USB Heating Slippers II, USB G-Gloves

ຊ່ວງນີ້ອາກາດຫນາວຂຶ້ນ ຫນາວຂຶ້ນ ເລີຍມາແນະນຳເຄື່ອງແກ້ຫນາວ ແຕ່ວ່າ ດ້ວຍ Concept ຂອງ au8ust.org ທີ່ເວົ້າແຕ່ເລື່ອງ tech ລ້ວນໆ ດັ່ງນັ້ນ ເຖິງຈະແນະນຳເລື່ອງສຸຂະພາບ ກໍ່ແນະນຳແບບ hi-tech (ຈົນໂອເວີ່ ໕໕໕+)

 USB Heating Slippers II  USB G-Gloves

ຮູບທາງຊ້າຍ ເບີ່ງຜ່ານໆ ແລ້ວກໍ່ຄືເກີບໃສ່ໃນບ້ານທຳມະດາ ແຕ່ຄວາມຈິງແລ້ວ ມັນຄືເກີບທຳຄວາມຮ້ອນ ໃຊ້ແຫລ່ງໄຟຈາກ USB ແປວ່າ ຕ້ອງສຽບສາຍ USB ເຂົ້າກັບຄອມພິວເຕີເພື່ອໃຫ້ມັນເຮັດວຽກ O_o

ສ່ວນຮູບທາງຂາວ ເປັນຖົງມື ໃຊ້ທຳຄວາມຮ້ອນຄືກັນ ສຽບສາຍ USB ຄືກັນອີກ ໕໕໕+ ຈັ່ງແມ່ນມັນເຮັດອອກມາເປັນຕາໂອເວີ່ເກີນເຫດ

ຢາກຂຽນໃຫ້ດີໆ ກວ່ານີ້ຢູ່ ແຕ່ວ່າ ແຕ່ວ່າ ເນັດມັນກຳລັງຈະຫລຸດແລ້ວ Y_Y ດຽວຄ່ອຍວ່າກັນໃຫມ່

ສຳຫລັບໃຜທີ່ສົນໃຈກໍ່ແວະໄປເບີ່ງທີ່ Usb.brando.com.hk ກັບ Gadget.brando.com.hk ລອງເບີ່ງ ເຜື່ອວ່າຢາກໄດ້ມາໃຊ້ໃນຊ່ວງຍາມຫນາວແບບນີ້ ^^”

ແຜ່ນດິນໄຫວ ເນັດເຈັ້ງ

ສອງມື້ກ່ອນນັ່ງເບີ່ງ BBC News ເຫັນຂ່າວແຜ່ນດິນໄຫວໃນໄຕ້ຫວັນ ຟັງໆ ເຂົ້າໃຈວ່າເຮັດໃຫ້ອິນເຕີເນັດມີປັນຫາໄປນຳ ເພາະວ່າແຜ່ນດິນໄຫວມັນໄປເຮັດໃຫ້ສາຍ Cable ໃຕ້ນ້ຳທີ່ເຊື່ອມຕໍ່ກັນລະຫວ່າງທະວີບເອເຊຍເສຍຫາຍຫນັກ ເບີ່ງແລ້ວກໍ່ຍັງບໍ່ໄດ້ຮູ້ຫຍັງ ຈົນມື້ວານມາເປີດເນັດແລ້ວພົບວ່າ… ຈ້າກກກກ!!!? ເນັດຊ໊າ… ຊ້າ… Y_Y ບໍ່ຄິດວ່າມັນຊິສົ່ງຜົນປານນັ້ນ

ເພິ່ນວ່າແຮງສັ່ນສະເທືອນວັດໄດ້ ໗.໑ ຣິກເຕີ ແລ້ວກໍ່ອາດຕ້ອງໃຊ້ເວລາຫລາຍອາທິດ ຫລືອາດຈະເປັນເດືອນ ວ່າຊັ້ນ ອືມ…

Mobile Phone Telescope – For Sony Ericsson

ບໍ່ເຄີຍຄິດມາກ່ອນວ່າມັນຈະມີແມ່ນຫຍັງແບບນີ້ ມັນຄືເລັນຊູມ (ຄວາມຈິງພາສາອັງກິດເຂົາໃຊ້ຄຳວ່າ Telescope ແຕ່ຢ່າເຂົາ) ສຳຫລັບມືຖື Sony Ericsson K750i, W800i, W810i ແລະ W5500i/W600i ສາມາດຊູມໄດ້ເຖິງ ໖ ເທົ່າ!! ໂອ… ແມ່ນຫຍັງມັນຊິປານນັ້ນ ລອງເບີ່ງພາບເມື່ອບໍ່ໃຊ້ ກັບເມື່ອໃຊ້ເລັນທີ່ວ່ານີ້

 

ຮູບທາງຊ້າຍບໍ່ໃຊ້ເລັນຊູມ ສ່ວນຮູບທາງຂວາໃຊ້ເລັນຊູມ ເບີ່ງແລ້ວຈັ່ງແມ່ນຊັດເຈນດີແທ້ນໍ້

Mobile Phone Telescope ທີ່ວ່ານີ້ ຈະມາພ້ອມກັບອຸປະກອນເສີມສຳຫລັບຍຶດກັບຫນ່ວຍມືຖື

ແລະເມື່ອປະກອບກັນອອກມາແລ້ວກໍ່ກາຍເປັນ…

 

- -”

ເອົາເປັນວ່າຖ້າໃຜມັກໃຊ້ມືຖືຖ່າຍຮູບເປັນຊີວິດຈິດໃຈ ກໍ່ລອງແວະໄປເບີ່ງ mobile.brando.com.hk ໄດ້ຍິນວ່າຂາຍບໍ່ແພງ (ປະມານເກືອບສອງແສນກີບ)

Paint.NET v3.0 Beta 3

Paint.NET ເປັນໂປຣແກຣມຕົກແຕ່ງ ແກ້ໄຂຮູບພາບຕ່າງໆ ມີຄວາມສາມາດແບບເຫລືອຢູ່ເຫລືອກິນ ສະຫນັບສະຫນຸນການທຳງານແບບ Multi-Layers, ໃຊ້ Undo ໄດ້ບໍ່ຈຳກັດ, ໃສ່ Special Effects ຕ່າງໆ ໄດ້ ຖືວ່າເປັນນ້ອງໆ ຂອງ Adobe Photoshop ເລີຍ ແລະທີ່ສຳຄັນ ມັນ-ແຈກ-ຟຣີ ບໍ່ຕ້ອງຫ່ວງເລື່ອງຄ່າລິກຂະສິດອີກ :D

ເວັບໄຊທ໌: getpaint.net
ດາວໂຫລດ: Paint.NET v3.0 Beta 3

Source: Neowin

Free Opera for Wii


ຂຽນຫົວຂໍ້ຂ່າວບໍ່ຄົບຖ້ວນປານໃດ ແຕ່ຢ່າມັນກ່ອນ ໕໕໕+ ມາເຂົ້າເລື່ອງກ່ອນດີກວ່າ ເລື່ອງຂອງເລື່ອງກໍ່ຄື Opera ເວັບບຣາວເຊີ ທີ່ຫລາຍໆ ຄົນຮູ້ຈັກກັນດີໃນເລື່ອງຂອງຄວາມໄວນັ້ນ ທາງຜູ້ພັດທະນາເພິ່ນໃຈດີ ແຈກໃຫ້ຜູ້ທີ່ເປັນເຈົ້າຂອງເຄື່ອງເກມ Nintendo Wii ໄດ້ໃຊ້ຟຣີໆ ແຕ່ດຽວກ່ອນ…! ຂອງດີມີນ້ອຍ ເພິ່ນແຈກໃຫ້ຟຣີແທ້ ແຕ່ຟຣີຮອດແຕ່ເດືອນກໍລະກົດປີຫນ້ານີ້ເທົ່ານັ້ນ ຫລັງຈາກນັ້ນແລ້ວກໍ່ຈະເກັບຄ່າເງິນຕາມປົກກະຕິ ໂດຍຈ່າຍເປັນຄະແນນ ໕໐໐ ຄະແນນ ແລະຊື້ເອົາໃນ Wii Shop

ສຳຫລັບ Opera ໃນເວີຊັ່ນສຳຫລັບເຄື່ອງເກມ Wii ນັ້ນ ກໍ່ມີຄວາມສາມາດມາກມາຍຫລາກຫລາຍໃຫ້ໃຊ້ງານ ແລະທີ່ສຳຄັນ ມັນຍັງໄດ້ຮັບການພັດທະນາພິເສດ ໃຫ້ເຫມາະສົມກັບການໃຊ້ງານສຳຫລັບເຄື່ອງເກມ Wii ອີກ ແຕ່ມັນຊິເປັນແນວໃດແທ້ ກໍ່ຍັງບໍ່ຮູ້ເທື່ອ ເພາະວ່າບ້ານເຮົາ ເຄື່ອງເກມ Wii ເກືອບຊິບໍ່ມີຄົນຮູ້ຈັກເລີຍ ເສົ້າ Y_Y


Update
: ວິດີໂອການໃຊ້ງານ Opera ໃນ Wii

Source: 1UP

Mozilla Firefox 2.0.0.1 Final

ເວີຊັ່ນໃຫມ່ (ອີກຫນ້ອຍຫນຶ່ງ) ຂອງ Firefox ໂປຣແກຣມທ່ອງເວັບສຸດຍິດ ໄດ້ຍິນວ່າ 2.0.0.1 ເຂົາແກ້ບັກໄປ ໑໘໓ ຈຸດ ອ່ານໄດ້ໃນ MozillaZine.org
ສ່ວນໃຜທີ່ນິຍົມ 1.5.x.x ຕອນນີ້ກໍ່ມີ 1.5.0.9 ອອກມາແລ້ວ ເລືອກໃຊ້ໄດ້ຕາມມັກເລີຍ :)

ດາວໂຫລດ: Mozilla Firefox 2.0.0.1 Final (ຂະຫນາດໄຟລ໌ 4.08 MB)
ດາວໂຫລດ: Mozilla Firefox 1.5.0.9 Final (ຂະຫນາດໄຟລ໌ 4.88 MB)

Google Pack 2.0.710.26346.beta

Google Pack ເປັນຊຸດລວມໂປຣແກຣມຍອດນິຍົມຕ່າງໆ ຄື​ (ຍາວແດ່ຈັກຫນ່ອຍ)
Google Earth ໂປຣແກຣມເບີ່ງແຜນທີ່ດາວທຽມທົ່ວໂລກ ແຕ່ປະເທດລາວຍັງມົວໆ ຢູ່ ໄວ້ມື້ຫນ້າຄືຊິດີຂຶ້ນ
Google Desktop ໂປຣແກຣມປະເພດ Desktop Search ກໍ່ຄື ຄົ້ນຫາຂໍ້ມູນໃນເຄື່ອງ ບໍ່ວ່າຈະເປັນພາບ ສຽງ ວິດີໂອ ເອກກະສານ Doc, PDF, XLS ແລະອື່ນໆ ໂດຍໂປຣແກຣມຈະສ້າງ Index ຂອງໄຟລ໌ທີ່ມີໃນເຄື່ອງກ່ອນ ຈາກນັ້ນເມື່ອຜູ້ໃຊ້ທຳການຄົ້ນຫາ ມັນກໍ່ຈະເປີດ Web Browser ຂຶ້ນມາສະແດງຜົນການຄົ້ນຫາ ຄືແບບໃນ Google.com ເລີຍ ພຽງແຕ່ເປັນການຄົ້ນຫາຈາກເຄື່ອງໂຕເອງ ເຄີຍໃຊ້ແລ້ວ ມີປະໂຫຍດຫລາຍ ໂດຍສະເພາະຫາກມີໄຟລ໌ໃນເຄື່ອງຫລາຍໆ ແບບນີ້ເຫມາະຫລາຍ
Picasa ເປັນໂປຣແກຣມເບີ່ງຮູບພາບ ເຄີຍນຳສະເຫນີໄປແລ້ວຄັ້ງຫນຶ່ງ ລອງກັບໄປອ່ານຖ້າສົນໃຈ
Google Toolbar for Internet Explorer ກໍ່ເປັນ Toolbar ສຳຫລັບ Internet Explorer ຊ່ວຍໃຫ້ສາມາດໃຊ້ບໍລິການຕ່າງໆ ຂອງ Google ໄດ້ງ່າຍຂຶ້ນ
Google Pack Screensaver ເປັນພວກ Screensaver ຫລືໂປຣແກຣມພາບພັກຫນ້າຈໍຕາມຊື່ ບໍ່ຮູ້ມີຫຍັງພິເສດແຕກຕ່າງຈາກ Screensaver ອື່ນ ຍັງບໍ່ເຄີຍໃຊ້
Google Talk ອັນນີ້ຂາ chat ຄືຊິຮູ້ດີ ມັນເປັນໂປຣແກຣມປະເພດ Instant Message ໃຊ້ຮັບສົ່ງຂໍ້ຄວາມ ສົນທະນາກັນ ແຕ່ກ່ອນຕ້ອງໃຊ້ເມລຂອງ Gmail ແຕ່ດຽວນີ້ເມລໃດກໍ່ຫລິ້ນໄດ້ຫມົດ
Google Video Player ອັນນີ້ເຄີຍໄດ້ຍິນ ແຕ່ບໍ່ເຄີຍໃຊ້ ຮູ້ແຕ່ວ່າໃຊ້ເປີດໄຟລ໌ວິດີໂອ (ຫລືບໍ່ເນາະ? ໕໕໕)
Skype ໂປຣແກຣມສົນທະນາຄືກັນ ໂທລົມກັນເລີຍ ພິມກໍ່ໄດ້ ເວົ້າກໍ່ໄດ້ ໂທເຂົ້າເບີບ້ານ ເບີມືຖືກໍ່ໄດ້ ແຕ່ເສຍເງິນ ຖ້າໂທຫາຄອມນຳກັນ ບໍ່ເສຍ
Mozilla Firefox with Google Toolbar ອັນນີ້ເປັນໂປຣແກຣມທ່ອງເວັບ Firefox ທີ່ຕິດ Google Toolbar ມາພ້ອມ
ສຳຫລັບ Ad-Aware SE Personal ມັນເປັນໂປຣແກຣມຈັດການກັບພວກ Trojans, Spyware, Malware ທັງຫລາຍ
Norton AntiVirus 2005 Special Edition ໂປຣແກຣມປ້ອງກັນໄວຣັສ (ຖ້າຊິໃຊ້ໂຕນີ້ ໃຊ້ AVS ດີກວ່າ ເຊື່ອຂ້າພະເຈົ້າ)
Adobe Reader 7 ໃຊ້ເປີດໄຟລ໌ PDF, ພວກ e-books
RealPlayer ໃຊ້ເບີ່ງຫນັງ ຟັງເພງ ຟັງວິທະຍຸອອນໄລນ໌ ພິເສດຢູ່ບ່ອນວ່າ ມັນໃຊ້ເປີດໄຟລ໌ Real Media ໂດຍສະເພາະ
ແລະສຸດທ້າຍ GalleryPlayer HD Images ອັນນີ້ບໍ່ຮູ້ຈັກ ໃຜຮູ້ແລ້ວບອກແດ່ (ອ່າວ..!!?) ໄດ້ຍິນວ່າໃຊ້ກ່ຽວກັບ HD Images (High-Definition Images)
ນັບໄດ້ ໑໔ ໂປຣແກຣມ ອ່ານແລ້ວມັນຈັ່ງແມ່ນຫລາຍອັນແທ້… ບໍ່ຕ້ອງຫ່ວງ ເຮົາສາມາດເລືອກໄດ້ວ່າຊິລົງສະເພາະອັນທີ່ຕ້ອງການ ຫລືລົງທັງຫມົດໄດ້

ຂໍເບຣກຫນ້ອຍຫນຶ່ງກ່ອນ

ກ່ອນອື່ນຕ້ອງຂໍກ່າວຄຳວ່າ ສະບາຍດີທຸກໆ ທ່ານທີ່ແວະເຂົ້າມາ ແລະຫລົງເຂົ້າມາອ່ານຂ່າວໃນ au8ust.org :P

ມື້ນີ້ກໍ່ມີເລື່ອງສອງເລື່ອງຢາກຈະບອກເລົ່າສູ່ກັນຟັງ ເລື່ອງທຳອິດກໍ່ຄື ພົບບັນຫາໃຫມ່ອີກແລ້ວ ຄືວ່າ server overloaded… ກໍ່ບໍ່ຮູ້ຊິວ່າແນວໃດເລີຍແບບນີ້ ບໍ່ເຂົ້າໃຈວ່າມັນເປັນໄປໄດ້ແນວໃດ ຫລືອາດຈະເປັນຍ້ອນພວກ Scripts ກໍ່ເປັນໄດ້ ແຕ່ວ່າມັນກໍ່ຄືບໍ່ໄດ້ຫລາຍຫຍັງນ້າ… ຫື້… ເອົາແນວໃດລ່ະບາດນີ້ ເອົາໄວ້ກ່ອນດີກວ່າ (໕໕໕)

ເລື່ອງທີ່ສອງກໍ່ຄື ຊ່ວງນີ້ສະພາບແວດລ້ອມມັນບໍ່ເອື້ອອຳນວຍໃຫ້ເຂົ້າເນັດ ໃຫ້ອ່ານຂ່າວ ໃຫ້ຂຽນບລັອກເລີຍ ຕອນນີ້ກໍ່ໃຊ້ເນັດ One4Click ຢູ່ ດຽວມັນຫມົດກໍ່ໃຊ້ບໍ່ໄດ້ ກໍ່ເຂົ້າມາອັບເດທບລັອກບໍ່ໄດ້ແລ້ວ ຈັກຊິເຮັດແນວໃດອີກບາດນີ້. ຄິດວ່າ ບາງທີອາດຈະໄປຢືມ Account ຂອງຄົນແຖວໆ ນີ້ມາໃຊ້ຕໍ່ຕອນກາງຄືນເບີ່ງ ບໍ່ຮູ້ເຂົາຊິວ່າແນວໃດ ໄວ້ມື້ອື່ນກ່ອນ ຕອນນີ້ເວລາ ໒ ໂມງ ໔ ນາທີ ຂອງມື້ໃຫມ່ ແປວ່ານອນເດິກອີກແລ້ວມື້ນີ້. ນອກເລື່ອງໄປຮອດໃສແລ້ວ ກັບເຂົ້າເລື່ອງກ່ອນ ຄືຈະບອກວ່າ ສອງສາມມື້ນີ້ ຫລືອາດຈະເປັນຊ່ວງອາທິດສອງອາທິດ ຫລືອາດຈະເປັນເດືອນສອງເດືອນນີ້ ບາງທີຈະບໍ່ຄ່ອຍໄດ້ຂຽນຂ່າວໃຫມ່ໆ ແລ້ວ ກໍ່ຕ້ອງຂໍອະໄພຫລາຍໆ ເອົາແນວນີ້ບໍ່ ໃຫ້ຄົນອ່ານຊ່ວຍຂຽນຂ່າວດີບໍ່ນໍ້? ຫາກທ່ານເຫັນວ່າມີຂ່າວໃດເປັນຕາຫນ້າສົນໃຈ ກໍ່ສະຫມັກສະມາຊິກແລ້ວກໍ່ຂຽນຂ່າວເອົາໂລດເດີ້ (ເວົ້າງ່າຍໆ ເລີຍ ໕໕໕x2)

ປລ. ຊ່ວງນີ້ກໍ່ເລີ່ມຫນາວຫລາຍແລ້ວ ຂໍໃຫ້ທຸກໆ ທ່ານຮັກສາສຸຂະພາບເນີ້…! :)

ບັນຫາການສະແດງຜົນຂອງ IE ໃນ au8ust.org

ຕອນທຳອິດກໍ່ສັງເກດເຫັນຢູ່ວ່າມັນແປກໆ ເປີດໃນ IE6 ແຕ່ວ່າຕອນນັ້ນຄິດວ່າເປັນຍ້ອນມັນໂຫລດຍັງບໍ່ແລ້ວເທື່ອ ຫລັງຈາກນັ້ນກໍ່ບໍ່ໄດ້ລອງອີກ ເພາະວ່າປົກກະຕິແລ້ວຈະໃຂ້ Firefox ເກືອບຈະຕະຫລອດເວລາເລີຍ

ແຕ່ວ່າ ມື້ວານໄປຮ້ານອິນເຕີເນັດ ລອງໃຊ້ IE6 ເປີດເບີ່ງ ກໍ່ເລີຍພົບວ່າ ເມນູທາງຊ້າຍມັນຍ້າຍໄປຢູ່ລຸ່ມໆ ພູ້ນ… ເວນກຳ… ເສັດ! ບາດນີ້ ເປີດໃນ Firefox ບໍ່ມີປັນຫາຫຍັງເລີຍ ແຕ່ເປີດໃນ IE6 ພັດເປັນແນວໃຫມ່ໄປ ສົງໄສດຽວຕ້ອງຫາທາງປ້ອງກັນກ່ອນ

ທ່ານອື່ນມີປັນຫາບໍ່ນໍ້?