Joomla! 1.6
Joomla! ອອກເວີຊັນ 1.6 ເຊິ່ງເປັນເວີຊັນໃໝ່ຫຼ້າສຸດຂອງຕອນນີ້ຫຼັງຈາກທີ່ປ່ອຍ beta ມາ 15 ຮຸ່ນ ແລະເວີຊັນ RC ອີກ 1 ຮຸ່ນ. ຖ້າເບິ່ງຈາກພາຍນອກຈະເຫັນວ່າ Joomla! 1.6 ໄດ້ຮັບການປັບປ່ຽນໜ້າຕາໄປພໍສົມຄວນ ທັງໜ້າເວັບ ແລະລະບົບ Admin ທີ່ມີການອອກແບບໃໝ່. ສ່ວນທີ່ສຳຄັນໄປກວ່ານັ້ນແມ່ນ ລະບົບພາຍໃນທີ່ມີການປ່ຽນແປງໃຫຍ່ໆ ຄື:
- ລະບົບການຈັດການສິດທິແບບໃໝ່ ສາມາດກຳນົດໄດ້ວ່າຈະໃຫ້ໃຜສາມາດອ່ານ ຫຼືຈັດການເນື້ອຫາໄດ້.
- ລະບົບການຈັດການໝວດໝູ່ທີ່ບໍ່ຈຳກັດ ຜູ່ເບິ່ງແຍງເວັບສາມາດສ້າງໝວດໝູ່ຕ່າງໆ ພາຍໃນເວັບເທົ່າໃດກໍໄດ້ຕາມແຕ່ຕ້ອງການ.
- ອັບເດດ Extension ແບບຄລິກດຽວ ຕໍ່ໄປການອັບເດດ Extension ຈະເປັນເລື່ອງງ່າຍໆ ໂດຍສາມາດຄລິກອັບເດດໄດ້ຈາກ admin panel ເລີຍ (ເຊິ່ງ WordPress ເຮັດໄດ້ດົນແລ້ວ).
- ຮອງຮັບ XHTML ໃນ Joomla! 1.6 ແມ່ນຖືກອອກແບບມາໃຫ້ເຂົ້າໄດ້ກັບມາດຕະຖານ XHTML ໂດຍກົງ.
ນອກຈາກຈຸດຫຼັກຂ້າງເທິງແລ້ວ ຍັງມີການປ່ຽນແປງອື່ນໆ ອີກເຊິ່ງສາມາດອ່ານໄດ້ໃນ http://docs.joomla.org/What%27s_new_in_Joomla_1.6
ທ່ານສາມາດດາວໂຫລດ Joomla! 1.6 ໄດ້ຈາກ http://joomlacode.org/gf/project/joomla/frs/?action=FrsReleaseBrowse&frs_package_id=5696
ທີ່ມາ – JoomlaLao.com



