Yahoo! Messenger 10
Yahoo! ອອກອັບເດດເວີຊັນໃໝ່ສຳລັບໂປຣແກຣມສົນທະນາ Yahoo! Messenger 10 ເຊິ່ງຮອງຮັບທັງ Windows ແລະ Mac ຮວມເຖິງລະບົບມືຖືຕ່າງໆ ອີກນຳ.
ໃນເວີຊັນໃໝ່ຂອງ Y! Messenger 10 ກໍມີຄຸນສົມບັດໃໝ່ໆ ທີ່ຖືກເພີ່ມເຂົ້າມາຫຼາຍຢ່າງເຊັ່ນ ຮອງຮັບ UI ຫຼາຍສາມາດເລືອກພາສາໄດ້ຈາກໜ້າທຳອິດເລີຍ ໂດຍບໍ່ຕ້ອງປິດເປີດໂປຣແກຣມຄືນໃໝ່ ແລະຍັງຮອງຮັບລະບົບ Video call ເຕັມຮູບແບບທັງພາບທັງສຽງ (ບໍ່ແນ່ໃຈວ່າເວີຊັນ 9 ມີຫຼືຍັງ ສ່ວນຕົວບໍ່ໄດ້ໃຊ້) ພ້ອມທັງລະບົບອັບເດດເຫດການໃໝ່ຂອງໝູ່ໃນ flickr, Yahoo! Music, ແລະອື່ນໆ ໃນເຄືອຂ່າຍຂອງ Yahoo! ໄດ້ພ້ອມ.
ຄວາມສາມາດໃໝ່ໆ ອື່ນກໍມີເຊັ່ນ:
ສົນທະນາແບບຄົນດຽວ ຫຼືຫຼາຍຄົນ
ລະບົບແຈ້ງອັບເດດ Yahoo! Mail, ຂ່າວ, ສະພາບອາກາດ, ຊອກຫາ, ແລະອື່ນໆ
ສາມາດສົ່ງ SMS ເຂົ້າມືຖືໄດ້
media player ເປີດໜັງເປີດເພງໄດ້ໃນໂປຣແກຣມ Y! Messenger
ສາມາດດາວໂຫລດໄດ້ຈາກເວັບໄຊຂອງ Yahoo! Messenger ເລີຍທີ່ http://messenger.yahoo.com/
ທີ່ມາ – [...]


