ເລື່ອງ PageRank ເຄີຍຂຽນເທື່ອຫນຶ່ງ ດົນມາແລ້ວ ຕອນນີ້ Google ກໍ່ໄດ້ປັບ PageRank ອີກຄັ້ງຫນຶ່ງ ເຊິ່ງໃນຄັ້ງນີ້ກໍ່ມີຫລາຍ ໆ ເວັບທີ່ອັນດັບຕົກລົງໄປຫລາຍພໍສົມຄວນ –ອັນດ້ວຍເຫດເນື່ອງມາຈາກການຊື້ຂາຍລິງກ໌. ເວັບໃຫຍ່ ໆ ແບບ StatCounter.com ທີ່ເຄີຍມີ PR8 ກໍ່ຕົກລົງມາເຫລືອພຽງ PR6 ເທົ່ານັ້ນ, phpBB.com ຈາກ PR8 ກໍ່ເຫລືອພຽງ PR6
ສ່ວນເວັບຕ່າງ ໆ ໃນລາວເຮົາກໍ່ຮູ້ສຶກຈະມີການປັບປ່ຽນກັນພໍສົມຄວນ ໂດຍສະເພາະເວັບໄຊຕ໌ເກີດໃຫມ່ ຕອນນີ້ກໍ່ໄດ້ມີ PR ກັນແລ້ວ ເລີ່ມກັນທີ່ເວັບລັອກທັງຫລາຍກ່ອນ
- au8ust.org PR4 ເທົ່າເກົ່າ
- Pnomsin.com ເວັບຂອງທ່ານພະນົມສິນກໍ່ໄດ້ PR3 ແລ້ວເຊັ່ນກັນ ຖືວ່າໄວຫລາຍ
- LaoBlogger.com ເປີດໃຫມ່ໂພດ ລິງກ໌ເຂົ້າບໍ່ທັນ ຕອນນີ້ PR0 ໄປກ່ອນ
- LuangPrabang2Day.com ເປີດໃຫມ່ ແຕ່ກໍທັນໄດ້ PR2 ເຊັ່ນກັນ
- samakomlao.blogspot.com ກໍຍັງ PR4 ບໍ່ປ່ຽນແປງ ແຕ່ຄ່າ PR ຍັງບໍ່ຢຸດດີເທື່ອ
- vienglao.blogspot.com ຫລຸດລົງມາຈາກ PR3 ເຫລືອແຕ່ PR1
- sen9y.wordpress.com ບລັອກຂອງແສງ ຕອນນີ້ເຫລືອແຕ່ PR1 ຈາກເດີມ PR4
- pone-blog.blogspot.com ບລັອກທ່ານຜົນ PR0 ລິງກ໌ເຂົ້າຫນ້ອຍເກີນ
- sian.madpage.com/blog/ ບລັອກທ່ານສ່ຽນກໍ່ PR0 ຮູ້ສຶກວ່າຈະລົງ
- os555.blogspot.com/ ບລັອກຂອງທ່ານໂອ້ດຜູ້ຍິ່ງໃຫຍ່ ຕອນນີ້ PR1 ເພາະວ່າເພິ່ນບໍ່ຄ່ອຍໂປຣໂມດແລ້ວ
ຕາມດ້ວຍເວັບໄຊຕ໌ທົ່ວໄປ
- LaoZaa.com ເພີ່ມຂຶ້ນເປັນ PR2 ເປັນທີ່ຮຽບຮ້ອຍ
- Mahasan.com ຍັງຄົງ PR4 ເຊັ່ນເດີມ
- Inlao.net ກໍ່ PR4 ບໍປ່ຽນແປງ
- LaoHub.com PR3 ຮູ້ສຶກວ່າຈະເພີ່ມມາຈາກເກົ່າອີກເລັກນ້ອຍ
- LaoSmile.com PR3 ຈາກເກົ່າ PR2
- Laotel.com ຫລຸດລົງມາເຫລືອແຕ່ PR4 ຈາກເດີມ PR5
- ETLLAO.com ຕອນນີ້ PR3 ຫລຸດລົງມາຈາກ PR4
- TigoLao.com PR4 ແຕ່ກ່ອນ PR5
- VientianeMai.net ເວັບໄຊຕ໌ຂອງຫນັງສືພິມວຽງຈັນໃຫມ່ ຍັງຄົງ PR5 ໄວ້ໄດ້ຢ່າງໜຽວແໜ້ນ
ສຳຫລັບທ່ານທີ່ຕ້ອງການກວດເບິ່ງ PageRank ເອງກໍ່ສາມາດກວດໄດ້ທີ່ DigPageRank.com