Posts Tagged ‘3D’

YouTube 3D

YouTube ນຳສະເໜີຮູບແບບໃໝ່ຂອງວິດີໂອອອນໄລ (ທີ່ມີໃຊ້ກັນມາດົນແລ້ວ) ຜູ່ຊົມສາມາດເລືອກເບິ່ງວິດີໂອເປັນແບບສາມມິຕິໄດ້ ໂດຍອາໄສແວ່ນຕາສາມມິຕິ. ໂຕເລືອກສຳລັບການເບິ່ງວິດີໂອແບບສາມມິຕິນັ້ນ ມີຫຼາຍແບບໃຫ້ທົດລອງກັນ ເຊັ່ນແຍກສີ ຫຼືແຍກຈໍພາບ ເປັນຕົ້ນ. ຫາກໃຜມີແວ່ນຕາສາມມິຕິ ກໍສາມາດທົດລອງເບິ່ງກັນໄດ້ໃນ http://youtube.com/watch?v=9j-uRTsHC9k ຫຼືຖ້າຫາກບໍ່ມີແວ່ນຕາສາມມິຕິກໍລອງໃຊ້ໂຕເລືອກແບບ Focus Thru ເຮັດຕາແບບເວລາເບິ່ງພາບສາມມິຕິໃນປື້ມກໍໄດ້ຜົນເລັກນ້ອຍເຊັ່ນກັນ (ແຕ່ລະວັງຈະເຈັບຕາໄປກ່ອນ). ທີ່ມາ – googlesystem.blogspot.com

More »

Blender Game Engine Tech Demo

ພໍດີໄດ້ຍິນໝູ່ບອກວ່າ ກຳລັງຊິສ້າງເກມ ກໍ່ເລີຍວ່າຂຽນເລື່ອງເກມແດ່ຈັກໜ່ອຍ ສຳລັບຊື່ Blender ຫຼາຍຄົນທີ່ນິຍົມ Linux ອາດຈະຮູ້ກັນແລ້ວວ່າ ມັນຄືໂປຣແກຣມອອກແບບ 3D Model ທີ່ເປັນ OpenSource ແລະມີຊື່ສຽງຫຼາຍໃນ Linux. ໃນຫຼາຍເດືອນທີ່ຜ່ານມາທາງ Blender ແລະ Crystal Space projects ໄດ້ຮ່ວມມືກັນສ້າງເກມສາມມິຕິທີ່ເປັນ opensource ທີ່ມີແນວຄິດຈະໃຫ້ມີຄວາມທັດທຽມກັບ industry standard ຂອງວົງການເກມສາມມິຕິ. ເກມທີ່ວ່ານີ້ມີຊື່ວ່າ “Frankie” ເຊິ່ງໃນເບື້ອງຕົ້ນທາງທາງຝ່າຍພັດທະນາຄາດຫວັງວ່າຈະສາມາດ ອອກເກມນີ້ໄດ້ໃນຊ່ວງທ້າຍເດືອນສິງຫາ ແຕ່ວ່າກໍ່ບໍ່ເປັນໄປຕາມນັ້ນ. ເຖິງຢ່າງໃດກໍ່ຕາມ ທາງ Blender ແລະ Crystal Space ກໍ່ອອກ technology demo ທີ່ພັດທະນາໂດຍໃຊ້ Blender Game Engine ໃຫ້ໄດ້ທົດລອງຫຼິ້ນກັນ. ພາຍໃນເດໂມ Yo Frankie Demo 1.1 ຈະມີດ່ານທີ່ສາມາດຫຼິ້ນໄດ້ເພື່ອສາທິດກ່ຽວກັບ Engine ຂອງເກມ. ຕົວເກມເປັນລິກຂະສິດ [...]

More »

Big Buck Bunny

Big Buck Bunny ເປັນຫນັງໃນໂຄງການ Open Movie ຂອງ Blender foundation ເຊິ່ງເປັນຜູ້ພັດທະນາ Blender — ໂປຣແກຣມສ້າງ 3D Model ຍອດນິຍົມໃນ Linux. ຫນັງດັງກ່າວນີ້ເປັນຄວາມຮ່ວມມືລະຫວ່າງທີມງານພັດທະນາໂປຣແກຣມ ແລະທີມງານອອກແບບມາເຮັດວຽກຮ່ວມກັນ ແລະ Big Buck Bunny ກໍ່ຍັງເປັນຜົນທີ່ສອງຮອງຈາກ Elephants dream ທີ່ສ້າງມາກ່ອນຫນ້ານີ້ ຫນັງສາມມິຕິ Big Buck Bunny ສາມາດດາວໂຫລດມາເບິ່ງໄດ້ຟຣີຈາກ ເວັບໄຊຂອງ Big Buck Bunny ທີ່ມາ – Ubuntuclub

More »