VLC 1.1.0
VLC ຫຼື VideoLAN ໂປຣແກຣມຫຼິ້ນໄຟລ໌ວິດີໂອຍອດນິຍົມ ອອກເວີຊັນໃໝ່ 1.1.0 ຮອງຮັບໄຟລ໌ HD ໄດ້ດີຂຶ້ນ ແລະອື່ນໆ ອີກຫຼວງຫຼາຍ.
ເວີຊັນໃໝ່ຂອງ VLC ນັບວ່າ ອອກຫ່າງຈາກເວີຊັນກ່ອນໜ້ານີ້ 1.0.5 ດົນພໍສົມຄວນ. ຄວາມສາມາດໃໝ່ໆ ໃນເວີຊັນນີ້ທີ່ເພີ່ມເຂົ້າມາມີຄື:
- ຮອງຮັບການຖອດລະຫັດໄຟລ໌ວິດີໂອຄວາມລະອຽດສູງໃນ Windows Vista ແລະ Windows 7 ໂດຍໃຊ້ DxVA2 ສຳລັບ H.264, VC-1 ແລະ MPEG2 ສ່ວນໃນ Linux ນັ້ນໃຊ້ VAAPI ແທນ
- ປັບປຸງການຖອດລະຫັດໄຟລ໌ MKV HD ທີ່ດີຂຶ້ນ ຮວມເຖິງການລະບົບສຽງ 7.1
- ຮອງຮັບ CODEC ໃໝ່ໆ ເຊັ່ນການ BluRay subtitle, MPEG4 lossless ແລະ VP8
- ຮອງຮັບລະບົບສຽງ AMR-NB, Mpeg-4 ALS, Vorbis 6.1/7.1, FLAC 6.1/7.1 ແລະ WMAS ຮວມທັງ DVD-Audio (.aob)
ອ່ານລາຍລະອຽດເພີ່ມເຕີມຂອງ change log ໄດ້ຈາກ http://www.videolan.org/vlc/releases/1.1.0.html
ນອກຈາກນັ້ນແລ້ວ ໃນເວີຊັນນີ້ ທີມງານ VLC ຍັງອ້າງວ່າ ຄວາມໄວເພີ່ມຂຶ້ນ 40% ສຳລັບການຖອດລະຫັດໄຟລ໌ວິດີໂອຄວາມລະອຽດສູງ ໂດຍໄດ້ມີການຂຽນໂປຣແກຣມໃນສ່ວນຂອງ Video Output ຄືນໃໝ່ ແລະປັງປຸງ module ຕ່າງໆ ໃໝ່ຈຳນວນຫຼາຍ ໂດຍບາງຄວາມສາມາດທີ່ບໍ່ຄ່ອຍໄດ້ໃຊ້ ຈະຖືກຍ້າຍໄປໃນ extension ແທນ.



