ແປງໄຟລ໌ໃຫ້ເປັນ ISO

AnyToISOມື້ນີ້ມາແນະນຳໂປຣແກຣມ AnyToISO ເປັນໂປຣແກຣມສຳລັບປ່ຽນໄຟລ໌ MDF, BIN, DMG, IMG, CDI, NRG, DAA, UIF ແລະ B5I ເປັນ ISO ໄດ້. AnyToISO ມີທັງເວີຊັນແຈກຟຣີ ແລະແບບເສຍເງິນ ສາມາດໃຊ້ໄດ້ທັງ Windows ແລະ Mac OS.

ໃນເວີຊັນ Professional ເຊິ່ງຕ້ອງເສຍເງິນຊື້ນັ້ນ ຈະສາມາດ convert ເປັນ DVD ໄດ້ນຳ

ສາມາດດາວໂຫຼດໄດ້ຈາກ Link ດ້ານລຸ່ມ:

Internet Explorer 8 Final

ເຄີຍຂຽນໄປກ່ອນໜ້ານີ້ແລ້ວກ່ຽວກັບ IE8 (ຂ່າວເກົ່າໃນ RC1 ແລະ Beta 2) ເຊິ່ງຕອນນີ້ Microsoft ປະກາດອອກແລ້ວ Final version ສຳລັບໂປຣແກຣມທ່ອງເວັບທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດໃນປັດຈຸບັນ “Internet Explorer 8”

ໃນເວີຊັນ “Final” ກໍ່ຄ້າຍ ໆ ກັບທີ່ອອກມາກ່ອນໜ້ານີ້ ໂດຍຈະເປັນການແກ້ໄຂ bugs ຕ່າງ ໆ ທີ່ມີ ສ່ວນ feature ໃໝ່ນັ້ນ ກໍ່ຄືກັບທີ່ລາຍງານໄປກ່ອນໜ້າ ມີ private browsing mode, automatic crash recovery ແບບດຽວກັບໃນ Firefox, ການປ້ອງກັນ XSS, ແລະ SmartScreen filters. ນອກຈາກນັ້ນກໍ່ມີສ່ວນເສີມທີ່ເພີ່ມເຂົ້າມາໃໝ່ເຊັ່ນ Accelerators ທີ່ຊ່ວຍໃຫ້ສາມາດເຂົ້າເຖິງບໍລິການຕ່າງ ໆ ໄດ້ໄວຂຶ້ນ.

Internet Explorer 8 Final ມາພ້ອມກັບ 25 ພາສາໃຫ້ເລືອກດາວໂຫຼດ (ແນ່ນອນບໍ່ມີພາສາລາວເທື່ອ) ສາມາດດາວໂຫຼດໄດ້ຈາກເວັບໄຊຂອງ IE8 ຫຼືຄລິກໂຫຼດຈາກລິ້ງດ້ານລຸ່ມ

ດາວໂຫຼດ:

Firefox 3.0.7

ອອກເວີຊັນໃໝ່ແກ້ໄຂ bugs ແລະລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ຮວມເຖິງແກ້ບັນຫາສຽງໃນເວີຊັນສຳລັບ Mac OS X ທີ່ລົງ Flashblock ອີກນຳ. ຂໍ້ມູນເພີ່ມເຕີມແບບລະອຽດ ສາມາດເບິ່ງໄດ້ຈາກ Bugzilla

ແລ້ວກໍ່ອີກຢ່າງນຶ່ງ ເວີຊັນນີ້ມີ Localization build ເພີ່ມໃໝ່ ໓ ພາສາຄື Estonian, Kannada, ແລະ Telugu ສ່ວນພາສາລາວ .. ຍັງບໍ່ມີໃຜແປ -_-)..

ຫາກມີ Firefox ຢູ່ແລ້ວ ສາມາດອັບເດດໂດຍການໄປທີ່ເມນູ Help > Update ຫຼືໂຫຼດມາໃໝ່ຈາກເວັບໄຊຂອງ Firefox

Polyglot 3000 ບອກພາສາທີ່ຢາກຮູ້

Polyglot 3000Polyglot 3000 ເປັນໂປຣແກຣມສຳລັບກວດສອບວ່າ ຂໍ້ຄວາມໃດນຶ່ງນັ້ນເປັນພາສາຫຍັງ ເຊິ່ງສາມາດ ກວດສອບໄດ້ຫຼາຍເຖິງ 474 ພາສາໃນໂລກນີ້ ຮວມເຖິງ ພາສາລາວອີກນຳ.

ໂປຣແກຣມ Polyglot 3000 ສາມາດດາວໂຫຼດມາໃຊ້ໄດ້ຟຣີ ຮອງຮັບລະບົບ Unicode ເຕັມຮູບແບບ (ບໍ່ໍດັ່ງນັ້ນຄົງຈະຮອງຮັບພາສາ ບໍໄດ້ຫຼາຍປານນີ້ :P )

ດາວໂຫຼດໄດ້ຈາກ Polyglot3000.com

ທີ່ມາ – Ghacks.net

Microsoft ປີ 2019

ເຫັນລົງໃນ blognone

<a title='Original Link: http://video.msn.com/?mkt=en-GB&#038;playlist=videoByUuids:uuids:a517b260-bb6b-48b9-87ac-8e2743a28ec5&#038;showPlaylist=true&#038;from=msnvideo' href="http://au8ust.org/?VNU5E08C" target="_new" title="Future Vision Montage">Video: Future Vision Montage</a>

SMF 2.0 ຈະພາມາພ້ອມ “Curve”

ຫຼາຍຄົນແຖວນີ້ອາດຈະຄຸ້ນຊື່ SMF ຫຼື Simple Machine Forums ກັນມາແລ້ວ ມັນຄືລະບົບເວັບບອດ ຫຼືກະດານສົນທະນາທີ່ໄດ້ຄວາມນິຍົມເປັນອັນດັບຕົ້ນ ໆ ຂອງໂລກ ເຊິ່ງຫຼ້າສຸດໄດ້ມີປະກາດກ່ຽວກັບ Theme ຫຼືຮູບແບບໜ້າຕາໃໝ່ ເຊິ່ງຈະມາພ້ອມກັບເວີຊັນ 2.0 RC2 (ຕອນນີ້ອອກມາຫຼ້າສຸດແມ່ນ 2.0 RC1) ໃນໄວ ໆ ນີ້ ໃຫ້ຊື່ວ່າ “Curve”.

ໂດຍຫຼັກແລ້ວ Curve ຈະຖືກປັບແຕ່ງອອກແບບມາເບິ່ງສະບາຍຕາກວ່າເກົ່າ, ປ່ຽນໄປໃຊ້ລະບົບເມນູແບບແຖບ drop-down ແທນ, ປັບປຸງການອອກແບບໂດຍ XHTML ແລະເພີ່ມການນຳໃຊ້ CSS ໃຫ້ຫຼາຍແລະເໝາະສົມຂຶ້ນ. ຢ່າງໃດກໍ່ຕາມ SMF 2.0 RC2 ກໍ່ຍັງບໍ່ມີກຳນົດການເທື່ອວ່າຈະອອກມາມື້ໃດ. ຂໍ້ມູນເພີ່ມເຕີມແລະຮູບປະກອບສາມາດເບິ່ງໄດ້ຈາກແຫຼ່ງຂ່າວ.

ທີ່ມາ – SMF Community

ສຳລັບໃຜທີ່ສົນໃຈຮ່ວມແປ SMF ໃຫ້ເປັນພາສາລາວ ຂໍເຊີນເຂົ້າຮ່ວມໄດ້ທີ່ LaoSMF.com ເດີ້ ຕອນນີ້ແປໄດ້ເກືອບ 50% ແລ້ວ :)

ຕິດຕັ້ງ WLM ແບບເບົາ ໆ

ຂຽນໄວ້ກັນລືມ .. ໄດ້ຂໍ້ມູນຈາກ @Defago ວິທີຕິດຕັ້ງ Windows Live Messenger (a.k.a. WLM) ແບບເບົາ ໆ ເພາະໂດຍປົກກະຕິແລ້ວ ເວີຊັນຫຼັງ ໆ ຂອງ WLM ຈະມີຂະໜາດໄຟລ໌ໃຫຍ່ເຖິງ 130MB+ ເຮັດໃຫ້ຄົນເນັດຊ້າເກືອບຈະໂຫຼດກັນບໍ່ໄດ້ເລີຍ ເພາະມັນຍັດສາລະພັດຢ່າງມາໃຫ້ໃນ package ການຕິດຕັ້ງແທນທີ່ຈະມີພຽງ WLM ຢ່າງດຽວຄືແຕ່ກ່ອນ.

ວິທີການຕິດຕັ້ງແບບເບົາ ໆ ແມ່ນດາວໂຫຼດໄຟລ໌ຂອງ WLM ເວີຊັນທີ່ຕ້ອງການມາຈາກ Pank.org IM ເຊິ່ງໃນຕອນນີ້ເວີຊັນຫຼ້າສຸດແມ່ນ 14.0.8064.206 ກໍ່ເລືອກໂຫຼດ Windows Live Messenger 14.0.8064.206 (English) ມາ ມີຂະໜາດໄຟລ໌ພຽງ 24.9MB ເທົ່ານັ້ນ.

ຫຼັງຈາກໂຫຼດມາຮຽບຮ້ອຍແລ້ວ ຫາກວ່າໃນຄອມພິວເຕີຂອງທ່ານຜູ້ອ່ານມີ WLM ເວີຊັນເກົ່າຢູ່ກ່ອນແລ້ວບໍ່ວ່າຈະເປັນເວີຊັນໃດ ໆ ກໍ່ຕາມ ໃຫ້ Uninstall ແປວ່າຖອນການຕິດຕັ້ງອອກກ່ອນ ກໍ່ເຮັດໄດ້ຫຼາຍວິທີເຊັ່ນ ໄປທີ່ Control panel ເຂົ້າໄປ Add/remove programs ແລ້ວເລືອກ Uninstall Windows Live Messenger ຫຼືອີກວິທີທີ່ຜູ້ຂຽນໃຊ້ຕາມຄຳແນະນຳຂອງສະຫາຍ Defago ແມ່ນໃຊ້ໂປຣແກຣມ ZapMessenger ສາມາດດາວໂຫຼດໄດ້ຈາກເວັບ MessengerGeek ແຕ່ໂປຣແກຣມດັ່ງກ່າວຕ້ອງມີ .NET Framework 2.0 ກ່ອນຈຶ່ງຈະໃຊ້ໄດ້ ດັ່ງນັ້ນຖ້າໃຜບໍ່ມີ ຫຼືບໍ່ແນ່ໃຈວ່າມີບໍ່ ຂໍແນະນຳໃຫ້ Uninstall ແບບທຳອິດແທນ.

ເມື່ອ Uninstall ຮຽບຮ້ອຍແລ້ວກໍ່ເປີດໄຟລ໌ທີ່ໂຫຼດມາຕອນທຳອິດທີ່ວ່າ 24.9MB ກໍ່ຈະເຂົ້າສູ່ຂັ້ນຕອນການຕິດຕັ້ງ ໃຫ້ຈັດການຕິດຕັ້ງໄປຕາມເລື່ອງ ຄລິກ Next ຢ່າງແນ່ວແນ່ແລະໝັ້ນຄົງ ບໍ່ດົນຈະປະກົດວ່າເຫຼືອແຕ່ Finish ໃຫ້ຄລິກ ຈັດການໄປຕາມນັ້ນເປັນຈົບພາລະກິດ.

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ

ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້

ທີ່ມາ – The Business Insider

YouTube ເປີດໃຫ້ເບິ່ງແບບ Offline

ຫຼັງຈາກທີ່ມີການປ່ຽນແປງຕ່າງ ໆ ໄປກ່ອນໜ້ານີ້ເຊັ່ນ ວິດີໂອຄວາມລະອຽດສູງຂຶ້ນ (ລະດັບ HD) ແລະປ່ຽນເປັນ Widescreen ນັ້ນ ຫຼ້າສຸດແມ່ນການທີ່ລິ້ງສຳລັບດາວໂຫຼດວິດີໂອປະກົດຂຶ້ນມາໃຫ້ເຫັນ (ຂ່າວເກົ່າ) ຕອນນີ້ທາງ YouTube ກໍ່ມີປະກາດອອກມາຢ່າງເປັນທາງການແລ້ວ ວ່າຈະຮອງຮັບການຮັບຊົມແບບ Offline ຄືບໍ່ຕ້ອງຕໍ່ເນັດກໍ່ເບິ່ງກັນໄດ້

ໃນ blog ຂອງ YouTube ຂຽນລະບຸໄວ້ວ່າ ກຳລັງທົດສອບລະບົບໃໝ່ເຊິ່ງຈະອະນຸຍາດໃຫ້ຜູ້ອັບໂຫຼດເລືອກໄດ້ວ່າ ຈະຍອມຮັບສະແດງລິ້ງສຳລັບດາວໂຫຼດວິດີໂອນັ້ນ ໆ ຫຼືບໍ່ ແລະຍິ່ງໄປກວ່ານັ້ນຄື ສາມາດເລືອກໃຫ້ໂຫຼດໄດ້ຟຣີ ຫຼືເສຍເງິນໄດ້ນຳ (ຈ່າຍເງິນຜ່ານທາງ Google Checkout). ສຳລັບວິດີໂອທີ່ໃຫ້ໂຫຼດຟຣີໄດ້ຕອນນີ້ສ່ວນຫຼາຍຈະເປັນ lecture ຈາກມະຫາວິທະຍາໄລຕ່າງ ໆ ເຊັ່ນ Stanford, Duke, UC Berkeley ແລະ UCLA ເປັນຕົ້ນ

ທີ່ມາ – YouTube blog

Foxmarks 2.7.2 ເພີ່ມ TurboTags

Foxmarks ອອກເວີຊັນໃໝ່ 2.7.2 ຄວາມເດັ່ນຂອງເວີຊັນນີ້ແມ່ນລະບົບ TurboTags ເຊິ່ງຈະແນະນຳໃຫ້ຜູ້ໃຊ້ໄດ້ວ່າ ໜ້ານັ້ນ ໆ ທີ່ຈະ bookmark ເກັບໄວ້ ມີ tag ຫຍັງທີ່ກ່ຽວຂ້ອງແດ່ ໂດຍຈະດຶງຂໍ້ມູນມາຈາກຖານຂໍ້ມູນຂອງ Foxmarks ເອງ ເຊັ່ນຖ້າຈະ bookmark ເວັບ simplemachines.org ມັນກໍ່ຈະແນະນຳ tag ທີ່ກ່ຽວຂ້ອງໃຫ້ເອງໂດຍອັດຕະໂນມັດ (ຮູບປະກອບດ້ານລຸ່ມ)

ຢ່າງໃດກໍ່ຕາມ Foxmarks ກໍ່ຍັງບໍ່ສາມາດແນະນຳ tag ເວັບອື່ນ ໆ ທີ່ບໍ່ຄ່ອຍມີຂໍ້ມູນໄດ້ (ເຊັ່ນ au8ust.org ເປັນຕົ້ນ) ແຕ່ກໍ່ເປັນຄວາມກ້າວໜ້າທີ່ດີ :)

ສຳລັບທ່ານທີ່ຍັງບໍ່ຮູ້ Foxmarks ເປັນ Addon ສຳລັບ Firefox ໃຊ້ສຳລັບບັນທຶກ bookmark ຕ່າງ ໆ ທີ່ມີຢູ່ ແລ້ວອັບໂຫລດໄປໄວ້ໃນ server ຂອງ Foxmarks ໂດຍອັດຕະໂນມັດ ຊ່ວຍໃຫ້ເວລາໄປຫຼິ້ນຄອມພິວເຕີບ່ອນອື່ນແລ້ວສາມາດ Sync ຂໍ້ມູນ bookmark ໄດ້ງ່າຍຂຶ້ນ ແລະສາມາດສ້າງ server ໄວ້ເກັບເອງກໍ່ໄດ້ຫາກຕ້ອງການ.