Posts Tagged ‘ເກມ’

Command & Conquer Red Alert on iPhone!

ອີກຄັ້ງນຶ່ງກັບ Series ອຳມະຕະ Red Alert ໃນຕະກູນ Command & Conquer ເຊິ່ງຄັ້ງນີ້ສົງຄາມເກີດຂຶ້ນໃນ iPhone (ແລະ iPod Touch)!

Red Alert ພາກນີ້ເປັນເຫດການກ່ອນໜ້າ Command & Conquer ພາກທຳອິດ ເຊິ່ງເກີດຂຶ້ນໃນໄລຍະປີ 1950 ເມື່ອບໍ່ມີ Hilter ພາໃຫ້ສະຫະພາບໂຊຫວຽດເຮືອງອຳນາດຂຶ້ນມາ ແລະພະຍາຍາມຍຶດຄອງທົ່ວທັງຢູໂຣບ ແລະເອເຊຍ.
ຮູບແບບຂອງເກມນັ້ນຍັງຄົງເປັນ RTS ເຊັ່ນເດີມ ແລະແນ່ນອນວ່າຖືກປັບປຸງໃຫ້ເໝາະສຳລັບລະບົບຈໍສຳຜັດຂອງ iPhone ຫຼາຍຂຶ້ນ. ພາບໃນໂຕເກມນັ້ນເປັນແບບ 3D ສາມາດປັບປ່ຽນມຸມກ້ອງໄດ້. ການຫຼິ້ນກໍລື່ນໄຫຼ ແລະສຽງພາຍໃນເກມເປັນແບບດຽວກັບພາກ PC.
ສຳລັບກຳນົດການອອກແມ່ນວັນທີ 23 ຕຸລາ ຜ່ານທາງ App Store ຂອງ Apple.
ທີ່ມາ – LaoMac.net

More »

SimCity for iPhone & iPod Touch

iPhone ແລະ iPod Touch ເລີ່ມມີເກມມາລົງຫຼາຍຂຶ້ນ ຫຼ້າສຸດນີ້ SimCity ເກມສ້າງເມືອງຍອດນິຍົມທີ່ມີມາກວ່າ ໑໐ ປີ ກໍ່ໄດ້ມີເວີຊັນສຳລັບ iPhone ແລະ iPod Touch ເປັນທີ່ຮຽບຮ້ອຍແລ້ວດ້ວຍລາຄາພຽງ $9.99 ເທົ່ານັ້ນ ສາມາດຊື້ໄດ້ຜ່ານ iTunes Store.
ໂດຍຫຼັກແລ້ວ ພາຍໃນເກມຈະຄ້າຍ ໆ ພາກທີ່ຜ່ານມາ ການຄວບຄຸມຈະໃຊ້ປະໂຫຍດຈາກລະບົບຈໍສຳຜັດ ເຊິ່ງທາງແຫຼ່ງຂ່າວໃຫ້ຄຳເຫັນວ່າ ການຫຼິ້ນຂ້ອນຂ້າງຈະດີ ເຖິງແມ່ນຈະຕົວເກມຈະມີບັນຫາທາງເທັກນິກ ເຊັ່ນການໂຫຼດທີ່ຊ້າ ແລະມີ bugs ພາຍໃນເກມຢູ່ແດ່ກໍ່ຕາມ.

More »

Blender Game Engine Tech Demo

ພໍດີໄດ້ຍິນໝູ່ບອກວ່າ ກຳລັງຊິສ້າງເກມ ກໍ່ເລີຍວ່າຂຽນເລື່ອງເກມແດ່ຈັກໜ່ອຍ ສຳລັບຊື່ Blender ຫຼາຍຄົນທີ່ນິຍົມ Linux ອາດຈະຮູ້ກັນແລ້ວວ່າ ມັນຄືໂປຣແກຣມອອກແບບ 3D Model ທີ່ເປັນ OpenSource ແລະມີຊື່ສຽງຫຼາຍໃນ Linux. ໃນຫຼາຍເດືອນທີ່ຜ່ານມາທາງ Blender ແລະ Crystal Space projects ໄດ້ຮ່ວມມືກັນສ້າງເກມສາມມິຕິທີ່ເປັນ opensource ທີ່ມີແນວຄິດຈະໃຫ້ມີຄວາມທັດທຽມກັບ industry standard ຂອງວົງການເກມສາມມິຕິ.

ເກມທີ່ວ່ານີ້ມີຊື່ວ່າ “Frankie” ເຊິ່ງໃນເບື້ອງຕົ້ນທາງທາງຝ່າຍພັດທະນາຄາດຫວັງວ່າຈະສາມາດ ອອກເກມນີ້ໄດ້ໃນຊ່ວງທ້າຍເດືອນສິງຫາ ແຕ່ວ່າກໍ່ບໍ່ເປັນໄປຕາມນັ້ນ. ເຖິງຢ່າງໃດກໍ່ຕາມ ທາງ Blender ແລະ Crystal Space ກໍ່ອອກ technology demo ທີ່ພັດທະນາໂດຍໃຊ້ Blender Game Engine ໃຫ້ໄດ້ທົດລອງຫຼິ້ນກັນ. ພາຍໃນເດໂມ Yo Frankie Demo 1.1 ຈະມີດ່ານທີ່ສາມາດຫຼິ້ນໄດ້ເພື່ອສາທິດກ່ຽວກັບ Engine ຂອງເກມ.
ຕົວເກມເປັນລິກຂະສິດ [...]

More »

ຮວມຂ່າວໃນງານ E3 2008

ເວັບອື່ນ ໆ ລາຍງານຂ່າວໃນ E3 ໄປຫລາຍແລ້ວ ແຕ່ບລັອກນີ້ຫາກໍ່ມີໂອກາດໄດ້ຂຽນກ່ຽວກັບງານ E3 ປະຈຳປີ 2008 ທີ່ຈັດຂຶ້ນທີ່ Los Angeles Convention Center ໂດຍລາຍລະອຽດທີ່ມີໃນງານ E3 ຂອງປີນີ້ຈະຂໍຂຽນສະຫລຸບໂດຍສັງເຂບດັ່ງນີ້

SQUARE-ENIX ປະກາດ ລົງ Final Fantasy XIII ໃຫ້ກັບເຄື່ອງ Xbox360 + Trailer
Capcom ເປີດເຜີຍກຳນົດການວາງຈຳຫນ່າຍ Resident Evil 5 + trailer
, alternative trailer
Gear of War 2 ເປີດກຳນົດການວາງຈຳຫນ່າຍ + trailer, multi-player gameplay
Command & Conquer : Red Alert 3 – Stage Show Demo
ພາບ ແລະລາຍລະອຽດ Star Ocean [...]

More »

FireNes ຫຼິ້ນເກມ NES ໃນ Firefox

Firenes ເປັນ Extension ສຳຫລັບ Firefox ໃຊ້ໄວ້ຫຼິ້ນເກມຂອງເຄື່ອງ NES aka Family, Famicom, etc… ຈຸດເດັ່ນກໍ່ຄື ສາມາດຫຼິ້ນໄດ້ໂດຍບໍ່ຕ້ອງດາວໂຫລດ Emulator ຫຼື ROM ມາເລີຍ (ເພິ່ນວ່າແນວນັ້ນ)
ສົນໃຈໂຫລດໄດ້ທີ່ມາ
ທີ່ມາ – Mozilla.org via del.icio.us

More »

ພາບຈາກ Ninja Gaiden II

ເກມນິນຈາໄກເດັນ ເປັນພາກຕໍ່ໃນເກມສະກຸນ Ninja Gaiden ທີ່ມີປະຫວັດສາດຍາວນານມາຕັ້ງແຕ່ສະໄຫມເກມແຟມິລີ (ຫຼືອາດຈະເອີ້ນວ່າ ແຟມິຄອມ, Nintendo, NES, ຯລຯ) ເຄີຍລົງໃນ XBOX ມາແລ້ວ ແລະພາກຕໍ່ກໍ່ລົງ XBOX360 ມາກ່ອນຫນ້ານີ້ແລ້ວແລະກໍ່ມີພາກຕໍ່ມາລົງໃນ XBOX360 ອີກຄັ້ງ

More »

Tiberium

Tiberium ເປັນເກມແນວ FPS ສຳຫຼັບ PC, XBOX360 ແລະ PS3 ມີຄວາມພິເສດຄືມັນສ້າງມາຈາກ RTS Series ຍອດນິຍົມ Command & Conquer ນັ້ນເອງ

ກ່ອນຫນ້ານີ້ກໍ່ເຄີຍມີແລ້ວຄື Command & Conquer Renagade ເຊິ່ງອອກມາເມື່ອຫລາຍປີກ່ອນ ແລະກໍ່ໄດ້ຮັບຄວາມນິຍົມເປັນຢ່າງດີ ສ່ວນ Tiberium ນັ້ນຈະມີກຳຫນົດການວາງຕະຫລາດໃນຊ່ວງປີ 2008
ທີ່ມາ – Gconsole

More »