ໃຊ້ສັນຍານ Wi-Fi ເພື່ອເບິ່ງທະລຸກຳແພງ!
Joey Wilson ແລະ Neal Patwari ນັກວິທະຍາສາດຈາກມະຫາວິທະຍາໂລ Utah ສະຫະລັດອາເມລິກາໄດ້ຄົ້ນພົບວິທີທີ່ຈະໃຊ້ປະໂຫຍດຈາກສັນຍານ Wi-Fi ໃນການເບິ່ງທະລຸກຳແພງໄດ້!
ກຸ່ມນັກວິໄຈດັ່ງກ່າວລະບຸວ່າ ຄວາມປ່ຽນແປງຂອງຂອງສັນຍານວິທະຍຸໃນເຄືອຂ່າຍເຊື່ອມຕໍ່ໄຣ້ສາຍນັ້ນ ສາມາດຈະສະແດງໃຫ້ເຫັນການເຄື່ອນໄຫວຂອງຄົນ ທີ່ຢູ່ໃກ້ປະຕູ ຫຼືໃນບາງຄັ້ງຢູ່ຄົນລະຝາກຂອງກຳແພງໄດ້. ວິທີການກໍຄື ການນຳໃຊ້ທິດສະດີ variance-based radio tomographic imaging ໂດຍການວັດແທກສິ່ງລົບກວນທີ່ຢູ່ລະຫວ່າງຈຸດຮັບສັນຍານ ແລະຈຸດທີ່ໃຊ້ສົ່ງສັນຍານ, ເມື່ອມີຄົນຍ່າງຜ່ານບໍລິເວນດັ່ງກ່າວ ກໍຈະຖືກບັນທຶກຄວາມປ່ຽນແປງຂອງສັນຍານ ແລະສົ່ງຂໍ້ມູນກັບມາປະມວນຜົນ.
ຢ່າງໃດກໍຕາມໃນງານວິໄຈຕອນນີ້ ສາມາດກວດສອບໄດ້ພຽງ 0.9 ແມັດເທົ່ານັ້ນ ແລະຍັງບໍ່ສາມາດສ້າງເປັນພາບສົມຈິງໄດ້ເທື່ອ ເຊິ່ງອາດເປັນໄປໄດ້ໃນອະນາຄົດອັນໃກ້ ເມື່ອມີການພັດທະນາຢ່າງຕໍ່ເນື່ອງ.
ສຳລັບຄຸນປະໂຫຍດຂອງມັນນັ້ນ ກໍສາມາດນຳໄປໃຊ້ໄດ້ໃນພາລະກິດສຸກເສີນຕ່າງໆ ໄດ້ ເຊັ່ນການຊອກຫາຜູ່ລອດຊີວິດເປັນຕົ້ນ.
ທີ່ມາ – Telegraph.co.uk
ມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ.
Canon ອອກກ້ອງດິຈິຕັລໃໝ່ອອກມາແລ້ວ ງວດນີ້ເລກດ່ຽວ 7D ເປັນກ້ອງທີ່ຢູ່ລະຫວ່າງ 50D ກັບ 5D Mark II ມີຄຸນສົມບັດດັ່ງນີ້:
Sony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ.

