IT Festa 2011
ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອອຸດສາຫະກໍາການບໍລິການໄອທີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ຈະໄດ້ຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະເທັກໂນໂລຢີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011.
ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດ ໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານ ໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາ ກໍຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຢີທີ່ທັນສະໄໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າເຂົ້າງານ.
ລາຍລະອຽດເພີ່ມເຕີມຂອງງານ ສາມາດເບິ່ງໄດ້ຈາກ http://itsd.edu.la/IT_Festa/
e-Corner Weekly News #004
ຕອນທີ 003 ເບິ່ງໄດ້ໃນ YouTube
e-Corner Weekly News #001
ລາຍການ e-Corner Weekly News ເປັນລາຍການ IT ຕອນລະ 30 ນາທີ (ແຕ່ຕອນນີ້ບໍ່ຮອດ 30 ນາທີເດີ້) ນຳສະເໜີຂ່າວສານ IT ໃນຮອບອາທິດທີ່ຜ່ານມາ ແລະລົງທ້າຍດ້ວຍທິບ&ເທັກນິກດີໆ ຈາກວາລະສານ e-Corner ສະບັບກ່ອນໜ້ານີ້.
ສຳລັບໃນອາທິດນີ້ ກໍເປັນຕອນທີ 001 ເຊິ່ງເປັນຕອນທຳອິດຂອງລາຍການພວກເຮົາ ໂດຍຈະອອກທຸກວັນເສົາຂອງທຸກໆ ອາທິດເດີ້ພີ່ນ້ອງ ກົດ subscribe ກັນໄວ້ເລີຍຖ້າມັກ =)
ຕອນຕໍ່ໄປ ພົບກັນໃນວັນເສົາທີ 29 ມັງກອນ 2011.
Joomla! 1.6
Joomla! ອອກເວີຊັນ 1.6 ເຊິ່ງເປັນເວີຊັນໃໝ່ຫຼ້າສຸດຂອງຕອນນີ້ຫຼັງຈາກທີ່ປ່ອຍ beta ມາ 15 ຮຸ່ນ ແລະເວີຊັນ RC ອີກ 1 ຮຸ່ນ. ຖ້າເບິ່ງຈາກພາຍນອກຈະເຫັນວ່າ Joomla! 1.6 ໄດ້ຮັບການປັບປ່ຽນໜ້າຕາໄປພໍສົມຄວນ ທັງໜ້າເວັບ ແລະລະບົບ Admin ທີ່ມີການອອກແບບໃໝ່. ສ່ວນທີ່ສຳຄັນໄປກວ່ານັ້ນແມ່ນ ລະບົບພາຍໃນທີ່ມີການປ່ຽນແປງໃຫຍ່ໆ ຄື:
- ລະບົບການຈັດການສິດທິແບບໃໝ່ ສາມາດກຳນົດໄດ້ວ່າຈະໃຫ້ໃຜສາມາດອ່ານ ຫຼືຈັດການເນື້ອຫາໄດ້.
- ລະບົບການຈັດການໝວດໝູ່ທີ່ບໍ່ຈຳກັດ ຜູ່ເບິ່ງແຍງເວັບສາມາດສ້າງໝວດໝູ່ຕ່າງໆ ພາຍໃນເວັບເທົ່າໃດກໍໄດ້ຕາມແຕ່ຕ້ອງການ.
- ອັບເດດ Extension ແບບຄລິກດຽວ ຕໍ່ໄປການອັບເດດ Extension ຈະເປັນເລື່ອງງ່າຍໆ ໂດຍສາມາດຄລິກອັບເດດໄດ້ຈາກ admin panel ເລີຍ (ເຊິ່ງ WordPress ເຮັດໄດ້ດົນແລ້ວ).
- ຮອງຮັບ XHTML ໃນ Joomla! 1.6 ແມ່ນຖືກອອກແບບມາໃຫ້ເຂົ້າໄດ້ກັບມາດຕະຖານ XHTML ໂດຍກົງ.
ນອກຈາກຈຸດຫຼັກຂ້າງເທິງແລ້ວ ຍັງມີການປ່ຽນແປງອື່ນໆ ອີກເຊິ່ງສາມາດອ່ານໄດ້ໃນ http://docs.joomla.org/What%27s_new_in_Joomla_1.6
ທ່ານສາມາດດາວໂຫລດ Joomla! 1.6 ໄດ້ຈາກ http://joomlacode.org/gf/project/joomla/frs/?action=FrsReleaseBrowse&frs_package_id=5696
ທີ່ມາ – JoomlaLao.com
YouTube ເພີ່ມຄວາມສາມາດລາກໄຟລ໌ເພື່ອອັບໂຫລດ
ຫຼັງຈາກທີ່ YouTube ເພີ່ມການຮອງຮັບການອັບໂຫລດ ໄຟລ໌ທີ່ມີຄວາມຍາວຫຼາຍກວ່າ 15 ນາທີໄປແລ້ວ ຕອນນີ້ ກໍໄດ້ເພີ່ມຟີເຈໃໝ່ ຄືການລາກໄຟລ໌ ເຂົ້າໄປໃສຊ່ອງອັບໂຫລດ ເພື່ອເລີ່ມຕົ້ນອັບໂຫລດ ໂດຍບໍ່ຕ້ອງຄລິກ Browse ໄຟລ໌ແບບເກົ່າອີກຕໍ່ໄປ.
ກ່ອນໜ້ານີ້ Google ເພີ່ມຟີເຈີນີ້ໃຫ້ກັບທັງ Gmail ແລະ Docs ມາແລ້ວ ໂດຍຄວາມສາມາດດັ່ງກ່າວນີ້ ຮອງຮັບສະເພາະ Browser ທີ່ສາມາດໃຊ້ HTML5 ໄດ້ເທົ່ານັ້ນ.
Mac OS X 10.6.6 ມາພ້ອມ Mac App Store
Apple ປ່ອຍອັບເດດ Mac OS X 10.6.6 ເຊິ່ງມາພ້ອມກັບໂປຣແກຣມ Mac App Store ຊ່ວຍເພີ່ມທາງເລືອກການຕິດຕັ້ງໂປຣແກຣມໃນ Mac ໃຫ້ງ່າຍຂຶ້ນ.
ໂດຍປົກກະຕິແລ້ວນັ້ນ ໂປຣແກຣມຂອງ Mac ຈະສາມາດດາວໂຫລດແລະຕິດຕັ້ງໄດ້ເອງຢູ່ແແລ້ວ ບໍ່ຄືກັບຢູ່ໃນ iPod/iPhone ທີ່ຕ້ອງຕິດຕັ້ງຜ່ານ App Store (ຫຼື Cydia ໃນກໍະລນີທີ່ Jailbreak ແລ້ວ) ແຕ່ໃນເວີຊັນຫຼ້າສຸດຂອງ Mac OS X ນັ້ນ ທາງ Apple ໄດ້ເພີ່ມ Mac App Store ເຂົ້າໄປອີກ ນອກຈາກນັ້ນກໍຍັງມີອັບເດດດ້ານຄວາມປອດໄພ ແລະຄວາມສາມາດອື່ນໆ ອີກເລັກນ້ອຍ.
ສຳລັບໃຜທີ່ໃຊ້ Mac OS X 10.6.5 ຫຼືເກົ່າກວ່ານັ້ນ ກໍສາມາດຄລິກເຂົ້າ Software Update ເພື່ອອັບເດດໄດ້ຟຣີ.
English-Lao-English Dictionary to Google Translate
ໂຄງການດີໆ ທີ່ຢາກໃຫ້ທຸກຄົນມີສ່ວນຮ່ວມ ເພື່ອປະໂຫຍດຂອງຄົນລາວເຮົານຳກັນໃນອະນາຄົດ =)
ລາຍລະອຽດເພີ່ມເຕີມ ອ່ານໄດ້ໃນ https://sites.google.com/site/eng2lao/



