Ubuntu 10.04 Countdown
ຈື່ໄດ້ວ່າ ຫາກໍ countdown ໃຫ້ Ubuntu 9.10 ບໍ່ທັນເທົ່າໃດ ບາດນີ້ກໍ countdown ໃຫ້ Ubuntu 10.04 (codename ແມ່ນ Lucid Lynx) ກັນແລ້ວ ຍັງອີກພຽງ 21 ມື້ເທົ່ານັ້ນ (ນັບຈາກມື້ທີ່ໂພສນີ້) ກໍນັບໄດ້ວ່າເປັນບາດກ້າວໃໝ່ຂອງ Ubuntu ທີ່ເຂົ້າສູ່ເລກ 10 ແລ້ວ ອີກບໍ່ດົນເທົ່ານັ້ນ!!
ແນ່ນອນວ່າ ທ່ານສາມາດດາວໂຫລດ Beta ຂອງ Ubuntu 10.04 ໄປທົດລອງໃຊ້ກ່ອນໂຕຈິງຈະອອກໄດ້ ໂດຍດາວໂຫລດໄດ້ຈາກ http://www.ubuntu.com/testing/lucid/beta1 ຫຼືຈະດາວໂຫລດ Ubuntu 9.10 ມາລອງໃຊ້ໄດ້ເຊັ່ນດຽວກັນທີ່ໜ້າດາວໂຫລດຂອງ Ubuntu.com



