au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Ning.com ກຽມຍົກເລີກບໍລິການຟຣີ ເນັ້ນແບບເສຍເງິນຢ່າງດຽວ

Ning.com ຜູ່ໃຫ້ບໍລິການສ້າງເວັບໄຊ Social Networking ທີ່ເປີດມາຫຼາຍປີ ໃນທີ່ສຸດກໍພົບວິກິດໜັກ ແລະປ່ຽນແປງທິດທາງຂອງບໍລິສັດ ຫຼັງຈາກທີ່ CEO ຄົນໃໝ່ Jason Rosenthal ຂຶ້ນບໍລິຫານໄດ້ 30 ມື້.

Jason Rosenthal ໃຫ້ສຳພາດກັບແຫຼ່ງຂ່າວວ່າ ຕົນໄດ້ພິຈາລະນາສະຖານະການຂອງ Ning.com ຕັ້ງແຕ່ທີ່ໄດ້ຂຶ້ນເປັນ CEO ແລ້ວເຫັນວ່າ ທາງບໍລິສັດຈະມີແຜນການໃຫຍ່ໃນອະນາຄົດອັນໃກ້ນີ້ສອງຢ່າງຄື ປົດພະນັກງານອອກ 40% (68 ຄົນຈາກທັງໝົດ 167 ຄົນ) ແລະຍົກເລີກການບໍລິການຟຣີ ເຊິ່ງຜູ່ໃຊ້ຟຣີນັ້ນ ຈະໄດ້ຮັບເງື່ອນໄຂໃຫ້ຍ້າຍໄປໃຊ້ບໍລິການແບບເສຍເງິນ ຫຼືບໍ່ດັ່ງນັ້ນກໍຕ້ອງຍົກເລີກການໃຊ້ Ning.com ໄປແທນ.

ນອກຈາກນັ້ນ CEO ຂອງ Ning ຍັງກ່າວວ່າ ຕໍ່ໄປຈະເນັ້ນໄປທີ່ລະບົບ Premium ໃຫ້ຫຼາຍຂຶ້ນ ເຊິ່ງໃນປັດຈຸບັນນີ້ ມີຜູ່ໃຊ້ແບບ Premium ທີ່ມີ pageview ຫຼາຍກວ່າ 75% ຂອງຜູ່ຊົມເວັບໄຊໃນອາເມລິກາ ແລະເຊື່ອວ່ານີ້ຈະເປັນຫົນທາງທີ່ດີທີ່ສຸດຂອງ Ning.com

ທີ່ມາ – VentureBeat.com

  • ຫົວກ່ອນ ກັກໆໆໆໆໆໆໆໆໆໆໆໆໆໆ

  • ໂອ້… ບໍ່ດີເລີຍສຳລັບໄທເຮົາເຈົ້າຂ້ອຍ

  • Ning Mini $2.95/month or $19.95/year* (save 44%)

    Ning Plus $19.95/month or $199.95/year* (save 16%)

    Ning Pro $49.95/month or $499.95/year* (save 17%)

    http://about.ning.com/announcement/plans.php

    ມັນກໍ່ເມລມາເຕືອນຢູ່ ແຕ່ກໍ່ກາຍມາຮອດເດືອນ6ແລ້ວ ຄືບໍ່ເຫັນວ່າແນວໃດຕື່ມ

You can follow any responses to this entry through the RSS 2.0 feed.