WordPress 2.8
Blogging CMS ຍອດນິຍົມ WordPress ອອກລຸ້ນໃໝ່ ລະຫັດ Baker ຕັ້ງຊື່ຕາມນັກຮ້ອງ Chet Baker. ເວີຊັນນີ້ອອກມາປັບປຸງແກ້ໄຂລະບົບເກົ່າໃນ 2.7 ໃຫ້ດີຂຶ້ນ ສັງເກດໜ້າ Widget ຈະຖືກປັບປ່ຽນແບບໃໝ່ (ໜ້າຈະ) ໃຊ້ດີຂຶ້ນດ້ວຍ Widgets API ໃໝ່ ແລະໃນທີ່ສຸດ Syntax highlighting ກໍຖືກ builtin ໄວ້ໃນ WordPress ຮຽບຮ້ອຍແລ້ວບໍ່ຕ້ອງລົງ plugin ເພີ່ມໃຫ້ເສຍເວລາ. ນອກນັ້ນກໍມີຄວາມສາມາດໃໝ່ ໆ ເຊັ່ນ ສາມາດເລືອກ Themes ຈາກ Themes directory ໄດ້ໂດຍກົງຜ່ານ Admin panel, ຈັດການໜ້າ Admin ໄດ້ແບບແຍກ column ໄດ້ດີຂຶ້ນ, ຮອງຮັບລະບົບເຂດເວລາຮວມເຖິງ daylight saving ອີກນຳ ແລະວ່າກັນວ່າ ໜ້າ Admin ໂຫຼດໄວຂຶ້ນ ແຕ່ບໍ່ໄດ້ລະບຸເປັນຕົວເລກວ່າໄວຂຶ້ນເທົ່າໃດ.
ລາຍລະອຽດທັງໝົດຂອງ WP 2.8 ອ່ານໄດ້ຈາກ Codex ແລະດາວໂຫຼດໄດ້ຈາກໜ້າດາວໂຫຼດ ຫຼືອັບເກຣດໃນ Admin panel
ບາງຄັ້ງຜູ່ໃຊ້ອິນເຕີເນັດອາດພົບວ່າຕ້ອງດາວໂຫຼດໄຟລ໌ຂະໜາດໃຫຍ່ ທີ່ຖືກບີບອັດມາດ້ວຍ WinRAR ແຕ່ນອກຈາກມັນຈະເປັນ .rar ແລ້ວ ມັນຈະມີ .001, .002, .003, .00x ຕໍ່ທ້າຍອີກນຳ. ໄຟລ໌ທີ່ມີນາມສະກຸນເປັນໂຕເລກຕິດຕໍ່ກັນລັກສະນະນີ້ ບໍ່ໄດ້ໃຊ້ WinRAR ໃນການແບ່ງໄຟລ໌ ແຕ່ໃຊ້ HJ-Split ເຊິ່ງເປັນໂປຣແກຣມຟຣີສຳລັບແບ່ງໄຟລ໌ທີ່ມີຂະໜາດໃຫຍ່ ໃຫ້ເປັນໄຟລ໌ທີ່ມີຂະໜາດນ້ອຍຫຼາຍ ໆ ໄຟລ໌ ເພື່ອສະດວກໃນການອັບໂຫຼດແລະດາວໂຫຼດ.ນອກຈາກຈະແບ່ງໄຟລ໌ໄດ້ແລ້ວ ແນ່ນອນວ່າໃນທາງກັບກັນ ມັນສາມາດໃຊ້ຮວມໄຟລ໌ທີ່ຖືກແບ່ງໄດ້ນຳ.
ຫຼັງຈາກທີ່ອອກ Beta 1 ແລະ 2 ໄປໄດ້ໄລຍະນຶ່ງ ທາງ Microsoft ກໍອອກລຸ້ນ RC ຫຼື Release Candidate ຂອງ Windows 7 ມາໃຫ້ດາວໂຫຼດກັນແລ້ວ. ໃນເບື້ອງຕົ້ນນັ້ນ ຜູ່ທີ່ຈະສາມາດດາວໂຫຼດໄປທົດລອງໄດ້ ຕ້ອງເປັນ partner ທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ສ່ວນບຸກຄົນທົ່ວໄປ ຈະສາມາດດາວໂຫຼດມາທົດລອງໃຊ້ໄດ້ ແມ່ນພາຍໃນວັນທີ 5 ພຶດສະພາທີ່ໃກ້ຈະເຖິງນີ້.





