Posts Tagged ‘ລະຫັດຜ່ານ’

ວິເຄາະລະຫັດຜ່ານຄົນໃຊ້ Hotmail

ຫາກໃຜໄດ້ຕິດຕາມຂ່າວກ່ອນໜ້ານີ້ ມີລະຫັດຂອງ Hotmail ຖືກປ່ອຍໃນເວັບໄຊ Pastebin ແຫ່ງນຶ່ງ ເຊິ່ງພາຍຫຼັງກໍຖືກລຶບອອກໄປຢ່າງໄວ. ຢ່າງໃດກໍຕາມນັກວິເຄາະຄວາມປອດໄພ Bogdan Calin ຈາກ Acunetix ໄດ້ວິເຄາະຂໍ້ມູນທີ່ໄດ້ມາ ເຊິ່ງມີລະຫັດກວ່າ 10,028 ຊື່ບັນຊີ ແລະມີປະມານ 9,843 ຊື່ທີ່ບໍ່ຊ້ຳກັນ (ປະມານ 90% ຂອງລະຫັດທີ່ຮົ່ວອອກມາ). ຜົນການວິເຄາະກໍຄື: 42% ໃຊ້ລະຫັດເປັນໂຕອັກສອນໂຕນ້ອຍ ເຊັ່ນ iloveyou. 30% ເປັນລະຫັດທີ່ມີໂຕນ້ອຍໂຕໃຫຍ່ແລະໂຕເລກເຊັ່ນ Iloveyou12. 19% ເປັນລະຫັດຜ່ານທີ່ມີແຕ່ໂຕເລກລ້ວນໆ ເຊັ່ນ 123456. 6% ເປັນລະຫັດທີ່ໃຊ້ໂຕນ້ອຍໂຕໃຫຍ່ ໂຕເລກ ແລະໂຕອັກສອນອື່ນໆຮວມກັນເຊັ່ນ 1LoveYou$%$@. 3% ແມ່ນລະຫັດແບບໂຕນ້ອຍໂຕໃຫຍ່ປົນກັນ. ລະຫັດຜ່ານທີ່ສັ້ນທີ່ສຸດແມ່ນ 1 ໂຕອັກສອນ (ໃສ່ໄດ້?) ແລະຍາວທີ່ສຸດແມ່ນ 30 ໂຕອັກສອນ. ສະເລ່ຍແລ້ວໃຊ້ລະຫັດຜ່ານຄວາມຍາວ 8 ໂຕອັກສອນ. ລະຫັດຜ່ານທີ່ຊ້ຳກັນຫຼາຍທີ່ສຸດແມ່ນ 123456 ຕາມດ້ວຍ 123456789. [...]

More »

ສ້າງລະຫັດຜ່ານທີ່ປອດໄພ ແລະຈື່ງ່າຍໂດຍໃຊ້ xyzzy

ຊ່ວງນີ້ມີເວລາອ່ານ Feed ຫລາຍ ກໍ່ເລີຍໄດ້ພົບໂປຣແກຣມໃຫມ່ ໆ ຢູ່ຕະຫລອດ ແລະຫາເວລາຂຽນກ່ຽວກັບໂປຣແກຣມເຫລົ່ານັ້ນ ເຜື່ອຈະເປັນປະໂຫຍດຕໍ່ຜູ້ອ່ານ au8ust.org ທຸກຄົນ ມື້ນີ້ມີໂປຣແກຣມ ສຳຫລັບການສ້າງລະຫັດຜ່ານ ມາແນະນຳ ໂດຍທົ່ວໄປແລ້ວ ການຕັ້ງລະຫັດຜ່ານນັ້ນ ບໍ່ຄວນໃຊ້ລະຫັດ ທີ່ມັນສາມາດຮູ້ໄດ້ໂດຍການ ຄາດຄະເນ ເຊັ່ນລະຫັດທີ່ເປັນ ຊື່ຕົວເອງ, ຊື່ແຟນ, ເບີໂທລະສັບ, ວັນເດືອນປີເກີດ ຫຼືເລກທະບຽນລົດ ເປັນຕົ້ນ ເພາະຈະສ່ຽງຕໍ່ການ ຖືກບຸກຄົນຜູ້ມີຄວາມຮູ້ ແຕ່ບໍ່ປະສົງດີນັ້ນ ກະທຳການ ອັນເປັນການ ລະເມີດໄດ້ ໃນກໍລະນີທີ່ສາມາດຮູ້ລະຫັດຜ່ານຂອງເຮົາ ເມື່ອຮູ້ວ່າການຕັ້ງລະຫັດຜ່ານ ເປັນເລື່ອງທີ່ສຳຄັນແລ້ວ ຈະເຮັດແນວໃດ ທີ່ຈະເລືອກລະຫັດຜ່ານ ທີ່ດີໄດ້? ຄຳຖາມນີ້ເປັນທີ່ມີຂອງໂປຣແກຣມນີ້ xyzzy (ຊື່ໂປຣແກຣມ) ເປັນໂປຣແກຣມທີ່ ໄວ້ສ້າງລະຫັດໃຫ້ເຮົາເລືອກໃຊ້ໄດ້ ໃນກໍລະນີທີ່ຄິດບໍ່ອອກວ່າ ຈະຕັ້ງລະຫັດແນວໃດດີ ເຊິ່ງຕົວໂປຣແກຣມເອງກໍ່ສາມາດ ກຳຫນົດໄດ້ວ່າ ຈະໃຫ້ລະຫັດມີຄວາມຍາວເທົ່າໃດ ເລືອກໄດ້ຕັ້ງແຕ່ ໖ ເຖິງ ໒໘ ຕົວ ຫຼືຈະກຳຫນົດ Random ເອົາກໍ່ໄດ້ [...]

More »