Nikon D3s

Nikon D3sຫຼັງຈາກທີ່ມີຂ່າວລືໜາຫູມາໄລຍະນຶ່ງ ໃນທີ່ສຸດ Nikon D3s ກ້ອງ dSLR ລຸ້ນ top ຂອງ Nikon ກໍເປີດຕົວອອກມາ ເຊິ່ງພາໃຫ້ພາຜິດຫວັງກັນເປັນທິວແຖວ!

ຂໍ້ມູນທົ່ວໄປຂອງກ້ອງລຸ້ນໃໝ່ນີ້ຄື:

  • ISO ເລັ່ງໄດ້ຮອດ 12800 ແລະສູງສຸດທີ່ Hi3 (ທຽບເທົ່າ 102400!!)
  • Nikon FX-format ຄວາມລະອຽດ 12.1 ລ້ານ pixel
  • D-Movie mode ສາມາດໃຊ້ ISO ສູງໆ ໄດ້ແລະຫຼຸດການກະຕຸກໃນລະຫວ່າງບັນທຶກວິດີໂອ.
  • Burst shot ໄດ້ 9fps ໃນໂຫມດ FX ແລະ 11fps ໃນ DX crop mode.
  • ລະບົບ Multi-CAM 3500FX AF ສາມາດໂຟກັສໄດ້ 51 ຈຸດ ແລະສາມາດໃຊ້ AF ໄດ້ຂະນະບັນທຶກພາບວິດີໂອ.
  • Viewfinder 100%
  • ອາຍຸ shutter ຮັບປະກັນ 300,000 ຄັ້ງ.
  • ຖ່າຍຮູບໄດ້ປະມານ 4,200 ຮູບຕໍ່ການ charge battery ນຶ່ງຄັ້ງ.
  • ມີປຸ່ມ Live View.
  • ສາມາດເປີດ Quiet Shutter mode ໄດ້.
  • ບັນທຶກວິດີໂອຄວາມລະອຽດສູງສຸດ 720p (ຍັງໃຊ້ CODEC ແບບ MJPEG ຄືເກົ່າ).
  • Dual CF slot ໃສ່ CF card ໄດ້ສອງອັນພ້ອມກັນ.

ຄວາມສາມາດທີ່ເດັ່ນສຸດໆ ຂອງກ້ອງລຸ້ນນີ້ຄື ISO ທີ່ສູງເຖິງ 12800 ສາມາດຖ່າຍພາບຕອນກາງຄືນໄດ້ທີ່ຄວາມໄວ 1/500s ສະບາຍໆ ບໍ່ຕ້ອງໃຊ້ flash ຊ່ວຍ (ກໍເລີຍບໍ່ຕ້ອງມີ popup flash) ຕົວຢ່າງພາບ ເບິ່ງໄດ້ຈາກເວັບໄຊຂອງ Nikon D3s. ສ່ວນວິດີໂອນັ້ນ ເບິ່ງຕົວຢ່າງໄດ້ຈາກ http://nikonrumors.com/2009/10/14/nikon-d3s-videos.aspx

ສ່ວນລາຄານັ້ນປະມານ $5,199.95 ສະເພາະ body.

ທີ່ໜ້າຜິດຫວັງກໍຄື ການບັນທຶກພາບວິດີໂອຂອງກ້ອງລຸ້ນ flagship ແທ້ໆ ເຮັດໄດ້ພຽງ 720p ໃນຂະນະທີ່ Canon EOS 7D ແລະ Canon EOS 5D MarkII ສາມາດບັນທຶກພາບວິດີໂອໄດ້ 1080p ເຊິ່ງຄົນທີ່ຈະຊື້ມາໃຊ້ຖ່າຍວິດີໂອຄົງຕ້ອງລໍຖ້າ Nikon D700s ຫຼື D400 ຕໍ່ໄປ ຫຼືອາດໃຊ້ Canon ແທນ.

Command & Conquer Red Alert on iPhone!

ອີກຄັ້ງນຶ່ງກັບ Series ອຳມະຕະ Red Alert ໃນຕະກູນ Command & Conquer ເຊິ່ງຄັ້ງນີ້ສົງຄາມເກີດຂຶ້ນໃນ iPhone (ແລະ iPod Touch)!

Red Alert iPhone

Red Alert ພາກນີ້ເປັນເຫດການກ່ອນໜ້າ Command & Conquer ພາກທຳອິດ ເຊິ່ງເກີດຂຶ້ນໃນໄລຍະປີ 1950 ເມື່ອບໍ່ມີ Hilter ພາໃຫ້ສະຫະພາບໂຊຫວຽດເຮືອງອຳນາດຂຶ້ນມາ ແລະພະຍາຍາມຍຶດຄອງທົ່ວທັງຢູໂຣບ ແລະເອເຊຍ.

ຮູບແບບຂອງເກມນັ້ນຍັງຄົງເປັນ RTS ເຊັ່ນເດີມ ແລະແນ່ນອນວ່າຖືກປັບປຸງໃຫ້ເໝາະສຳລັບລະບົບຈໍສຳຜັດຂອງ iPhone ຫຼາຍຂຶ້ນ. ພາບໃນໂຕເກມນັ້ນເປັນແບບ 3D ສາມາດປັບປ່ຽນມຸມກ້ອງໄດ້. ການຫຼິ້ນກໍລື່ນໄຫຼ ແລະສຽງພາຍໃນເກມເປັນແບບດຽວກັບພາກ PC.

ສຳລັບກຳນົດການອອກແມ່ນວັນທີ 23 ຕຸລາ ຜ່ານທາງ App Store ຂອງ Apple.

ທີ່ມາ – LaoMac.net

ວິເຄາະລະຫັດຜ່ານຄົນໃຊ້ Hotmail

ຫາກໃຜໄດ້ຕິດຕາມຂ່າວກ່ອນໜ້ານີ້ ມີລະຫັດຂອງ Hotmail ຖືກປ່ອຍໃນເວັບໄຊ Pastebin ແຫ່ງນຶ່ງ ເຊິ່ງພາຍຫຼັງກໍຖືກລຶບອອກໄປຢ່າງໄວ. ຢ່າງໃດກໍຕາມນັກວິເຄາະຄວາມປອດໄພ Bogdan Calin ຈາກ Acunetix ໄດ້ວິເຄາະຂໍ້ມູນທີ່ໄດ້ມາ ເຊິ່ງມີລະຫັດກວ່າ 10,028 ຊື່ບັນຊີ ແລະມີປະມານ 9,843 ຊື່ທີ່ບໍ່ຊ້ຳກັນ (ປະມານ 90% ຂອງລະຫັດທີ່ຮົ່ວອອກມາ).

ຜົນການວິເຄາະກໍຄື:

  • 42% ໃຊ້ລະຫັດເປັນໂຕອັກສອນໂຕນ້ອຍ ເຊັ່ນ iloveyou.
  • 30% ເປັນລະຫັດທີ່ມີໂຕນ້ອຍໂຕໃຫຍ່ແລະໂຕເລກເຊັ່ນ Iloveyou12.
  • 19% ເປັນລະຫັດຜ່ານທີ່ມີແຕ່ໂຕເລກລ້ວນໆ ເຊັ່ນ 123456.
  • 6% ເປັນລະຫັດທີ່ໃຊ້ໂຕນ້ອຍໂຕໃຫຍ່ ໂຕເລກ ແລະໂຕອັກສອນອື່ນໆຮວມກັນເຊັ່ນ 1LoveYou$%$@.
  • 3% ແມ່ນລະຫັດແບບໂຕນ້ອຍໂຕໃຫຍ່ປົນກັນ.

ລະຫັດຜ່ານທີ່ສັ້ນທີ່ສຸດແມ່ນ 1 ໂຕອັກສອນ (ໃສ່ໄດ້?) ແລະຍາວທີ່ສຸດແມ່ນ 30 ໂຕອັກສອນ. ສະເລ່ຍແລ້ວໃຊ້ລະຫັດຜ່ານຄວາມຍາວ 8 ໂຕອັກສອນ. ລະຫັດຜ່ານທີ່ຊ້ຳກັນຫຼາຍທີ່ສຸດແມ່ນ 123456 ຕາມດ້ວຍ 123456789.

ທີ່ມາ – Ghacks

ໃຊ້ສັນຍານ Wi-Fi ເພື່ອເບິ່ງທະລຸກຳແພງ!

Joey Wilson ແລະ Neal Patwari ນັກວິທະຍາສາດຈາກມະຫາວິທະຍາໂລ Utah ສະຫະລັດອາເມລິກາໄດ້ຄົ້ນພົບວິທີທີ່ຈະໃຊ້ປະໂຫຍດຈາກສັນຍານ Wi-Fi ໃນການເບິ່ງທະລຸກຳແພງໄດ້!

ກຸ່ມນັກວິໄຈດັ່ງກ່າວລະບຸວ່າ ຄວາມປ່ຽນແປງຂອງຂອງສັນຍານວິທະຍຸໃນເຄືອຂ່າຍເຊື່ອມຕໍ່ໄຣ້ສາຍນັ້ນ ສາມາດຈະສະແດງໃຫ້ເຫັນການເຄື່ອນໄຫວຂອງຄົນ ທີ່ຢູ່ໃກ້ປະຕູ ຫຼືໃນບາງຄັ້ງຢູ່ຄົນລະຝາກຂອງກຳແພງໄດ້. ວິທີການກໍຄື ການນຳໃຊ້ທິດສະດີ variance-based radio tomographic imaging ໂດຍການວັດແທກສິ່ງລົບກວນທີ່ຢູ່ລະຫວ່າງຈຸດຮັບສັນຍານ ແລະຈຸດທີ່ໃຊ້ສົ່ງສັນຍານ, ເມື່ອມີຄົນຍ່າງຜ່ານບໍລິເວນດັ່ງກ່າວ ກໍຈະຖືກບັນທຶກຄວາມປ່ຽນແປງຂອງສັນຍານ ແລະສົ່ງຂໍ້ມູນກັບມາປະມວນຜົນ.

ຢ່າງໃດກໍຕາມໃນງານວິໄຈຕອນນີ້ ສາມາດກວດສອບໄດ້ພຽງ 0.9 ແມັດເທົ່ານັ້ນ ແລະຍັງບໍ່ສາມາດສ້າງເປັນພາບສົມຈິງໄດ້ເທື່ອ ເຊິ່ງອາດເປັນໄປໄດ້ໃນອະນາຄົດອັນໃກ້ ເມື່ອມີການພັດທະນາຢ່າງຕໍ່ເນື່ອງ.

ສຳລັບຄຸນປະໂຫຍດຂອງມັນນັ້ນ ກໍສາມາດນຳໄປໃຊ້ໄດ້ໃນພາລະກິດສຸກເສີນຕ່າງໆ ໄດ້ ເຊັ່ນການຊອກຫາຜູ່ລອດຊີວິດເປັນຕົ້ນ.

ທີ່ມາ – Telegraph.co.uk

Google ເລີ່ມໂຄສະນາໃນ iPhone Map

Ads on iPhone Mapມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ.

ສຳລັບການໂຄສະນາໃນ iPhone Map ນັ້ນທາງ Google ຍັງບໍ່ໄດ້ຖະແຫຼງການຢ່າງເປັນທາງການເທື່ອ ແຕ່ເນື້ອຫາການໂຄສະນາຈະເປັນລັກສະນະຈຸດໃນແຜນທີ່ ເມື່ອເວລາທີ່ຜູ່ໃຊ້ຊອກຫາສະຖານທີ່ ກໍຈະມີໂຄສະນາຂອງສະຖານທີ່ໃກ້ຄຽງກັນນັ້ນຂຶ້ນມາພ້ອມ.

ມີຫຼາຍຄົນຕັ້ງຂໍ້ສັງເກດວ່ານີ້ອາດສິ່ງທີ່ Google ຈະໄດ້ເຮັດກ່ອນທີ່ Apple ຈະໃຊ້ລະບົບແຜນທີ່ຂອງຕົນເອງ (ເຊິ່ງໄດ້ມາຈາກການເຂົ້າຊື້ PlaceBase ໃນເດືອນກໍລະກົດທີ່ຜ່ານມາ).

ທີ່ມາ – searchengineland.com

Firefox 4 ໃນ Firefox 3

ເຫັນຫົວຂໍ້ຂ່າວຢ່າຟ້າວສັບສົນ ມັນຄື Theme ຂອງ Firefox 4.0 ທີ່ທາງ Mozilla ອອກແບບໄວ້ເປັນໂຕຢ່າງ ໂດຍທີ່ນັກສ້າງ theme ຂອງ Firefox ນັ້ນ ເກີດຂຶ້ນໃຈເອົາໄປເຮັດ theme ຂອງ Firefox 3 ມາໃຫ້ພວກເຮົາໄດ້ໃຊ້ກັນ.

Firefox 4 Theme

Theme ທີ່ວ່ານັ້ນມີຊື່ວ່າ Strata 40 ສາມາດໂຫຼດໄດ້ຈາກ https://addons.mozilla.org/en-US/firefox/addon/14284 ແຕ່ຢ່າງໃດກໍຕາມ ການຈະໄດ້ໃຊ້ Theme ຂອງ Firefox ງາມໆ ລ້ຳຍຸກແບບນີ້ ຕ້ອງໃຊ້ຄວາມພະຍາຍາມແດ່ພໍສົມຄວນ ໂດຍທາງຜູ່ສ້າງເພິ່ນບອກວ່າ ຈະຕ້ອງຕິດຕັ້ງ…

ຖ້າໃຜເບິ່ງລາຍຊື່ addons ທີ່ຕ້ອງລົງແລ້ວຍັງສົນໃຈຢູ່ ກໍຈັດການໄດ້ຕາມມັກເລີຍ

ທີ່ມາ – Ghacks.net

Canon EOS 7D

Canon EOS 7DCanon ອອກກ້ອງດິຈິຕັລໃໝ່ອອກມາແລ້ວ ງວດນີ້ເລກດ່ຽວ 7D ເປັນກ້ອງທີ່ຢູ່ລະຫວ່າງ 50D ກັບ 5D Mark II ມີຄຸນສົມບັດດັ່ງນີ້:

  • Dual DIGIC 4 Image Processors
  • Sensor ແບບ APS-C CMOS ຂະໜາດ 18 MP (ໂຕຄູນ 1.6x)
  • ຖ່າຍພາບຕໍ່ເນື່ອງໄວສຸດ 8 frames ຕໍ່ວິນາທີ
  • ບັນທຶກວິດີໂອຂະໜາດ 1080p HD ພ້ອມລະບົບຄວບຄຸມ manual (ສາມາດຖ່າຍໄດ້ແບບ 24fps ນຳ)
  • ຈໍຫຼັງ 3.0 ນິ້ວ ຄວາມລະອຽດ 920,000 ຈຸດ
  • ລະບົບ AF 19 ຈຸດ
  • ຊ່ອງເບິ່ງພາບອັດຕາຂະຫຍາຍ 1.0x ແລະຄອບຄຸມ 100%
  • ລະບົບຄວບຄຸມ flash ໄຣ້ສາຍ
  • ວັດສະດຸທີ່ໃຊ້ເປັນ Magnesium ກັນນ້ຳ (ເລັກນ້ອຍ) ແລະກັນຝຸ່ນ

ສ່ວນລາຄາແມ່ນ $1,699 ແລະນອກຈາກ 7D ແລ້ວທາງ Canon ກໍຍັງມີເລນໃໝ່ອີກສອງໂຕອອກໃໝ່ນຳຄື EF-S 18-135mm f/3.5-5.6 IS ແລະ EF-S 15-85mm f/3.5-5.6 IS USM ວາງຂາຍໃນລາຄາ $499.99 ແລະ $799.99 ຕາມລຳດັບ.

ທີ່ມາ – dpreview, Canon USA 1, 2

ຊອກຫາເວີຊັນເກົ່າຂອງໂປຣແກຣມທີ່ຕ້ອງການຜ່ານ OldVersion.com

ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ.

ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້ ;)

Sony ອອກ PS3 Slim

PS3 SlimSony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ.

PS3 Slim ຈະມາພ້ອມກັບ HDD ສຳລັບບັນຈຸຂໍ້ມູນຂະໜາດ 120GB ແລະກິນໄຟໜ້ອຍລົງ 34%. ໃນສ່ວນທີ່ຖືກຕັດອອກໄປແມ່ນຕົວເລືອກສຳລັບຕິດຕັ້ງລະບົບປະຕິບັດການອື່ນ ໆ (ຖ້າໃຜຍັງຈື່ກັນໄດ້ PS3 ລຸ້ນທຳອິດສາມາດຕິດຕັ້ງ Linux ຫຼືແມ່ນແຕ່ Windows ໄດ້).

ທີ່ມາ – Ghacks

China Unicom ກຽມຂາຍ iPhone ໃນຈີນເດືອນໜ້າ

ບໍລິສັດ China Unicom ຈັດຊື້ iPhone ຈຳນວນ 5 ລ້ານເຄື່ອງໃນວົງເງິນ 10 ພັນລ້ານຢວນ (ປະມານ 1.46 ພັນລ້ານໂດລາ) ຈາກ Apple ເພື່ອກຽມຂາຍໃນເດືອນກັນຍາທີ່ຈະມາເຖິງນີ້. Yu Zaonan ຜູ່ຈັດການທົ່ວໄປຂອງຜະແນກພັດທະນາລູກຄ້າບໍລິສັດ China Unicom ເປີດເຜີຍວ່າ iPhone ລຸ້ນ 8GB ຈະມີອອກມາຈຳໜ່າຍໄວ ໆ ນີ້ໃນລາຄາ 2,400 ຢວນ ແລະ 4,800 ຢວນສຳລັບລຸ້ນ 16GB

ສຳລັບ China Unicom ນັ້ນຄາດການວ່າຈະເປັນຈັດຈຳໜ່າຍ iPhone ແຕ່ພຽງຜູ່ດຽວໃນຈີນ.

ທີ່ມາ – IBTimes