Archive for February, 2011
IT Festa 2011
ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອອຸດສາຫະກໍາການບໍລິການໄອທີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ຈະໄດ້ຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະເທັກໂນໂລຢີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011. ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດ ໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານ ໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາ ກໍຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຢີທີ່ທັນສະໄໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າເຂົ້າງານ. ລາຍລະອຽດເພີ່ມເຕີມຂອງງານ ສາມາດເບິ່ງໄດ້ຈາກ http://itsd.edu.la/IT_Festa/
More »e-Corner Weekly News #004
ຕອນທີ 003 ເບິ່ງໄດ້ໃນ YouTube
More »


