YouTube 4K
ເວັບໄຊຜູ່ໃຫ້ບໍລິການວິດີໂອອອນໄລ ລາຍໃຫຍ່ທີ່ສຸດຂອງໂລກ YouTube.com ໄດ້ປະກາດຜ່ານງານ VidCon 2010 ວ່າ ເວັບໄຊຂອງຕົນ ຈະຮອງຮັບວິດີໂອຄວາມລະອຽດ ລະດັບ 4K ໃນອະນາຄົດອັນໃກ້ນີ້.
4K ເປັນຄວາມລະອຽດຂອງວິດີໂອ ທີ່ສູງເຖິງ 4096 x 3072 ຫຼືປະມານ 4 ເທົ່າຂອງ 1080p ໃນປັດຈຸບັນທີ່ຮອງຮັບຢູ່ ໂດຍຄາດວ່າ ຈະສາມາດເປີດໂຕໃຫ້ໃຊ້ກັນໄດ້ທົ່ວໄປໃນໄວໆ ນີ້ ເຊິ່ງຕອນນີ້ກໍມີ playlist ຕົວຢ່າງ ສຳລັບວິດີໂອຄວາມລະອຽດ 4K ໃຫ້ລອງເບິ່ງກັນແລ້ວ ສຳລັບໃຜທີ່ມີຄອມແຮງໆ ແລະອິນເຕີເນັດໂຄດແຮງ ກໍໄປຮັບຊົມກັນໄດ້ທີ່ http://www.youtube.com/view_play_list?p=5BF9E09ECEC8F88F (ເລືອກຄວາມລະອຽດເປັນ Original)
ທີ່ມາ – YouTube blog

