Posts Tagged ‘ໂຄສະນາ’

Google ເລີ່ມໂຄສະນາໃນ iPhone Map

ມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ. ສຳລັບການໂຄສະນາໃນ iPhone Map ນັ້ນທາງ Google ຍັງບໍ່ໄດ້ຖະແຫຼງການຢ່າງເປັນທາງການເທື່ອ ແຕ່ເນື້ອຫາການໂຄສະນາຈະເປັນລັກສະນະຈຸດໃນແຜນທີ່ ເມື່ອເວລາທີ່ຜູ່ໃຊ້ຊອກຫາສະຖານທີ່ ກໍຈະມີໂຄສະນາຂອງສະຖານທີ່ໃກ້ຄຽງກັນນັ້ນຂຶ້ນມາພ້ອມ. ມີຫຼາຍຄົນຕັ້ງຂໍ້ສັງເກດວ່ານີ້ອາດສິ່ງທີ່ Google ຈະໄດ້ເຮັດກ່ອນທີ່ Apple ຈະໃຊ້ລະບົບແຜນທີ່ຂອງຕົນເອງ (ເຊິ່ງໄດ້ມາຈາກການເຂົ້າຊື້ PlaceBase ໃນເດືອນກໍລະກົດທີ່ຜ່ານມາ). ທີ່ມາ – searchengineland.com

More »

ຮວມຂ່າວໃນງານ E3 2008

ເວັບອື່ນ ໆ ລາຍງານຂ່າວໃນ E3 ໄປຫລາຍແລ້ວ ແຕ່ບລັອກນີ້ຫາກໍ່ມີໂອກາດໄດ້ຂຽນກ່ຽວກັບງານ E3 ປະຈຳປີ 2008 ທີ່ຈັດຂຶ້ນທີ່ Los Angeles Convention Center ໂດຍລາຍລະອຽດທີ່ມີໃນງານ E3 ຂອງປີນີ້ຈະຂໍຂຽນສະຫລຸບໂດຍສັງເຂບດັ່ງນີ້ SQUARE-ENIX ປະກາດ ລົງ Final Fantasy XIII ໃຫ້ກັບເຄື່ອງ Xbox360 + Trailer Capcom ເປີດເຜີຍກຳນົດການວາງຈຳຫນ່າຍ Resident Evil 5 + trailer , alternative trailer Gear of War 2 ເປີດກຳນົດການວາງຈຳຫນ່າຍ + trailer, multi-player gameplay Command & Conquer : Red Alert 3 – Stage [...]

More »

ເລື່ອງຂອງ Google AdWords

ທ່ານພະນົມສິນຖາມໃນ community ຂໍຍົກມາຕອບໃນຫນ້ານີ້ແທນ ເຜື່ອຈະເປັນປະໂຫຍດໃນກາລເບື້ອງໜ້າ ໃຜກໍ່ຕາມທີ່ໃສ່ google adsense ໄວ້ໃນເວັບໄຊຂອງຕົນ ເມື່ອມີຄົນ click ເຈົ້າຂອງເວັບ ຈະໄດ້ເງິນ ໃຜກໍ່ຕາມທີ່ລົງໂຄສະນາກັບ google adsense ໄວ້ໃນເວັບໄຊຂອງຜູ້ອຶ່ນ ເມື່ອມີຄົນ click ເຈົ້າໂຄສະນາ ຈະເສຍເງິນ ໄລຍະຫລັງນີ້ ໄດ້ເຫັນໂຄສະນາຂອງເວັບ ພັນລາວ ລົງໂຄສະນາກັບ google adsense ຈຶ່ງສົນໃຈຢາກຖາມ ວ່າ: 1 ລົງໂຄສະນາກັບ google adsense ເຮັດຄືແນວໃດ 2 ລົງໂຄສະນາກັບ google adsense ເສຍຄ່າ keyword ແນວໃດ 3 ມື້ຫນຶ່ງໆ ເສຍຄ່າ click ຫລາຍປານໃດ Quote ດ້ານເທິງມາຈາກກະທູ້ ເສຍຄ່າຄົນ click ໄປຫລາຍປານໃດ ຂອງທ່ານພະນົມສິນ ທີ່ສົນໃຈກ່ຽວກັບເລື່ອງ AdWords ບາດນີ້ເຮົາມາອ່ານຄຳຕອບກັນ

More »