Posts Tagged ‘AdSense’

ເລື່ອງຂອງ Google AdWords

ທ່ານພະນົມສິນຖາມໃນ community ຂໍຍົກມາຕອບໃນຫນ້ານີ້ແທນ ເຜື່ອຈະເປັນປະໂຫຍດໃນກາລເບື້ອງໜ້າ ໃຜກໍ່ຕາມທີ່ໃສ່ google adsense ໄວ້ໃນເວັບໄຊຂອງຕົນ ເມື່ອມີຄົນ click ເຈົ້າຂອງເວັບ ຈະໄດ້ເງິນ ໃຜກໍ່ຕາມທີ່ລົງໂຄສະນາກັບ google adsense ໄວ້ໃນເວັບໄຊຂອງຜູ້ອຶ່ນ ເມື່ອມີຄົນ click ເຈົ້າໂຄສະນາ ຈະເສຍເງິນ ໄລຍະຫລັງນີ້ ໄດ້ເຫັນໂຄສະນາຂອງເວັບ ພັນລາວ ລົງໂຄສະນາກັບ google adsense ຈຶ່ງສົນໃຈຢາກຖາມ ວ່າ: 1 ລົງໂຄສະນາກັບ google adsense ເຮັດຄືແນວໃດ 2 ລົງໂຄສະນາກັບ google adsense ເສຍຄ່າ keyword ແນວໃດ 3 ມື້ຫນຶ່ງໆ ເສຍຄ່າ click ຫລາຍປານໃດ Quote ດ້ານເທິງມາຈາກກະທູ້ ເສຍຄ່າຄົນ click ໄປຫລາຍປານໃດ ຂອງທ່ານພະນົມສິນ ທີ່ສົນໃຈກ່ຽວກັບເລື່ອງ AdWords ບາດນີ້ເຮົາມາອ່ານຄຳຕອບກັນ

More »

AdSense ພາສາລາວ!!?

ມື້ນີ້ຂະນະທີ່ກຳລັງອ່ານໆ comment ຢູ່ນັ້ນ ຄິດວ່າຊິໄປແກ້ໄຂຫນ້າ Need-A-Font? ບາດຫນຶ່ງ ເພາະມີຄົນລາຍງານວ່າ ຟ້ອນທ໌ Saysettha OT ມັນໄປ conflict ກັບພາສາໄທ ກໍ່ເລີຍໄປຫນ້າທີ່ວ່າ ເກີດໄປເຫັນ… ເຫັນ… ໂຄສະນາຕ່າງໆ ໂດຍ Google!!!   ກົດຄົ້ນຫາໃນກ່ອງແລ້ວຈະກາຍເປັນ… ຍັງບໍ່ເຄີຍເຫັນແບບນີ້ມາກ່ອນເລີຍ ປົກກະຕິໃນ au8ust.org ຈະຕິດ AdSense ເປັນແບບ Text links ໄວ້ກ້ອງ Menu ເປັນແບບນີ້ ແຕ່ອັນນີ້ມາແນວໃຫມ່ ແປກໆ ດີ ສົງໄສເປັນເລື່ອງທຳມະດາຂອງທີມງານ Google ໄປແລ້ວ ທີ່ຈະມີຂອງແປກໆ ອອກມາໃຫ້ສັງເກດ ເຊັ່ນວ່າ ບາງຄັ້ງຈະບໍ່ມີຄຳວ່າ Ads by Google ໃນໂຄສະນາເລີຍ (ທີມງານ Google ອະທິບາຍ ກໍລະນີນີ້ເປັນເພາະລົງໂຄສະນາແບບ Premium) ເອົາລ່ະ Break ໂຄສະນາພໍແລ້ວ ດຽວມາອັພຕໍ່ດີກວ່າ…

More »