au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

VLC 2.0 ອອກແລ້ວ!

http://images1.videolan.org/images/largeVLC.pngຫຼັງຈາກທີ່ VLC ໂປຣແກຣມເບິ່ງໜັງຍອດນິຍົມຢູ່ກັບເວີຊັນ 1.x ມາເປັນເວລາຫຼາຍປີ ໃນທີ່ສຸດທາງທີມງານພັດທະນາ ກໍໄດ້ປ່ອຍເວີຊັນໃໝ່ຫລ້າສຸດໃນສາຍ 2.x ອອກມາແລ້ວ ໂດຍໃນເວີຊັນ 2.0 ນີ້ມີລະຫັດພັດທະນາວ່າ Twoflower ເຊິ່ງກໍມີຄວາມສາມາດໃໝ່ໆ ຕິດພ່ວງມານຳເຊັ່ນ ການປະມວນຜົນດ້ວຍ multi-core ທີ່ດີຂຶ້ນ, ຮອງຮັບ GPU ດີຂຶ້ນກວ່າເກົ່າ ແລະຄວາມສາມາດ ໃນການເປີດໄຟລ໌ຫຼາກຫຼາຍຮູບແບບ ຮວມເຖິງໄຟລ໌ວິດີໂອລະດັບ 10bits ອີກນຳ.

ຂໍ້ມູນເພີ່ມເຕີມແລະລິ້ງສຳລັບດາວໂຫລດ ສາມາດເບິ່ງໄດ້ໃນ http://www.videolan.org/vlc/releases/2.0.0.html

You can follow any responses to this entry through the RSS 2.0 feed.