ພາສາລາວສຳລັບ Windows Vista ແລະ Office 2007
ພໍດີມີກະທູ້ສົນທະນາເລື່ອງ ພາສາລາວໃນຄອມພິວເຕີ ຢູ່ເວັບບອດຂອງສະມາຄົມລາວ ກໍເລີຍໄປຮ່ວມສົນທະນານຳ ແລະໄດ້ໄປຊອກໃນເວັບໄຊຂອງ Microsoft ຈຶ່ງພົບວ່າ ມີການອັບໂຫລດພາສາລາວສຳລັບ Windows Vista ພ້ອມດ້ວຍ Office 2007 ແຕ່ປີກາຍແລ້ວ ເຊິ່ງອັນທີ່ຈິງໂຄງການແປພາສາລາວໃນ Windows Vista ນັ້ນ ມີມາດົນແລ້ວ ຂ້າພະເຈົ້າໄດ້ຍິນເລື່ອງນີ້ຄັ້ງທຳອິດກໍເກືອບສອງປີກ່ອນ ແຕ່ກໍງຽບຫາຍໄປ ໄດ້ມາຮູ້ອີກຄັ້ງນຶ່ງ ຈຶ່ງດາວໂຫລດມາທົດສອບການໃຊ້ວຽກພ້ອມ ແຕ່ໃນຄັ້ງນີ້ເປັນການທົດສອບ Microsoft Office 2007 ເນື່ອງຈາກບໍ່ມີ Windows Vista ຕິດຕັ້ງຢູ່ແຖວນີ້.
ຫຼັງຈາກດາວໂຫລດໄຟລ໌ພາສາລາວຂອງ Office 2007 ມາແລ້ວກໍຈັດການຕິດຕັ້ງຮຽບຮ້ອຍ ແລ້ວກໍໄປເລືອກພາສາລາວໃນ Microsoft Office Tools -> Microsoft Office 2007 Language Settings ເລືອກເປັນພາສາລາວ ແລ້ວກໍເຂົ້າໂປຣແກຣມ Word 2007 ເບິ່ງ.
ກໍຈະເຫັນວ່າ ເມນູຕ່າງໆ ພາຍໃນໂປຣແກຣມນັ້ນ ເປັນພາສາລາວຮຽບຮ້ອຍແລ້ວ ເຊິ່ງຫາກລົງ language pack ຂອງ Windows Vista ກໍຄົງໃຫ້ຜົນຄ້າຍໆ ກັນ.
ສຳລັບຜູ່ທີ່ສົນໃຈສາມາດາວໂຫລດໄດ້ຈາກລິ້ງດ້ານລຸ່ມ.
- ດາວໂຫລດ ຊຸດໂປຣແກຣມພາສາຂອງ Windows Vista
- ດາວໂຫລດ Microsoft Office Language Interface Pack 2007 – ພາສາລາວ
ສ່ວນການຕິດຕັ້ງນັ້ນ ທ່ານສາມາດເບິ່ງວິດີໂອສອນໄດ້ໃນ 5tutor.net





SiaN
22 Mar, 2010
ເອີ້.. ດີໆ…
ໄມໂຄຣຊັອບຊິມາຕັ້ງບໍລິສັດຢູ່ລາວແລ້ວຫວະນີ້
ວ່າແຕ່ວ່າແມ່ນໃຜແປລະນີ້?
ຫາກໍ່ເຫັນຄືກັນ, ເຮີໆ
ສົນໃຈໃນການແປ hotmail ໃຫ້ເປັນພາສາລາວຄືກັນ, ເພື່ອຈະໃຫ້ພໍ່ຕູ້ແມ່ຕູ້ກໍ່ໃຊ້ເປັນ
LaoBuddy.net
7 Apr, 2010
ຢາກໃຫ້ທຸກຄົນເຂົ້າເວັບນີ້ http://www.laobuddy.com
Karn
16 Apr, 2010
ຊ່ວຍແດ່ເຮົາໄດ້ຊື້ລິຂະສິດຂອງ programme ລາວແລ້ວແຕ່ບໍ່ສາມາດແປເອກະສານໄທມາເປັນລາວເລີຍຖ້າເວລາກົດແລ້ວມັນຈະປະກົດ ແລະ pop up ຂຽນວ່າ “To use Thai to Lao translation functions, you must purchase and install a license for Lao scripts for Windows with the thai to Lao Options.”