ຄົນເຂົ້າ Facebook ເພີ່ມຂຶ້ນເກືອບສອງເທົ່າຂອງ MySpace ແລ້ວ

ຕົວເລກຫຼ້າສຸດຈາກ ComScore ເປີດເຜີຍຂໍ້ມູນຈຳນວນຜູ້ຊົມ Facebook ເພີ່ມຫຼາຍຂຶ້ນເກືອບເທົ່າຕົວເມື່ອທຽບກັບ MySpace ໂດຍ Facebook ນັ້ນມີຈຳນວນຜູ້ເຂົ້າຊົມສູງເຖິງ 222 ລ້ານຄົນ (80 ພັນລ້ານ pageview) ໃນເດືອນທັນວາທີ່ຜ່ານມາ ປຽບທຽບກັບຕົວເລກພຽງ 125 ລ້ານຄົນ (43 ພັນລ້ານ pageview) ຂອງ MySpace ໃນເດືອນດຽວກັນ.

ຄາດການວ່າຖ້າຍັງຮັກສາສະຖິຕິຕອນນີ້ໄດ້ ພາຍໃນປີໜ້າ Facebook ຈະສາມາດ overtake MySpace ໄດ້ໃນທີ່ສຸດ.

ທີ່ມາ – TechCrunch [via C|NET]

OSX.Trojan.iServices.A ລະບາດ

ໄລຍະຫຼັງມານີ້ປະກົດວ່າມີຂ່າວໄວຣັດ ແລະ trojan ໃນ Mac OS X ເພີ່ມຂຶ້ນເລື້ອຍ ໆ ຫຼ້າສຸດແມ່ນກໍລະນີຂອງ trojan ທີ່ຊື່ OSX.Trojan.iServices.A ເຊິ່ງພົບເຫັນຈາກ Apple iWork 09 ເຖື່ອນທີ່ແຈກກັນໃນເວັບ BitTorrent.

ຕາມລາຍງານຂອງ Intego ຜູ້ຜະລິດລະບົບຮັກສາຄວາມປອດໄພສຳລັບລະບົບປະຕິບັດການ Mac OS ໄດ້ໃຫ້ຂໍ້ມູນວ່າ trojan ດັ່ງກ່າວຈະເປີດຕົວເອງຂຶ້ນມາຫຼັງຈາກຕິດຕັ້ງ iWork ແລ້ວ ໆ ແລະຂໍລະຫັດຜ່ານ admin ເພື່ອຕິດຕັ້ງຕົວເອງລົງໄປໃນລະບົບຂອງເຫຍື່ອ ເຊິ່ງໃນພາຍຫຼັງຈະສົ່ງຂໍ້ມູນອອກໄປພາຍນອກ. ທາງ Intego ໃຫ້ຄຳແນະນຳວ່າ ບໍ່ຄວນໂຫຼດ iWork 09 ຈາກເວັບໄຊໂປຣແກຣມເຖື່ອນຕ່າງ ໆ ເພື່ອປ້ອງກັນການຕິດ OSX.Trojan.iServices.A ມາ.

ທີ່ມາ – Intego

Apple ອັບເດດສະເປັກ MacBook ແບບງຽບ ໆ

ປະມານສາມສີ່ມື້ທີ່ຜ່ານມາ ປະກົດວ່າມີຄົນພົບເຫັນຄວາປ່ຽນແປງໃນໜ້າເວັບຂອງ Apple ວ່າ MacBook ສີຂາວລຸ້ນລາຄາ $999 ນັ້ນໄດ້ມີການອັບເກຣດສະເປັກແລ້ວ ໂດຍຫຼັກແມ່ນປ່ຽນ CPU ເປັນ 2.0GHz ແລະເພີ່ມ RAM ເປັນ 2GB ທີ່ສຳຄັນໃຊ້ unibody ຮຽບຮ້ອຍ ນອກນັ້ນ Bluetooth ກໍ່ໄດ້ຮັບການອັບເກຣດໄປເປັນເວີຊັນ 2.1 ເຊັ່ນກັນ ແຕ່ລາຄາຍັງຄົງເດີມຄື $999

ທີ່ມາ – engadget

ປົກກະຕິຖ້າຫຼຸດລາຄາແບບນີ້ ສະແດງວ່າຈະມີລຸ້ນໃໝ່ອອກມາ ; )

ພາບຫຼຸດ Android G2

Gizmodo ນຳສະເໜີພາບຫຼຸດທີ່ລືວ່າເປັນໂທລະສັບມືຖື Android G2 ທີ່ຜະລິດໂດຍ HTC. ຕາມໃນຮູບແລ້ວ G2 ຈະມີຂະໜາດບາງລົງ ແລະບໍ່ມີ keyboard ຕິດມານຳຄື G1 ແລ້ວ ສ່ວນຮູບຊົງຈະເປັນສີຂາວ ແລະມີຮູບຮ່າງກົມຫຼາຍຂຶ້ນ ແລ້ວກໍ່ຕິດກ້ອງຄວາມລະອຽດ 3.2 ລ້ານ px ມານຳ.

ແຫຼ່ງຂ່າວຍັງລະບຸວ່າ Android G2 ນີ້ອາດຈະມີກຳນົດວາງຕະຫຼາດໃນຊ່ວງປະມານກາງເດືອນພຶດສະພີປີນີ້ ສ່ວນ UI ນັ້ນ ຈະຍັງຄົງມີລັກສະນະຄ້າຍ G1 ຄືເກົ່າ. ເບິ່ງຮູບປະກອບໄດ້ຈາກທີ່ມາ.

ທີ່ມາ – Gizmodo

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu.

ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

YouTubeປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້

ທີ່ມາ – Lessig.org

ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

Windows 7 Beta ຖືກປ່ອຍໃຫ້ດາວໂຫຼດຕາມເວັບ BitTorrent

Windows 7 Beta Build 7000Windows 7 ເປັນ Windows ລຸ້ນຕໍ່ໄປຂອງ Microsoft ເຊິ່ງຍັງບໍ່ມີກຳນົດການວາງຈຳໜ່າຍທີ່ແນ່ນອນ ຄາດການວ່າອາດຈະໃຊ້ເວລາ ໓ ປີໃນການພັດທະນາ ຢ່າງໃດກໍ່ຕາມຕອນນີ້ກໍ່ໄດ້ມີ Windows 7 ລຸ້ນ Beta ເຊິ່ງມີຕົວເລກ Build 7000 ຖືກນຳມາປ່ອຍໃຫ້ດາວໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ກັນແລ້ວ.

ແຫຼ່ງຂ່າວລະບຸວ່າ Build 7000 ນີ້ເປັນ M1 ເຊິ່ງມີການປັບປຸງໃຫ້ດີຂຶ້ນກ່ອນ Build ທີ່ອອກມາກ່ອນໜ້ານີ້ຫຼາຍພໍສົມຄວນ ບັນດາຄວາມສາມາດໃໝ່ ໆ ໃນ Windows 7 ກໍ່ຖືກເປີດໃຊ້ກັນແດ່ແລ້ວເຊັ່ນ iconized task bar ທີ່ຈະສະແດງຜົນລາຍການໂປຣແກຣມຕ່າງ ໆ ໃນ Taskbar ເປັນໄອຄອນ ແລະເມື່ອນຳເມົ້າໄປວາງ ກໍ່ຈະປະກົດລາຍລະອຽດເພີ່ມເຕີມຂຶ້ນມາ.

ສຳລັບຮູບພາບຂອງ Windows 7 Beta M1 Build 7000 ສາມາດເບິ່ງໄດ້ຈາກເວັບໄຊຂອງ Paul’s SuperSite

ທີ່ມາ – DownloadSquad

ແກະລະຫັດໄຟລ໌ .ZIP ໂດຍໃຊ້ PicoZip Recovery Tool

PicoZipPicoZip Recovery Tool ເປັນໂປຣແກຣມຟຣີສຳລັບແກະລະຫັດໄຟລ໌ປະເພດ .zip ທີ່ຖືກໃສ່ລະຫັດໄວ້ ໂດຍມັນຈະຖອດລະຫັດໂດຍໃຊ້ ໒ ວິທີຄື Dictionary (ຊອກຫາລະຫັດຈາກລາຍການ) ແລະ Brute Force (ສ້າງລະຫັດຕາມທີ່ກຳນົດ).

ຄຸນສົມບັດຂອງໂປຣແກຣມຄື:

  • UI ໃຊ້ງ່າຍ ສະບາຍຕາ
  • ຮອງຮັບທັງໄຟລ໌ Zip ທຳມະດາແລະແບself-extract
  • ເລືອກໄດ້ວ່າຈະໃຊ້ວິທີ Brute Force ຫຼື Dictionary
  • ສາມາດຄ້າງໄວ້ໄດ້ເພື່ອເຮັດຕໍ່ໃນເທື່ອໜ້າ
  • ຮອງຮັບ Windows 95 ຈົນຮອດ XP

ຢ່າງໃດກໍ່ຕາມສຳລັບໄຟລ໌ Zip ທີ່ເຂົ້າລະຫັດແບບ AES ນັ້ນ ໂປຣແກຣມນີ້ຍັງຖອດບໍ່ໄດ້.

ດາວໂຫຼດ – PicoZip.com | ທີ່ມາ – Ghacks.net

Windows Live Messenger 2009

ອອກ final version ມາແລ້ວສຳລັບ Windows Live Messenger 2009 ໃນເວີຊັນນີ້ເລກ build ແມ່ນ 14.0.8050.1202 ຂະໜາດໄຟລ໌ສຳລັບການຕິດຕັ້ງແບບ offline ຖ້ວມ 134MB ອີກເຊັ່ນເຄີຍ

ດາວໂຫຼດ ແບບຕິດຕັ້ງ Online | ແບບຕິດຕັ້ງ Off-line

ລົງຂ່າວຊ້າເພາະເມົາໄປແປງເວັບອີກເວັບ (ອ່ານໃນ *real me)

Internet Explorer 8 Beta 2

ຫາກໍ່ເຫັນຂ່າວວ່າມັນອອກແລ້ວ…