Miro Video Converter
Miro Video Converter ເປັນໂປຣແກຣມສຳລັບ ແປງໄຟລ໌ວິດີໂອຕ່າງໆ ໃຫ້ເປີດໄດ້ໃນອຸປະກອນມືຖື ເຊິ່ງໂປຣແກຣມທີ່ວ່ານີ້ ຮອງຮັບມືຖືໄດ້ຫຼາກຫຼາຍລຸ້ນ ຫຼາຍຍີ່ຫໍ້ຕັ້ງແຕ່ Droid / Milestone, Nexus One, G1, Magic / myTouch, Droid Eris, HTC Hero, Cliq, Behold, iPhone / iPod Touch, iPod Classic, iPod Nano ແລະ PSP.
ການໃຊ້ງານກໍງ່າຍດາຍ ພຽງລາກໄຟລ໌ເຂົ້າໄປ ແລ້ວເລືອກປະເພດ ຈາກນັ້ນຄລິກ Convert! ກໍຖ້າຢ່າງດຽວ!
ສາມາດດາວໂຫລດ Miro Video Converter ໄດ້ຈາກ http://mirovideoconverter.com/
ນອກຈາກນັ້ນ ທ່ານຍັງສາມາດເບິ່ງວິດີໂອສາທິດ ການຕິດຕັ້ງແລະນຳໃຊ້ເບື້ອງຕົ້ນ ໄດ້ຈາກ 5tutor.net – 17: ການແປງໄຟລ໌ວິດີໂອໂດຍໃຊ້ Miro Video Converter



