Archive for April, 2010

Ning.com ກຽມຍົກເລີກບໍລິການຟຣີ ເນັ້ນແບບເສຍເງິນຢ່າງດຽວ

Ning.com ຜູ່ໃຫ້ບໍລິການສ້າງເວັບໄຊ Social Networking ທີ່ເປີດມາຫຼາຍປີ ໃນທີ່ສຸດກໍພົບວິກິດໜັກ ແລະປ່ຽນແປງທິດທາງຂອງບໍລິສັດ ຫຼັງຈາກທີ່ CEO ຄົນໃໝ່ Jason Rosenthal ຂຶ້ນບໍລິຫານໄດ້ 30 ມື້. Jason Rosenthal ໃຫ້ສຳພາດກັບແຫຼ່ງຂ່າວວ່າ ຕົນໄດ້ພິຈາລະນາສະຖານະການຂອງ Ning.com ຕັ້ງແຕ່ທີ່ໄດ້ຂຶ້ນເປັນ CEO ແລ້ວເຫັນວ່າ ທາງບໍລິສັດຈະມີແຜນການໃຫຍ່ໃນອະນາຄົດອັນໃກ້ນີ້ສອງຢ່າງຄື ປົດພະນັກງານອອກ 40% (68 ຄົນຈາກທັງໝົດ 167 ຄົນ) ແລະຍົກເລີກການບໍລິການຟຣີ ເຊິ່ງຜູ່ໃຊ້ຟຣີນັ້ນ ຈະໄດ້ຮັບເງື່ອນໄຂໃຫ້ຍ້າຍໄປໃຊ້ບໍລິການແບບເສຍເງິນ ຫຼືບໍ່ດັ່ງນັ້ນກໍຕ້ອງຍົກເລີກການໃຊ້ Ning.com ໄປແທນ. ນອກຈາກນັ້ນ CEO ຂອງ Ning ຍັງກ່າວວ່າ ຕໍ່ໄປຈະເນັ້ນໄປທີ່ລະບົບ Premium ໃຫ້ຫຼາຍຂຶ້ນ ເຊິ່ງໃນປັດຈຸບັນນີ້ ມີຜູ່ໃຊ້ແບບ Premium ທີ່ມີ pageview ຫຼາຍກວ່າ 75% ຂອງຜູ່ຊົມເວັບໄຊໃນອາເມລິກາ ແລະເຊື່ອວ່ານີ້ຈະເປັນຫົນທາງທີ່ດີທີ່ສຸດຂອງ Ning.com ທີ່ມາ [...]

More »

Miro Video Converter

Miro Video Converter ເປັນໂປຣແກຣມສຳລັບ ແປງໄຟລ໌ວິດີໂອຕ່າງໆ ໃຫ້ເປີດໄດ້ໃນອຸປະກອນມືຖື ເຊິ່ງໂປຣແກຣມທີ່ວ່ານີ້ ຮອງຮັບມືຖືໄດ້ຫຼາກຫຼາຍລຸ້ນ ຫຼາຍຍີ່ຫໍ້ຕັ້ງແຕ່ Droid / Milestone, Nexus One, G1, Magic / myTouch, Droid Eris, HTC Hero, Cliq, Behold, iPhone / iPod Touch, iPod Classic, iPod Nano ແລະ PSP. ການໃຊ້ງານກໍງ່າຍດາຍ ພຽງລາກໄຟລ໌ເຂົ້າໄປ ແລ້ວເລືອກປະເພດ ຈາກນັ້ນຄລິກ Convert! ກໍຖ້າຢ່າງດຽວ! ສາມາດດາວໂຫລດ Miro Video Converter ໄດ້ຈາກ http://mirovideoconverter.com/ ນອກຈາກນັ້ນ ທ່ານຍັງສາມາດເບິ່ງວິດີໂອສາທິດ ການຕິດຕັ້ງແລະນຳໃຊ້ເບື້ອງຕົ້ນ ໄດ້ຈາກ 5tutor.net – 17: ການແປງໄຟລ໌ວິດີໂອໂດຍໃຊ້ Miro [...]

More »

Ubuntu 10.04 Countdown

ຈື່ໄດ້ວ່າ ຫາກໍ countdown ໃຫ້ Ubuntu 9.10 ບໍ່ທັນເທົ່າໃດ ບາດນີ້ກໍ countdown ໃຫ້ Ubuntu 10.04 (codename ແມ່ນ Lucid Lynx) ກັນແລ້ວ ຍັງອີກພຽງ 21 ມື້ເທົ່ານັ້ນ (ນັບຈາກມື້ທີ່ໂພສນີ້) ກໍນັບໄດ້ວ່າເປັນບາດກ້າວໃໝ່ຂອງ Ubuntu ທີ່ເຂົ້າສູ່ເລກ 10 ແລ້ວ ອີກບໍ່ດົນເທົ່ານັ້ນ!! ແນ່ນອນວ່າ ທ່ານສາມາດດາວໂຫລດ Beta ຂອງ Ubuntu 10.04 ໄປທົດລອງໃຊ້ກ່ອນໂຕຈິງຈະອອກໄດ້ ໂດຍດາວໂຫລດໄດ້ຈາກ http://www.ubuntu.com/testing/lucid/beta1 ຫຼືຈະດາວໂຫລດ Ubuntu 9.10 ມາລອງໃຊ້ໄດ້ເຊັ່ນດຽວກັນທີ່ໜ້າດາວໂຫລດຂອງ Ubuntu.com

More »

YouTube ປັບໜ້າເວັບໃໝ່

ເວັບໄຊວິດີໂອຍອດນິຍົມ YouTube ໄດ້ປັບປ່ຽນໜ້າເວັບຂອງຕົນໃໝ່ຫຼັງຈາກທົດສອບ Beta ມາໄລຍະນຶ່ງ. ການປັບແຕ່ງຄັ້ງນີ້ ກໍນັບວ່າເປັນການປ່ຽນແປງຄັ້ງໃຫຍ່ ມີການຕັດລະບົບ Rating ເປັນດາວອອກ ແລ້ວແທນທີ່ດ້ວຍໂຕເລືອກ Like ຫຼື Dislike ແທນ. ໃນດ້ານວິດີໂອ ກໍມີການຈັດຮວມເຂົ້າກັນເປັນກຸ່ມແທນ ແລະເມນູຕ່າງໆ ໂດຍສະເພາະໃນສ່ວນຂອງຄຳເຫັນ ກໍຖືກປັບປ່ຽນໃໝ່ເຊັ່ນກັນ. ເຊີນຊົມໜ້າເວັບໃໝ່ YouTube ໄດ້ເລີຍທີ່ youtube.com

More »