About Me
- ຊື່ ນາມສະກຸນ: ທະນະວໍລະກິດ ກຸນທະວັດພິນໂຍ
- ຊື່ຫລິ້ນ: ນິນ
- alias: au8ust
- ວັນເດືອນປີເກີດ: ວັນທີ່ ໒໔ ເດືອນ ໘ ຈຸລສັກຣາຊ ໑໓໔໙
- ເພດ: ຊາຍ
- ທີ່ຢູ່: ຫລວງພະບາງ, ລາວ
- ອີເມລ: webmaster at au8ust.org
- ອາຊີບ: ວິໄຈຝຸ່ນ
- ວຽກເວລາວ່າງ: ນັ່ງແຊ່ໃນອ່າງອິນເຕີເນັດ
- ເວັບໄຊ: ຫຼາຍໂພດ ອ່ານເອົາໃນໜ້າ myLinks
- ຄວາມສົນໃຈ: Web development, blogging, film making, photography, astronomy and physics.
ສະບາຍດີທຸກ ໆ ທ່ານ ທີ່ເຂົ້າມາຢ້ຽມຊົມບລັອກແຫ່ງນີ້ ກອນອື່ນ ກໍ່ຂໍແນະນຳຕົວກັນກ່ອນເລີຍ ຊື່ວ່າ ນິນ ອາຍຸໃຫ້ໄລ່ຕາມວັນເດືອນປີເກີດຂ້າງຕົ້ນ ບໍ່ຈົບການສຶກສາຈາກໃສເລີຍ. ນິໄສໃຈຄໍ ເປັນພວກ NATO ເຊິ່ງຫຍໍ້ມາຈາກປະໂຫຍກວ່າ No Action, Talk Only ໝາຍວ່າ ມັກຂີ້ໂມ້ ເວົ້າຫຼາຍ ແຕ່ບໍ່ເຮັດຈັກເທື່ອ ໂມ້ໄດ້ຕະຫຼອດ ຄຸຍໂວໃຫຍ່ໂຕ ຫາກບໍ່ເກີດຕາມຄວາມຄຸຍ.
ເລີ່ມສຳຜັດເມົ້າ ແລະຄີບອດຢ່າງຈິງຈັງມາຮອດປີນີ້ກໍ່ເປັນປີທີ່ ໙ ພໍດີ (ນັບມາຮອດຕອນກຳລັງຂຽນ) ໃຊ້ຄອມທຳອິດແມ່ນຕອນໄປວຽງ ໄປແລ້ວລຸງ (ອ້າຍຂອງແມ່) ເພິ່ນເຮັດວຽກກ່ຽວກັບເພງ ເພິ່ນເລີຍມີຄອມໃຊ້ ແລະແນ່ນອນມີເກມພ້ອມ ; )ເພິ່ນກໍຕິດຕັ້ງເກມຕັ້ງຫຍັງໃຫ້ລອງຫລິ້ນ. ກໍນັ່ງ ໆ ຫລິ້ນ ເກມຄອມເກມທຳອິດໃນຊີວິດນີ້ກໍຄື ແຕນ ແຕ່ນ ແຕ໊ນນນນ!!! C&C Tiberian Sun ເຊິ່ງຄວາມຈິງ ສະໄຫມນັ້ນ ເດັກນ້ອຍສ່ວນຫລາຍຍັງຫລິ້ນ NES ຢູ່; ຫນ້ອຍຄົນຈະມີເຄື່ອງເກມຈາກ SEGA ໃນຄອບຄອງ ແລະຍິ່ງໜ້ອຍເຂົ້າໄປອີກຊິມີ PlayStation ຫລືເກມຄອມໃຫ້ຫລິ້ນ (ຕອນນັ້ນປະມານປາຍປີ 99) ດັ່ງນັ້ນແລ້ວເກມຄອມເກມທຳອິດໃນຊີວິດ ຈຶ່ງຂ້ອນຂ້າງຈະເປັນປະສົບການ ທີ່ບໍ່ຄ່ອຍຫນ້າປະທັບໃຈປານໃດດ້ວຍເຫດຫຼິ້ນບໍ່ເປັນ -.-’ ແຕ່ກໍ່ປະທັບໃຈສຸດໆ ຢ່າງຫນຶ່ງຄືເລື່ອງຂອງ Graphic ທີ່ດີຫລາຍ ໃຫ້ອາລົມດັ່ງວ່າ ໄດ້ພົບກັບສິ່ງທີ່ຕາມຫາມາດົນ.
ພາຍລຸນມາ ເມື່ອກັບຫລວງພະບາງ ເວລາຜ່ານໄປເກືອບປີ ຫລືປີປາຍ ກໍ່ຊອກບ່ອນຮຽນຄອມ ຈົນໄປພົບເຫັນເຂົາສອນ Windows 95 ແລະ Microsoft Office 97. ທຳອິດໄດ້ຍິນວ່າຕ້ອງຮຽນພາສາກ່ອນ ຈຶ່ງເກີດສົງໄສ ເຫດອັນໃດຮຽນຄອມພິວເຕີຕ້ອງຮຽນພາສາອັງກິດກ່ອນໜໍ…
ເດຊະບຸນ ໃນທີ່ສຸດກໍບໍ່ໄດ້ຮຽນພາສາອັງກິດແຕ່ຢ່າງໃດ ມຸ່ງໜ້າສູ່ພາກຮຽນວິຊາຄອມພິວເຕີເລີຍ ເຊິ່ງຕອນນັ້ນມີ Floppy Disk ແຜ່ນດຽວ ອັນເປັນຊັບສົມບັດທີ່ຮັກແລະຫວງແຫນຫຼາຍ. ພໍຈະຈື່ໄດ້ວ່າ ຄູສອນເພິ່ນບອກ ແຜ່ນ Floppy Disk ພວກນີ້ໃຊ້ໄດ້ແຕ່ກັບ Windows 95 ເທົ່ານັ້ນ ບໍ່ອາດໃຊ້ນຳ Windows ອື່ນບໍ່ໄດ້ ແລະແນ່ນອນ ດ້ວຍຄວາມທີ່ເປັນລູກສິດທີ່ດີ ກໍ່ຍ່ອມຕ້ອງເຊື່ອຟັງຕາມນັ້ນ (ຮາ).
ກາລະລ່ວງເລີຍມາຫຼາຍປີ ໃນທີ່ສຸດບັກຫຳນ້ອຍກໍມີຄອມພິວເຕີມາສະຖິດຢູ່ເຮືອນຂອງຕົນ. ນອກຈາກມີຄອມພິວເຕີແລ້ວກໍຍັງມີອິນເຕີເນັດພ້ອມ ໂອ… ອະນິດຈາ ທຸກຢ່າງບໍ່ທ່ຽງແທ້ໜໍ ຈາກຄວາມບໍ່ມີ ມັນກໍ່ມີຂຶ້ນມາໄດ້ O.o
ຄອມພິວເຕີເຄື່ອງທຳອິດໃນຊີວິດຄື
- Intel Pentium III
- SDRAM 256MB
- NVIDIA TNT2
- Creative Sound Blaster 128
- Phillips Brilliance 107P
- 3COM Robotic Modem
Spec ຂ້າງເທິງເປັນຄອມເຄື່ອງທຳອິດໃນຊີວິດເລີຍ ຜ່ານມາໄດ້ເກືອບ ໑໐ ແລ້ວຕອນນີ້ ແລະບັດນີ້ຈັກເລົ່າວີລະກຳໃຫ້ຟັງຕໍ່ເຖິງບໍ່ຕ້ອງການຈະຮັບຮູ້ກໍຕາມ …ມື້ທຳອິດລອງໂປຣແກຣມຕ່າງ ໆ ເມື່ອລອງໄປແລ້ວ ປາກົດວ່າ ໄດ້ໄປ Uninstall ໂດຍບໍ່ຮູ້ເມື່ອ ໂຊກຍັງດີທີ່ຄົນຕັ້ງໂປຣແກຣມຍັງຢູ່ ເລີຍໃຫ້ຕັ້ງຄືນໃຫມ່ ເວລານັ້ນໃຊ້ Windows ME ຕອນມັນອອກໃໝ່ ໆ ເຊິ່ງເປັນທີ່ກ່າວຂານກັນວ່າ ເປັນ Windows ທີ່ອຸດົມໄປດ້ວຍ bugs
ໃນເວລາຕໍ່ມາ ກາຍເປັນວ່າຕິດຄອມຫຼາຍ ນັ່ງຫນ້າຈໍເກືອບຕະຫລອດເວລາ ຍົກເວັ້ນເວລາທີ່ບໍ່ນັ່ງນັ້ນຄືເວລານອນ ຈົນມີເລື່ອງກັນຫລາຍເທື່ອພາຍໃນຄອບຄົວ ເຊິ່ງເມື່ອເວລາລ່ວງເລີຍມາຮອດປັດຈຸບັນກໍຄຶດເສຍໃຈທີ່ແບ່ງເວລາບໍ່ເປັນ. ຢ່າງໃດກໍຕາມ ມະນຸດຍ່ອມປອບໃຈຕົນດ້ວຍປະໂຫຍກວ່າ “ຄວາມຜິດພາດຄືປະສົບການ”.
ຫາກທ່ານຜູ່ອ່ານສັງເກດ ອາດຈະພົບວ່າ ຂ້າພະເຈົ້າໄດ້ພາທ່ານອອກເຮືອໄປສູ່ທະເລເປັນທີ່ຮຽບຮ້ອຍແລ້ວ ເພາະສະນັ້ນ ຂໍພາເຮືອກັບກ່ອນ ກັບມາເລົ່າເລື່ອງທີ່ມາຂອງບລັອກແຫ່ງນີ້ດີກວ່າ… ມັນເລີ່ມຈາກສະໄຫມກ່ອນ ກາລະຄັ້ງນຶ່ງດົນນານມາແລ້ວ ເມື່ອເວັບໄຊພາສາລາວຫາໄດ້ຍາກຫລາຍ ໃນກາລະສະໄຫມທີ່ຍັງບໍ່ມີ Unicode Font ເທື່ອ ພາສາລາວກໍຍັງໃຊ້ Keyman ຢູ່. ຈຶ່ງເກືອບຈະເປັນໄປບໍ່ໄດ້ທີ່ຈະມີເວັບໄຊພາສາລາວ. ໃນເມື່ອເປັນແບບນັ້ນ ຈຶ່ງໄດ້ເຮັດເວັບໄຊເປັນພາສາໄທໄປກ່ອນ ຕອນນີ້ຊອກບໍ່ເຫັນແລ້ວວ່າໄປຢູ່ໃສ (ອ້າວ).
ຫຼາຍປີຜ່ານໄປ (ອີກລະ) ເລີ່ມສັ່ງສົມປະສົບການກ່ຽວກັບການສ້າງເວັບໄຊ ແຕ່ກໍເຮັດເປັນແຕ່ກັບ WYSIWYG ຊື່ ໆ ພວກ Coding ຍັງບໍ່ຄ່ອຍໄດ້ ຫາກໍມາໄດ້ຊ່ວງສອງປີຫລັງນີ້ເອງ… ຄວາມຈິງມີຜົນງານຫລາຍ (ເລີ່ມຂີ້ໂມ້ແລ້ວເຫັນບໍ່…) ແຕ່ທີ່ Publish ອອກມາສູ່ສາຍຕາປະຊາຊົນບັນດາເຜົ່າມັນມີນ້ອຍ ນັບໄດ້ກໍ່ມີ Namtaohu.com (ປິດໄປແລ້ວ), WAC (ມີເຫດບັງເອີນ ມັນເລີຍອົດອອກມາເບິ່ງໂລກຊ້ຳ) ສອງອັນນີ້ລ່ະທີ່ຄົນລາວພໍຈະຮູ້ຈັກ ນອກນັ້ນກໍເປັນຜົນງານທີ່ປະໄວ້ໃນລິ້ນຊັກ ບໍ່ເອົາອອກມາ ຈົນຝຸ່ນຈັບ ແລ້ວກໍ່ລືມ ຊອກບໍ່ເຫັນໄປກໍມີ ສຸດທ້າຍ ຫນູກິນຫມົດ ແລ້ວ ບໍ່ຕ້ອງເຮັດລ່ະ ຕອນຫຼັງ ໆ ນີ້ຈະມີ Punlao.com ທີ່ພໍເຊີດໜ້າຊູຕາແກ່ວົງສະກຸນໄດ້ ຫ້າຫ້າຫ້າ.
ສຳຫລັບເວລານີ້ ເປັຮໂອກາດທີ່ເຫມາະສົມ (ກວ່າແຕ່ກ່ອນ) ກໍມາເຖິງແລ້ວ ຈຶ່ງໄດ້ຕັ້ງໃຈວ່າ ຂ້າພະເຈົ້າຈະເຮັດເວັບໄຊດີ ໆ ສຳຫລັບຄົນລາວ ຕັ້ງ Concept ໄວ້ວ່າ ອາດຈະເປັນ Web Portal ຄ້າຍໆ ພວກ Kapook! ຫລື MTHAI ແຕ່ວ່າ ແບບນັ້ນກໍຕ້ອງມີທີມງານຫລາຍ ກໍ່ເລີຍເອົາຈັ່ງຊີ້ ເຮັດອັນທີ່ພໍຈະຖະນັດກ່ອນດີກວ່າ ເລີ່ມຕົ້ນຈາກຂຽນບລັອກ ນຳສະເຫນີຂ່າວໃນແວດວົງ IT ແລະ Technology ທົ່ວໄປກ່ອນ ຈາກນັ້ນຄ່ອຍຂະຫຍັບຂະຫຍາຍເປັນເວບທຳນອງ Justuser.net ຕາມຫລັງ ກໍ່ເລີຍຖືກຳເນີດ au8ust.org ຂຶ້ນມາດ້ວຍປະກາລະຊະນີ້ແລ…
ປັບປຸງຫຼ້າສຸດ ອັງຄານທີ່ ໑໘ ພ.ສ. ໒໕໕໑
ບປຸງຫຼ້າສຸດ ຈັນທີ່ ໑໐ ພ.ສ. ໒໕໕໒



Vlzaa
2 May, 2007
ເຈົ້າເປັນຄົນເມືອງຫລວງຫວາ, ບ້ານຢູ່ແຖວໃດບາງເທື່ອເຄີຍເຫັນມາກ່ອນ, ເຄີຍຈົບ ມ ຫົກຊ່ວງປີໃດ ?
au8ust
2 May, 2007
ແຫ່ະ ໆ ບໍ່ຢາກບອກເລີຍ ຄຳຖາມທຳອິດ ຂໍຕອບສະເພາະຄຳຖາມຫລັງເດີ້ ຈົບຊ່ວງປະມານ 3-4 ປີກ່ອນລະ
Vlzaa
3 May, 2007
ເຮົາຕ້ອງຮຽນລຸ້ນດຽວກັນແຫລະ, ຮຽນຢູ່ ມສ ສັນຕິພາບຫວາ
imagination
3 May, 2007
ทุกทีส่วนใหญ่เคยอ่านออกนะภาษาลาว
แต่ในนี้ทำไมวรรณยุกต์มันโดดก็ไม่รู้
อ่านไม่ออกเลย สงสัยต้องโหลดฟ้อนท์มาก่อน
au8ust
3 May, 2007
@Vlzaa ອາ…. ແມ່ນລະ ຮຽນສັນຕິພາບ ເອົາເປັນວ່າ ຖ້າຮູ້ຈັກໂນ່ວັດໜອງ ສາຢາ ນັກຫຼິ້ນເກມແຫ່ງເມືອງຫລວງລະກໍ່ຮູ້ຈັກຂ້ອຍແນ່ນອນ
@imagination แนะนำให้ใช้ Firefox ดีกว่าครับ ดูเหมือนบล็อกผมจะถูกชะตากับ Firefox เป็นพิเศษ
Vlzaa
3 May, 2007
ເວບເຈົ້ານີ້, ຄັກຫລາຍ ມີເນື້ອຫາສາລະດີ ແຕ່ເສຍທີຊ້າ.
au8ust
3 May, 2007
ກໍ່ມີແຜນຈະຍ້າຍ host ເຂົ້າມາໃຊ້ໃນໄທຢູ່ ແຕ່ວ່າ ປານນີ້ແລ້ວ ເຂົາຍັງໂອນເງິນໃຫ້ບໍ່ໄດ້ເທື່ອ
ໜ້າຈະອີກປະມານ 2 ອາທິດຄົງຈະຍ້າຍໄດ້ລະ
tatump
28 Oct, 2007
มาเยี่ยมเยียนครับ เคยเข้ามาครั้งนึง แ่ต่ผมอ่านไม่ออก แห่ะๆ ไปเอ่ะ! ใจตรงรูปว่าทำไมฟอนต์เพี้ยน อ่อ… นี่ภาษาลาวนิ ต้องลง ฟอนต์เพิ่มซะแล้ว…
Duong
10 Dec, 2007
ຫາກໍ່ເຂົ້າມາອ່ານຫ້ອງນີ້ເທື່ອທຳອິດ, ວ່າແຕ່ມື້ໃດໄດ້ໄປເຮັດວຽກທີ່ຫຼວງພະບາງ ແລ້ວຈະໄປອຸດໝູນທີ່ຮ້ານຂອງທ່ານ
gazget
7 Jan, 2008
แวะมาเยี่ยมครับ แต่ Opera ผมอ่านไม่ออกเลยครับ
ว่าแต่ใช่คนเดียว au8ust ของไทยเสียวหรือเปล่าครับ
au8ust
7 Jan, 2008
@gazget
ใช่แล้วจ้ะ
tan
19 Jan, 2008
Opera พออ่านได้บางคำ เหอๆ แปลกดีได้มาอ่าน บล็อกของประเทศ ลาว จังหวัดเฮาก็ใกล้กับสะพานข้ามไปลาว ม่องใหม่นั้นละ
Mac
16 May, 2008
แวะมาเยี่ยมครับ พอดีกำลังสนใจอักษรลาว ฟังออก 80% แต่อ่านออกบ้างไม่ออกบ้าง แต่ก็พอมั่วๆได้ ลาวก็ไม่เคยไปเคยแต่มองจากฝั่งไทยผ่านโขง ไกลลิบๆ น่าสนใจดีครับสักวันคงมีโอกาส
winnie
16 Sep, 2008
สวัสดีค่ะ
ขออนุญาตติดต่อที่นี่ เมล์ไปที่webmaster@au8ust.orgไม่ได้มาสองวันแล้ว
ลองดาวน์โหลดแล้ว สามารถก๊อปปี้จากเวบมาเป็นตัวลาวได้ อ่านตัวอย่างที่คุณแปลมาได้แล้ว
แต่พิมพ์เอกสารMS Word ด้วย Saysettha OT ไม่ได้ จะเป็นตัวสี่เหลี่ยมหรือไม่ก็อักษรอังกฤษ
ตอนนี้ยังคิดเป็นสองทาง คือจะขอความอนุเคราะห์จากคุณนิน
แปลแฟ้มที่ส่งไปให้”ส่งแปลเป็นภาษาลาว”
(น่าจะได้รับแล้ว) คงไม่คิดว่ายาวมากเกินไปนะคะ
จะลองเอามาจัด.pdfเอง แล้วเอาไปให้โรงพิมพ์ช่วยทำต่อ
กรุณาแยกสีบรรทัดที่เป็นเนื้อหาพระสูตร กับคำแปลเป็นคนละสี จะได้เรียงไม่ผิดพลาด
อีกทางหนึ่งก็ “ไม่ต้องแปล แต่เอาของเก่าที่นี่ไปพิมพ์ใหม่มาแจก”
ที่ว่าพิมพ์ใหม่ คงต้องพิมพ์ในลาว
มีเฉพาะบทธัมมจักฯสำหรับซื้อสำเร็จรูปไปแจกหรือเปล่า พอจะทราบราคาต่อเล่มหรือไม่คะ
ทางเลือกที่คุณเสนอนี้ก็ดีเหมือนกัน เพราะยังหาไม่มีโรงพิมพ์ที่จะรับงานนี้
Webmonster
26 Oct, 2008
อ่านไม่ออกแฮ่ะ ต้องลงฟ้อนต์ลาวไหมนี่ หาได้ที่ไหนน้อ
kop29
17 Nov, 2008
you are so good, i am trying to be a good at IT field too, after i read your story it makes me to learn more, thanks
กิ๋ง
15 Dec, 2008
เดี๋ยวสิมาเยียมเรื่อย กำลังวางแผนไปเฮ็ดงานอยู่ลาว(เที่ยว)
Daniel
13 Jan, 2009
Sabaydee,
I would be interested to get in touch about your work with wordpress & loacalizing it into Lao. Pls contact me on radio — at– hirschler.net. I am planning to use wordpress for a project in Laos and am looking for solutions.
Daniel
Vanh
23 Nov, 2009
Good
Vanh
23 Nov, 2009
ສະບາຍດີທຸກທ່ານ
sen9y
8 Feb, 2010
“ທະນະວໍລະກິດ ກຸນທະວັດພິນໂຍ” ແມ່ນຊື່ແທ້ໆເລີຍບໍ? ຢາກຮູ້.
au8ust
8 Feb, 2010
@sen9y
ແມ່ນ ໃນສຳມະໂນຄົວ ໃນບັດປະຈຳໂຕ ກໍໃຊ້ຊື່ນັ້ນລະ