Posts Tagged ‘ເຈາະລະບົບ’

ວິເຄາະລະຫັດຜ່ານຄົນໃຊ້ Hotmail

ຫາກໃຜໄດ້ຕິດຕາມຂ່າວກ່ອນໜ້ານີ້ ມີລະຫັດຂອງ Hotmail ຖືກປ່ອຍໃນເວັບໄຊ Pastebin ແຫ່ງນຶ່ງ ເຊິ່ງພາຍຫຼັງກໍຖືກລຶບອອກໄປຢ່າງໄວ. ຢ່າງໃດກໍຕາມນັກວິເຄາະຄວາມປອດໄພ Bogdan Calin ຈາກ Acunetix ໄດ້ວິເຄາະຂໍ້ມູນທີ່ໄດ້ມາ ເຊິ່ງມີລະຫັດກວ່າ 10,028 ຊື່ບັນຊີ ແລະມີປະມານ 9,843 ຊື່ທີ່ບໍ່ຊ້ຳກັນ (ປະມານ 90% ຂອງລະຫັດທີ່ຮົ່ວອອກມາ). ຜົນການວິເຄາະກໍຄື: 42% ໃຊ້ລະຫັດເປັນໂຕອັກສອນໂຕນ້ອຍ ເຊັ່ນ iloveyou. 30% ເປັນລະຫັດທີ່ມີໂຕນ້ອຍໂຕໃຫຍ່ແລະໂຕເລກເຊັ່ນ Iloveyou12. 19% ເປັນລະຫັດຜ່ານທີ່ມີແຕ່ໂຕເລກລ້ວນໆ ເຊັ່ນ 123456. 6% ເປັນລະຫັດທີ່ໃຊ້ໂຕນ້ອຍໂຕໃຫຍ່ ໂຕເລກ ແລະໂຕອັກສອນອື່ນໆຮວມກັນເຊັ່ນ 1LoveYou$%$@. 3% ແມ່ນລະຫັດແບບໂຕນ້ອຍໂຕໃຫຍ່ປົນກັນ. ລະຫັດຜ່ານທີ່ສັ້ນທີ່ສຸດແມ່ນ 1 ໂຕອັກສອນ (ໃສ່ໄດ້?) ແລະຍາວທີ່ສຸດແມ່ນ 30 ໂຕອັກສອນ. ສະເລ່ຍແລ້ວໃຊ້ລະຫັດຜ່ານຄວາມຍາວ 8 ໂຕອັກສອນ. ລະຫັດຜ່ານທີ່ຊ້ຳກັນຫຼາຍທີ່ສຸດແມ່ນ 123456 ຕາມດ້ວຍ 123456789. [...]

More »