Posts Tagged ‘ກວດສອບ’

ກວດສອບການຕິດໜອນໄວຣັດ Conficker

Conficker ເປັນໜອນໄວຣັດທີ່ຖືກກວດພົບໃນຊ່ວງປາຍປີ 2008 ເຊິ່ງເປົ້າໝາຍການໂຈມຕີຂອງ Conficker ແມ່ນລະບົບຄອມພິວເຕີທີ່ໃຊ້ Windows 2000, XP, Vista, Server 2003 ແລະ Server 2008 ຮວມເຖິງ Windows 7 beta ກໍຖືກຄຸກຄາມເຊັ່ນກັນ. ໜອນໄວຣັດ Conficker ອາໄສຄວາມຜິດພາດທີ່ມີໃນ network stack ຂອງລະບົບປະຕິບັດການ ດັ່ງທີ່ກ່າວມາຂ້າງຕົ້ນ ໃນການແຜ່ຕົວເອງເຂົ້າໄປໃນລະບົບ ເຊິ່ງພາຍຫຼັງການກວດພົບ Conficker ໄດ້ນຶ່ງເດືອນ ກໍມີການຄົ້ນພົບຄວາມຜິດພາດໃນ network stack ຂ້າງຕົ້ນ ແລະນຳໄປສູ່ການແກ້ໄຂໃນພາຍຫຼັງ. ແຕ່ຢ່າງໃດກໍຕາມ, ຈົນຮອດຕອນນີ້ມີລາຍງານວ່າ ຄອມພິວເຕີທີ່ຕິດເຊື້ອໜອນໄວຣັດດັ່ງກ່າວ ມີຈຳນວນສູງເຖິງ 15 ລ້ານເຄື່ອງທົ່ວໂລກ. ທ່ານສາມາດກວດສອບສະຖານະລະບົບຄອມພິວເຕີຂອງທ່ານໄດ້ໂດຍການເຂົ້າໄປທີ່ http://www.confickerworkinggroup.org/infection_test/cfeyechart.html ແລ້ວສັງເກດຮູບໃນໜ້າເວັບດັ່ງກ່າວ ຈະພົບວ່າມີຮູບພາບຈຳນວນ 6 ຮູບສະແດງຢູ່ ຫາກທ່ານບໍ່ເຫັນຮູບພາບດັ່ງກ່າວ ຫຼືເຫັນບໍ່ຄົບ ຈະຕີຄວາມໄດ້ດັ່ງລຸ່ມນີ້: ຮູບທີ່ປາກົດ ຄວາມໝາຍ ສະພາວະປົກກະຕິບໍ່ຕິດໜອນໄວຣັດ Conficker [...]

More »

Polyglot 3000 ບອກພາສາທີ່ຢາກຮູ້

Polyglot 3000 ເປັນໂປຣແກຣມສຳລັບກວດສອບວ່າ ຂໍ້ຄວາມໃດນຶ່ງນັ້ນເປັນພາສາຫຍັງ ເຊິ່ງສາມາດ ກວດສອບໄດ້ຫຼາຍເຖິງ 474 ພາສາໃນໂລກນີ້ ຮວມເຖິງ ພາສາລາວອີກນຳ. ໂປຣແກຣມ Polyglot 3000 ສາມາດດາວໂຫຼດມາໃຊ້ໄດ້ຟຣີ ຮອງຮັບລະບົບ Unicode ເຕັມຮູບແບບ (ບໍ່ໍດັ່ງນັ້ນຄົງຈະຮອງຮັບພາສາ ບໍໄດ້ຫຼາຍປານນີ້ ) ດາວໂຫຼດໄດ້ຈາກ Polyglot3000.com ທີ່ມາ – Ghacks.net

More »