Archive for July, 2010

YouTube 4K

ເວັບໄຊຜູ່ໃຫ້ບໍລິການວິດີໂອອອນໄລ ລາຍໃຫຍ່ທີ່ສຸດຂອງໂລກ YouTube.com ໄດ້ປະກາດຜ່ານງານ VidCon 2010 ວ່າ ເວັບໄຊຂອງຕົນ ຈະຮອງຮັບວິດີໂອຄວາມລະອຽດ ລະດັບ 4K ໃນອະນາຄົດອັນໃກ້ນີ້. 4K ເປັນຄວາມລະອຽດຂອງວິດີໂອ ທີ່ສູງເຖິງ 4096 x 3072 ຫຼືປະມານ 4 ເທົ່າຂອງ 1080p ໃນປັດຈຸບັນທີ່ຮອງຮັບຢູ່ ໂດຍຄາດວ່າ ຈະສາມາດເປີດໂຕໃຫ້ໃຊ້ກັນໄດ້ທົ່ວໄປໃນໄວໆ ນີ້ ເຊິ່ງຕອນນີ້ກໍມີ playlist ຕົວຢ່າງ ສຳລັບວິດີໂອຄວາມລະອຽດ 4K ໃຫ້ລອງເບິ່ງກັນແລ້ວ ສຳລັບໃຜທີ່ມີຄອມແຮງໆ ແລະອິນເຕີເນັດໂຄດແຮງ ກໍໄປຮັບຊົມກັນໄດ້ທີ່ http://www.youtube.com/view_play_list?p=5BF9E09ECEC8F88F (ເລືອກຄວາມລະອຽດເປັນ Original) ທີ່ມາ – YouTube blog

More »

VLC 1.1.0

VLC ຫຼື VideoLAN ໂປຣແກຣມຫຼິ້ນໄຟລ໌ວິດີໂອຍອດນິຍົມ ອອກເວີຊັນໃໝ່ 1.1.0 ຮອງຮັບໄຟລ໌ HD ໄດ້ດີຂຶ້ນ ແລະອື່ນໆ ອີກຫຼວງຫຼາຍ. ເວີຊັນໃໝ່ຂອງ VLC ນັບວ່າ ອອກຫ່າງຈາກເວີຊັນກ່ອນໜ້ານີ້ 1.0.5 ດົນພໍສົມຄວນ. ຄວາມສາມາດໃໝ່ໆ ໃນເວີຊັນນີ້ທີ່ເພີ່ມເຂົ້າມາມີຄື: ຮອງຮັບການຖອດລະຫັດໄຟລ໌ວິດີໂອຄວາມລະອຽດສູງໃນ Windows Vista ແລະ Windows 7 ໂດຍໃຊ້ DxVA2 ສຳລັບ H.264, VC-1 ແລະ MPEG2 ສ່ວນໃນ Linux ນັ້ນໃຊ້ VAAPI ແທນ ປັບປຸງການຖອດລະຫັດໄຟລ໌ MKV HD ທີ່ດີຂຶ້ນ ຮວມເຖິງການລະບົບສຽງ 7.1 ຮອງຮັບ CODEC ໃໝ່ໆ ເຊັ່ນການ BluRay subtitle, MPEG4 lossless ແລະ VP8 ຮອງຮັບລະບົບສຽງ AMR-NB, [...]

More »