້ເລີຍ ຈົນເມື່ອເດືອນກັນຍາທີ່ຜ່ານມາ Apple ເຊິ່ງເປັນບໍລິສັດຜູ້ຜະລິດກໍ່ໄດ້ອອກ Firmware ໃຫມ່ເພື່ອເພີ່ມຄວາມສາມາດແລະແກ້ໄຂບັນຫາຕ່າງ ໆ ໂດຍໃນ [...]

More »